ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ເທີກີ ກ່າວວ່າ ກອງທັບ ຊີເຣຍເສລີ ຈະຊ່ອຍ ຊາວເຄີດ ປ້ອງກັນ ເມືອງໂກບານີ


ISLAMIC STATE SOTVO
please wait
Embed

No media source currently available

0:00 0:00:31 0:00

ປະທານາທິບໍດີເທີກີ ກ່າວວ່າ ພວກນັກລົບຊີເຣຍ ເຊື້ອສາຍເຄີດ
ແລະກອງທັບຊີເຣຍເສລີ ຈະໂຮມກຳລັງກັນ ເພື່ອປ້ອງກັນເມືອງ
ໂກບານີຊຶ່ງເປັນຫົວເມືອງຊາຍແດນຂອງຊີເຣຍບໍ່ໃຫ້ພວກຫົວຮຸນ ແຮງລັດອິສລາມເຂົ້າຄວບຄຸມ.

ທ່ານ Recep Tayyip Erdogan ທີ່ໄດ້ຕົກລົງອະນຸຍາດໃຫ້ພວກ
ຕໍ່ຕ້ານລັດຖະບານຊີເຣຍເດີນທາງຜ່ານປະເທດຂອງທ່ານໄດ້ນັ້ນ
ກ່າວໃນວັນສຸກວານນີ້ວ່າ ຂໍ້ຕົກລົງທີ່ໄດ້ບັນລຸກັນນີ້ ຈະອະນຸຍາດ ໃຫ້ພວກຕໍ່ຕ້ານລັດຖະບານຊີເຣຍທີ່ນິຍົມແນວທາງປານກາງເດີນ ທາງຜ່ານໄປຍັງເມືອງໂກບານີ ທີ່ພວມຖືກປິດລ້ອມຢູ່ ໃນເວລານີ້.

ແຕ່ແນວໃດກໍຕາມ ຜູ້ນຳພັກການເມືອງທີ່ສຳຄັນຄົນນຶ່ງຂອງຊາວເຄີດກ່າວຕໍ່ອົງການຂ່າວ ຣອຍເຕີ້ວ່າ ຍັງບໍ່ທັນຕົກລົງກັນໄດ້ເທື່ອ. ລາຍງານທີ່ອ້າງຄຳເວົ້າຂອງຜູ້ນຳຊາວເຄີດທ່ານ Saleh Moslem ກ່າວວ່າ ການຕິດຕໍ່ລະຫວ່າງກຸ່ມທັງສອງໄດ້ມີການຈັດຕັ້ງກັນແລ້ວ ແຕ່
ຍັງບໍ່ທັນບັນລຸການຕົກລົງກັນເທື່ອ.

ພວກນັກລົບຊາວເຄີດພວມທຳການສູ້ລົບເປັນເດືອນທີ 2 ເພື່ອປ້ອງກັນບໍ່ໃຫ້ເມືອງໂກບານີ ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ Ayn al-Arab ນັ້ນຕົກຢູ່ໃນກຳມືຂອງພວກຫົວຮຸນແຮງລັດອິສລາມ.

ອັງກາຣາ ໄດ້ຖືກແກ່ດຶງໃຫ້ເຂົ້າມາພົວພັນ ໃນການດຳເນີນຄວາມພະຍາຍາມຕ້ານກຸ່ມລັດ ອິສລາມ ຫລັງຈາກພວກຫົວຮຸນແຮງຈັດກຸ່ມນີ້ ໄດ້ເປີດສາກບຸກໂຈມຕີຫ່າງຈາກຊາຍແດນ ເທີກີພຽງບໍ່ເທົ່າໃດຫລັກກິໂລແມັດ ເມື່ອເດືອນກັນຍາຜ່ານມາ.

American Joins Syrian Kurdish Militia Force
please wait

No media source currently available

0:00 0:01:16 0:00

ແຕ່ເທີກີຍັງບໍ່ທັນໄດ້ດຳເນີນການ ທາງທະຫານໃດໆ ແລະຍັງບໍ່ທັນເຂົ້າຮ່ວມ ການໂຈມຕີ ທາງອາກາດຂອງແນວໂຮມຕ້ານກຸ່ມລັດອິສລາມພາຍໃຕ້ການນຳພາຂອງສະຫະລັດເທື່ອ.

ກອງທັບສະຫະລັດ ກ່າວໃນມື້ວັນສຸກວານນີ້ວ່າ ໃນຄືນຜ່ານມາ ເຮືອບິນສະຫະລັດໄດ້ທຳ
ການໂຈມຕີເປົ້າໝາຍຂອງພວກຫົວຮຸນແຮງ ທີ່ເມືອງໂກບານີ 6 ຖ້ຽວ ແລະເປົ້າໝາຍຂອງ ກຸ່ມລັດອິສລາມຢູ່ໃນອີຣັກອີກ 12 ຖ້ຽວ. ເຈົ້າໜ້າທີ່ຝຣັ່ງກ່າວວ່າ ການໂຈມຕີທາງອາກາດ ຂອງຝຣັ່ງ ໄດ້ທຳລາຍສາງເກັບອາວຸດ ຂອງກຸ່ມລັດອິສລາມ ຢູ່ໃນອີຣັກ.

Smugglers Offer Cheap Passage From Turkey to Syria
please wait

No media source currently available

0:00 0:02:52 0:00

XS
SM
MD
LG