ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳລັງຂອງຊາວເຄີດ Peshmerga ເລີ່ມຕົ້ນ ບຸກເຂົ້າຍຶດເອົາເມືອງ Bashiqa


ພວກທະຫານຊາວເຄີດ Peshmerga ຍິງປືນໃຫຍ່ເຂົ້າໃສ່ ທີ່ໝັ້ນຂອງພວກລັດອິສລາມ ໃນເມືອງ Bashiqa, ທາງກ້ຳ
ຕາເວັນອອກຂອງເມືອງ Mosul ຂອງອີຣັກ, ວັນທີ 7 ພະຈິກ 2016.
ພວກທະຫານຊາວເຄີດ Peshmerga ຍິງປືນໃຫຍ່ເຂົ້າໃສ່ ທີ່ໝັ້ນຂອງພວກລັດອິສລາມ ໃນເມືອງ Bashiqa, ທາງກ້ຳ ຕາເວັນອອກຂອງເມືອງ Mosul ຂອງອີຣັກ, ວັນທີ 7 ພະຈິກ 2016.

ກອງກຳລັງຂອງຊາວ ເຄີດ ໃນ ອີຣັກ ໄດ້ເປີດສາກບຸກໂຈມຕີໃນວັນຈັນມື້ນີ້ ເພື່ອຍຶດເອົາ ເມືອງ Bashiqa ຄືນ ຈາກພວກນັກຮົບລັດອິສລາມ. ກອງກຳລັງຊາວ ເຄີດ Peshmerga ໄດ້ປິດລ້ອມເມືອງດັ່ງກ່າວ ມາໄດ້ຫຼາຍສັບປະດາແລ້ວ ກ່ອນການໂຈມຕີນີ້.

ພົນໂທກອງກຳລັງ Peshmerga ທ່ານ Safeen Rasoon, ໄດ້ກ່າວຕໍ່ອົງການຂ່າວ Reuters ວ່າ ໄດ້ມີການຄາດໝາຍ ວ່າ “ພວກນັກຮົບ IS ປະມານ 100 ຄົນ ແມ່ນຢູ່
ໃນ”
ເມືອງ Bashiqa.

ມີການໂຈມຕີດ້ວຍປືນໃຫຍ່ ແລະ ການໂຈມຕີທາງອາກາດໃນວັນອາທິດວານນີ້ ແລະ ໄດ້ດຳເນີນການໂຈມຕີຕໍ່ໃນຕອນເຊົ້າຂອງວັນຈັນມື້ນີ້.

ເມືອງດັ່ງກ່າວຕັ້ງຢູ່ປະມານ 13 ກິໂລແມັດ ທາງພາກຕາເວັນອອກສຽງເໜືອຂອງເມືອງ Mosul, ເຊິ່ງເປັນເມືອງທີ່ໃຫຍ່ທີ່ສຸດໃນ ອີຣັກ ທີ່ຍັງຖືກຄວບຄຸມໂດຍກຸ່ມລັດອິສລາມຢູ່.

ກອງກຳລັງລັດຖະບານ ອີຣັກ, ພ້ອມກັບກອງກຳລັງ Peshmerga, ໄດ້ເລີ່ມບຸກໂຈມຕີ ເພື່ອຍຶດເອົາເມືອງ Mosul ເມື່ອສາມສັບປະທານຜ່ານມາ. ກອງທັບ ອີຣັກ ໄດ້ບຸກເຂົ້າ ເຂດຊາຍແດນຂອງເມືອງ ໃນສັບປະດາແລ້ວນີ້, ແຕ່ການຕໍ່ສູ້ໄດ້ຊັກຊ້າລົງ ໃນຂະນະທີ່ ການຕໍ່ສູ້ກັນໄດ້ເລີ່ມຂຶ້ນ ໃນພາກສ່ວນທີ່ມີປະຊາກອນ ອາໄສຢູ່ຢ່າງໜາແໜ້ນ ຂອງ
ເມືອງ Mosul.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG