ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄູເວດ ໜູນຫລັງ ຊາອຸດີ ຮ້ອງເອກອັກຄະລັດຖະທູດ ຢູ່ອີຣ່ານ ກັບຄືນປະເທດ


ຜູ້ປະທ້ວງຊາວອີຣ່ານຄົນໜຶ່ງ ຖືປ້າຍຢູ່ຖະໜົນ ທີ່ມີຊື່ນັກ​ສອນສາ ສະໜາ​ Shi’ite ທ່ານ Nimr al-Mimr ລະຫວ່າງການປະທ້ວງ ຢູ່ສະຖານທູດ ຊາອຸດີ ໃນນະຄອນຫລວງອີຣ່ານ.
ຜູ້ປະທ້ວງຊາວອີຣ່ານຄົນໜຶ່ງ ຖືປ້າຍຢູ່ຖະໜົນ ທີ່ມີຊື່ນັກ​ສອນສາ ສະໜາ​ Shi’ite ທ່ານ Nimr al-Mimr ລະຫວ່າງການປະທ້ວງ ຢູ່ສະຖານທູດ ຊາອຸດີ ໃນນະຄອນຫລວງອີຣ່ານ.

ຄູ​ເວດ ຮ່ວມສົມທົບກັບ​ບັນດາ​ປະ​ເທດ​ພັນທະ​ມິດອຶ່ນໆ​ຂອງຊາ
​ອຸ​ດີ ​ໃນ​ການ​ເອົາ​ບາດ​ກ້າວ​ທາງ​ການ​ທູດ ຕໍ່ອີ​ຣ່ານ ຫລັງ​ຈາກ
​ພວກ​ປະ​ທ້ວງທີ່ໂກດ​ແຄ້ນ​ກ່ຽວ​ກັບການປະຫານ​ຊີວິດ​ນັກ​ສອນ
ສາສະໜາ​ Shi’ite ທີ່​ມີ​ຊື່​ສຽງຄົນ​ນຶ່ງ ​ຂອງຊາ​ອຸ​ດີ ອາ​ຣາ​ເບຍ ​
ໂດຍພາກັນ​ບຸກ​ເຂົ້າ​ໄປ​ ໃນສະຖານທູດ ຂອງ​ຊາ​ອຸ​ດີ ຢູ່ໃນ​ນະ
ຄອນຫລວງອີຣ່ານ.

ອົງການ​ຂ່າວ​ KUNA ຂອງທາງ​ການຄູ​ເວດ ກ່າວໃນ​ວັນ​ອັງຄານ
​ມື້ນີ້​ວ່າ ຄູເວດ ​ໄດ້​ຮ້ອງ​ເອກ​ອັກຄະ​ລັດຖະທູດ​ ກັບຄືນ​ຈາກນະ
ຄອນເຕຫະຣ່ານແລະ​ກ່າວ​ຢ້ຳ​ເຖິງ ການ​ໃຫ້​ຄວາມ​ສະ​ໜັນ​ສະ
​ໜູນ​ແກ່​ທຸກ​ມາດ​ຕະການທີ່ຊາ​ອຸ​ດີໄດ້​ເຮັດ​ໄປ​ເພື່ອຮັກສາ​ຄວາມ
ປອດ​ໄພ​ຂອງ​ຕົນ.

ກາ​ນ​ເຄື່ອນ​ໄຫວດັ່ງກ່າວ​ໄດ້​ມີ​ຂຶ້ນຫລັງ​ຈາກການ​ຕັດສິນ​ໃຈ ​ໂດຍຊາ​ອຸ​ດີ ອາຣາ​ເບຍ
ບາ​ເຣນ ​ແລະ​ຊູ​ດານ ​ໄດ້​ຕັດ​ຄວາມສຳພັນ​ທາງ​ການ​ທູດ​ກັບອີຣ່ານ ​ໃນ​ຂະນະ​ທີ່ ສະຫະ
ລັດ​ອາຣັບ​ເອ​ເມີເຣັສ ​ໄດ້​ຫລຸດລະດັບ​ຄວາມສຳພັນ​ກັບປະ​ເທດ​ດັ່ງກ່າວ. ທັງສີີ່​ປະ​ເທດ​
ເປັນ​ສະມາຊິກຂອງສັນ​ນິບາດ​ອາຣັບ ຊຶ່ງ​ມີ​ກຳນົດ​ຈະຈັດ​ກອງ​ປະຊຸມ​ພິ​ເສດຂຶ້ນ ​ໃນ​ວັນ
​ອາທິດ​ຈະ​ມາ​ເຖິງ​ນີ້ ​ເພື່ອ​ສົນທະ​ນາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ ລະຫວ່າງຊາ​ອຸ​ດີ​
ແລະ ອີ​ຣ່ານ.

ປະທານາທິບໍດີອີຣ່ານ ທ່ານ Hassan Rouhani ​ໄດ້ຕິຕຽນການ​ຕັດ​ສິນ​ໃຈ​ຂອງຊາ​ອຸ​ດີ
ອາຣາ​ເບຍ ທີ່​ຕັດຄວາມ​ສຳພັນ​ ​ໂດຍ​ກ່າ​ວວ່າ ນັ້ນ​ບໍ່​ສາມາດ​ທີ່​ຈະ​ປົກ​ປິດ “ການ​ກະທຳ​ຜິດ”
ຂອງ​ຕົນ ​ໃນ​ການ​ປະຫານ​ຊີວິດ Sheikh Nimr al-Nimr. ລັດຖະບານ​ຊາ​ອຸ​ດີ ໄດ້​ປະກາດ​
ກ່ຽວ​ກັບການ​ປະຫານ​ຊີວິດ​ Sheikh Nimr ໃນ​ວັນ​ທີ 2 ​ມັງກອນຜ່ານ​ມາ ພ້ອມ​ດ້ວຍນັກ
​ໂທດ​ອື່ນໆ​ອີກ 46 ຄົນທີ່​ພົວພັນ​ກັບ​ການ​ກໍ່​ການ​ຮ້າຍ. Sheikh Nimr ເປັນ​ຜູ້​ກ້າຕິຕຽນ
ກະສັດ​ຊາ​ອຸ​ດີ.

ສະພາ​ຄວາມ​ໝັ້ນຄົງ ສະຫະປະຊາ​ຊາດ ​ໄດ້​ອອກ​ຖະ​ແຫລ​ງການ​ໃນ​ວັນຈັນ​ວານ​ນີ້
ປະນາມ​ການ​ໂຈມ​ຕີ​ສະຖານທູດຊາ​ອຸ​ດີ ແລະ​ໄດ້​ຮຽກຮ້ອງ​ໃຫ້​ອີຣ່ານນັບຖືພັນ​ທະ​ສາກົນ​
ຂອງ​ຕົນ ໃນ​ການ​ປ້ອງ​ກັນ​ຊັບສົມບັດ​ການ​ທູດ ​ແລະ​ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ​ຈົ່ງສືບ​ຕໍ່ “​
ສົນທະນາຫາລື​ກັນ ​ແລະ​ເອົາ​ບາດກ້າວ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງຢູ່​ໃນຂົງ​ເຂດ.”

Tensions in Middle East Heat Up as Saudi Arabia, Iran Cut Diplomatic Ties
please wait

No media source currently available

0:00 0:01:41 0:00

XS
SM
MD
LG