ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄີດິດສະຖານ ສະໜອງ ​ບ່ອນພັກ​ພິງ​ໃຫ້​ແກ່​ ຊາວອົບ​ພະຍົບ ອີຣັກ ຫຼາຍພັນຄົນ (ວີດີໂອ)


Kurdistan Provides Refuge to Thousands of Iraq Refugees
please wait

No media source currently available

0:00 0:02:28 0:00

ເບິ່ງວີດີໂອ ເລື້ອງ ເຄີດິດສະຖານ ສະໜອງ ​ບ່ອນພັກ​ພິງ​ໃຫ້​ແກ່​ ຊາວອົບ​ພະຍົບ ອີຣັກ ຫຼາຍພັນຄົນ.

ໃນ​ຊຸມ​ອາທິດ​ຜ່ານມາໝໍ່ໆນີ້ ຊາວ​ອີຣັກຫຼາຍ​ແສນ​ຄົນ ​ໄດ້​ພາກັນ
ຫ​ລົບ​ໜີ ຈາກການ​ໂຈມ​ຕີ​ ຂອງ​ພວກຕໍ່ສູ້ຫົວ​ອິສລາມ. ​ຂົງເຂດ​
Kurdistan ທີ່​ປົກຄອງ​ດ້ວຍ​ຕົນ​ເອງ​ເຄິ່ງນຶ່ງ ຢູ່​ພາກ​ເໜືອຂອງ​
ປະ​ເທດ ​ແມ່ນ​ເປັນ​ສະຖານ​ທີ່ ລີ້​ໄພ​ຂອງ​ພວກ​ເຂົາເຈົ້າ ​ແລະ
ພວກອື່ນໆ ທີ່​ຫລົບໜີ​ສົງຄາມ​ ກາງ​ເມືອງ​ໃນ​ຊີ​ເຣຍ.

ຂ້າຫຼວງ​ໃຫຍ່ຂອງ​ອົງ​ການ​ອົບ​ພະ​ຍົບສະຫະ​ປະຊາ​ຊາດ ​ແລະ​
ອົງການ​ຊ່ວຍ​ເຫຼືອກຸ່ມອື່ນໆ ​ໄດ້​ທຳ​ງານ​ຮ່ວມ​ກັນ​ກັບລັດຖະບານ
​ທ້ອງ​ຖິ່ນ​ຂອງເຂດ Kurdistan ​ເພື່ອ​ຈັດຕັ້ງສູນ​ອົບ​ພະຍົບຂຶ້ນ ​
ທີ່ພວກ​ຫລົບ​ໄພ​ ສາມາດ​ໄປ​ເພິ່ງ​ພາ​ອາໄສຢູ່ ​ແລະ​ໄດ້​ຮັບ​ການ
ປົກ​ປ້ອງ​ ​ໂດຍກອງ​ກຳ​ລັງ​ທະຫານ Peshmerga ​ຂອງອຳນາດ
​ປົກຄອງ Kurdistan​.

ຂ້າຫຼວງ​ໃຫຍ່ອົງ​ການ​ອົບ​ພະ​ຍົບຂອງ​ສະຫະ​ປະຊາ​ຊາດ ທ່ານ Antonio Guterres
ກ່າວ​ວ່າ ຈຳນວນ​ຊາວ​ອົບ​ພະຍົບທີ່​ຫຼັ່ງ​ໄຫຼ​ໜີ​ມານັ້ນ ແມ່ນຫຼວງຫຼາຍຢ່າງ​ໜ້າ​ຕົກ​ໃຈ.

ມີຊາວ​ອົບ​ພະຍົບຫຼາຍພັນ​ຄົນ ​ອາໄສ​ຢູ່​ທີ່ສູນ Khazer ທີ່ສະໜອງ ​ບ່ອນພັກ​ພິງ​ໃຫ້​ແກ່​
ຊາວອົບ​ພະຍົບ ທີ່​ມາຈາກທຸກກຸ່ມ​ສາສະໜາ ​ແລະ​ ທຸກຊົນ​ເຜົ່າ​. ​ຫຼາຍໆ​ຄົນກ່າວວ່າ​ເຂົາ​ເຈົ້າຢາກ​ຢູ່ Kurdistan ຕໍ່​ໄປ​ເລີຍ ​ແຕ່​ພວກ​ອື່ນໆ​ແມ່ນຢາ​ກຢູ່​ໃກ້​ກັບປະຊາ​ຄົມ​ຂອງ​ເຂົາ​ເຈົ້າ.

ທ້າວ Ibrahim Ismael Hassan ​ຊາວ Turq ທີ່ຫລົບໜີ​ໄປຈາກ​ເມືອງ Tal Afar ຂອງ​ອິຣັກ ​ເວົ້າ​ວ່າ:

“ພວກ​ກໍ່​ການ​ຮ້າ​ຍ ຂັບ​ໄລ່​ພວກ​ເຮົາ​ອອກ​ຈາກ Tal Afar ​ໂດຍ​ການວາງ​ລະ​ເບີດ​
ໂຈມ​ຕີ​ຫຼາຍໆ​ບັ້ນ. ພວກ​ເຮົາ​ຢາກ​ໄປ Najab ​ແຕ່​ບໍ່​ມີ​ທາງ​ຈະ​ໄປ​ໄດ້ ​ເພາະວ່າ​
ພວກ​ເຮົາ​ໝົດ​ເງິນ​ແລ້ວ.”

ເບິ່ງວີດີໂອ ອີກເລື້ອງນຶ່ງກ່ຽວກັບ Kurdistan:

Kurdish Peshmerga Force Secures Kirkuk, Its Oil
please wait

No media source currently available

0:00 0:03:12 0:00

XS
SM
MD
LG