ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ຖິ້ມໂທດ ໃສ່ກຸ່ມກະບົດ ຊາວເຄີດ ໃນການໂຈມຕີ ທີ່ຮ້າຍແຮງ ຢູ່ເທີກີ


ຕຳຫຼວດຊອກຫາ ໃນບໍລິເວນ ຫຼັງຈາກການໂຈມຕີ ດ້ວຍລະເບີດ ຢູ່ໃນເມືອງ Mardin ຂອງເທີກີ, ວັນທີ 10 ສິງຫາ 2016.
ຕຳຫຼວດຊອກຫາ ໃນບໍລິເວນ ຫຼັງຈາກການໂຈມຕີ ດ້ວຍລະເບີດ ຢູ່ໃນເມືອງ Mardin ຂອງເທີກີ, ວັນທີ 10 ສິງຫາ 2016.

ບັນດາເຈົ້າໜ້າທີ່ເທີກີ ກ່າວວ່າ ຢ່າງນ້ອຍ 8 ຄົນ ໄດ້ຖືກຂ້າຕາຍ ໃນການໂຈມຕີສອງ​ຄັ້ງ ໂດຍພວກກະບົດຊາວເຄີດ ຢູ່ໃນພາກຕາເວັນອອກສຽງໃຕ້ຂອງເທີກີ. ການໂຈມຕີດ້ວຍ ລະເບີດ ໃນວັນພຸດວານນີ້ ຍັງໄດ້ເຮັດໃຫ້ ອີກຫຼາຍສິບຄົນ ໄດ້ຮັບບາດເຈັບ.

ພວກຕໍ່ຕ້ານລັດຖະບານ ຂອງພັກກຳມະກອນຊາວເຄີດ ຫຼື PKK ໄດ້ບີບຂະນວນລະເບີດ ທີ່ວາງໄວ້ຢູ່​ແຄມທາງ ໃນເມືອງ Kiziltepe ຂອງແຂວງ Mardin ຊຶ່ງໄດ້ສັງຫານ 3 ຄົນ ແລະເຮັດໃຫ້ ຢ່າງໜ້ອຍ 25 ຄົນ ບາດເຈັບ ລວມທັງ ເດັກນ້ອຍ 5 ຄົນ.

ໃນຂະນະດຽວກັນ ລົດລະເບີດຄັນໜຶ່ງ ທີ່ແນໃສ່ຕຳຫຼວດ ຢູ່ໃນເຂດ ປະຫວັດສາດ ຂອງ ເມືອງ Diyarbakir ໄດ້ສັງຫານພົນລະເຮືອນ ຢ່າງນ້ອຍ 5 ຄົນ ແລະ 12 ຄົນ ໄດ້ຮັບ ບາດເຈັບ.

ພາບຖ່າຍ ຈາກວີດີໂອ ສະແດງໃຫ້ເຫັນ ພວກລົດສຸກເສີນ ລຽນແຖວກັນ ຢູ່ຈູດເກີດເຫດລະເບີດແຕກ ໃນເມືອງ Kiziltepe ຂອງເທີກີ, ວັນທີ 10 ສິງຫາ 2016.
ພາບຖ່າຍ ຈາກວີດີໂອ ສະແດງໃຫ້ເຫັນ ພວກລົດສຸກເສີນ ລຽນແຖວກັນ ຢູ່ຈູດເກີດເຫດລະເບີດແຕກ ໃນເມືອງ Kiziltepe ຂອງເທີກີ, ວັນທີ 10 ສິງຫາ 2016.

ການໂຈມຕີດ້ວຍລະເບີດທັງສອງຄັ້ງ ໄດ້ແນເປົ້າໝາຍໃສ່ ພວກລົດຕຳຫຼວດ ທີ່ຂັບຜ່ານ ໄປ ແຕ່ໃນທີ່ສຸດໄດ້ສັງຫານພວກພົນລະເຮືອນເປັນສ່ວນໃຫຍ່.

ການໂຈມຕີດ້ວຍລະເບີດ ໄດ້ເກີດຂຶ້ນສອງສາມຊົ່ວໂມງ ຫຼັງຈາກການໂຈມຕີກ່ອນໜ້ານີ້ ຍັງໄດ້ຖືກຖິ້ມໂທດໃສ່ ພວກກຸ່ມ PKK ທີ່ໄດ້ສັງຫານ ທະຫານ 4 ຄົນ ແລະ ອີກ 9 ຄົນ ຢູ່ໃກ້ກັບຊາຍແດນຕິດກັບອີຣັກ.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ash Carter ໄດ້ສະແດງຄວາມເສົ້າສະ ລົດໃຈ ແກ່ພວກຄົນເຄາະຮ້າຍ ​ໃນການໂຈມຕີດັ່ງກ່າວ ໃນຖະແຫລງການສະບັບໜຶ່ງ ໂດຍກ່າວວ່າ ວໍຊິງຕັນເປັນນ້ຳໜຶ່ງໃຈດຽວກັບເທີກີ ໃນການຕໍ່ສູ້ການເຄື່ອນໄຫວ ກໍ່ ການຮ້າຍ. ທັງສອງປະເທດ ພິຈາລະນາວ່າ ພວກກຸ່ມ PKK ເປັນອົງການກໍ່ການຮ້າຍ.

ທ່ານ Carter ໄດ້ກ່າວວ່າ “ພວກເຮົາຢືນຄຽງບ່າຄຽງໄຫລ່ ກັບຊາວເທີກີ ທີ່ເປັນພັນ ທະມິດ ຂອງພວກເຮົາ ໃນການກ່າວປະນາມການໂຈມຕີທີ່ໂຫດຮ້າຍເຫຼົ່ານັ້ນ ຊຶ່ງ ປາກົດວ່າ ເປັນການແນເປົ້າໝາຍໃສ່ພະນັກງານຮັກສາຄວາມປອດໄພ. ສະຫະລັດ ຍັງໄດ້ໝັ້ນໝາຍ ທີ່ຈະຮ່ວມມືຢ່າງໃກ້ຊິດ ກັບເທີກີ” ທັງໃນການຕໍ່ສູ້ຕ້ານ ກຸ່ມຫົວຮຸນ ແຮງຈັດ ລັດອິສລາມ ຂອງກຸ່ມແນວໂຮມຂອງບັນດາປະເທດ ຢູ່ໃນຂົງເຂດ ແລະ ພາຍ ໃນພັນທະມິດ ອົງການ NATO ນຳດ້ວຍ.

ນັບ​ແຕ່​ຄວາມ​ຮຸນ​ແຮງ​ກັບ​ກຸ່ມ PKK ​ໄດ້​ເລີ້ມຄືນ​ອີກ​ໃນ​ປີ​ກາຍ​ນີ້ ມີ​ເຈົ້າໜ້າ​ທີ່​ຮັກສາ​ ຄວາມ​ປອດ​ໄພ​ຫລາຍ​ກວ່າ 600 ຄົນ​ໄດ້​ເສຍ​ຊີວິດ ​ແລະພວກ​ຫົວ​ຮຸນ​ແຮງ PKK ຫຼາຍ ​ພັນຄົນ​ຖືກຂ້າ​ຕາຍ ອີງ​ຕາມ​ອົງການ​ຂ່າວ Anodolu ຂອງ​ທາງ​ການ​ເທີກີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Turkey Attacks
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG