ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກນັກລົບເຄີດ ແລະພວກກຸ່ມລັດອິສລາມ ສືບຕໍ່ການສູ້ລົບ ທີ່ເມືອງ Kobani


ພວກ​ນັກ​ລົບ​ເຄີ​ດ ​ແລະ​ພວກ​ຫົວຮຸນ​ແຮງ​ລັດອິສລາມ ສືບ​ຕໍ່​
ການ​ສູ້​ລົບ ​ຢູ່​ເມືອງ Kobani ​ພາກ​ເໜືອຂອງ​ຊີເຣຍ.

​ແປວ​ຄວັນໄຟ ສາມາດມອງ​ເຫັນ​ໄດ້ໃນ​ວັນ​ອັງຄານ​ມື້​ນີ້ ຈາກ
ຟາກຊາຍ​ແດນ​ໃນ​ເທິ​ກີ ​ໃນ​ຂະນະ​ທີ່​ສອງ​ຝ່າຍປະ​ທະ​ກັນ​ອີກ
​ໃນ​ການ​ສູ້​ລົບ​ທີ່​ດຳ​ເນີ​ນມາເປັນ​ເ​ວລາ ຫລາຍ​ອາທິດ​ແລ້ວ ທີ່​
ໄດ້​ດຶງດູດ​ເອົານາໆ​ຊາດ ​ເຂົ້າໄປ​ຊ່ວຍພວກ​ນັກ​ລົບ​ເຄີ​ດ ຕ້ານ
ຢັນການ​ພະຍາຍາມຂອງ​ພວກ​ລັດ​ອິສລາມ ​ເພື່ອ​ຍຶດ​ເອົາ​
ເມືອງດັ່ງກ່າວນັ້ນ.

ຫ້ອງການ​ສິ້​ງຊອມ​ສິດທິ​ມະນຸດ ຊີເຣຍ ທີ່​ຕັ້ງ​ຢູ່​ອັງກິດ ກ່າວ​ວ່າ
​ເຮືອບິນ​ລົບ​ຈາກ ກຳລັງ​ປະ​ສົມ ທີ່​ນຳພາ​ໂດຍສະຫະລັດ ກໍໄດ້​ທຳ​ການໂຈມ​ຕີ​ທາງ​ອາກາດ
ໃໝ່ອີກຢູ່​ໃນ​ຂົງ​ເຂດນັ້ນໃນ​ວັນ​ອັງຄານ​ມື້​ນີ້ ທີ່​ແນໃສ່ ກຸ່ມລັດ​ອິສລາມ.

​ໃນ​ວັນ​ຈັນ​ວານ​ນີ້ ​ເຮືອບິນ​ຂອງສະຫະລັດໄດ້​ເອົາ​ເຄື່ອງອຸບປະກອນ​ ອາວຸດ ລູກປືນ ​ແລະ
​ສຳພາລະ​ທາງ​ການ​ແພດ ​ທີ່​ຈັດໃຫ້ໂດ​ຍບັນດາ​ເຈົ້າ​ໜ້າ​ທີ່​ເຄີ​ດ​ໃນ​ອີຣັກ ​ໄປ​ຖິ້ມ​ລົງໃຫ້​ນັກ
​ລົບ​ເຄີ​ດ ຢູ່​ໃນ​ເມືອງ Kobani.

​ເທີ​ກີ ກໍກ່າວ​ວ່າ ຕົນ​ກຳລັງຊ່ວຍ​ຊາວເຄີດອີຣັກ​ ​ໃຫ້ຂ້າມ​ເຂົ້າ​ໄປໃນ ຊີເຣຍ ​ເພື່ອ​ຊ່ວຍສູ້​
ລົບ​ຢູ່​ທີ່​ນັ້ນ.

Kobani Refugees Welcome, Turkey Criticizes, US Airdrop
please wait

No media source currently available

0:00 0:02:18 0:00

XS
SM
MD
LG