ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັນທະມິດ ສຫລ ເລີ້ມໂຈມຕີ ເພື່ອປົດປ່ອຍ ເມືອງ Raqqa


ພວກທະຫານ ທີ່ເຂົ້າຮ່ວມ ການໂຈມຕີເພື່ອປົດປ່ອຍ ເມືອງ Raqqa ໃນຊີເຣຍ.
ພວກທະຫານ ທີ່ເຂົ້າຮ່ວມ ການໂຈມຕີເພື່ອປົດປ່ອຍ ເມືອງ Raqqa ໃນຊີເຣຍ.

ກອງ​ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ ຫຼື SDF ພາຍ​ໃຕ້​ການ​ນຳພາ​ຂອງ​ຊາວ​ເຄີ​ດ ​ເປີດ​ສາກ ບຸກ​ໂຈມ​ຕີ​ເພື່ອ​ເຂົ້າຍຶດ​ເອົາ​ບໍລິ​ເວນ​ທີ່ຢູ່​ທາງ​ເໜືອ​ຂອງ​ເມືອງ Raqqa ຊຶ່ງໃນຄວາມ​ເປັນ​ຈິງ​ແລ້ວ​ແມ່ນ​ເມືອງ​ຫຼວງຂອງ​ກຸ່ມ​ລັດ​ອິສລາມ​ໃນ​ຊີ​ເຣຍ ​ໂດຍ​ມີ​ຈຸດປະສົງ​ແນ​ໃສ່​ເພື່ອ​ປົດ​ປ່ອຍ​ເມືອງ​ດັ່ງກ່າວ​ໃນ​ທີ່​ສຸດ​.

ກຸ່ມ​ພັນທະ​ມິດ​ຂອງ​ສະຫະລັດ ໄດ້​ປະກາດ​ຢູ່​ໃນ​ຖະ​ແຫຼງຂ່າວ​ທາງ​ວີ​ດີ​ໂອທີ່​ນຳອອກ​ເຜີຍ​ແຜ່​ທາງ​ອິນ​ເຕີ​ແນັດ​ໃນ​ວັນ​ອັງຄານ​ວານ​ນີ້. ພວກ​ເຮົາພວມ​ເປີດ​ສາກ​ເລີ້ມບຸກ​ໂຈມ​ຕີ​ໂດຍ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ ຈາກ​ກຳລັງ​ແນວ​ໂຮມ ພາຍ​ໃຕ້​ການນຳພາ​ຂອງ​ສະຫະລັດ ຢູ່​ທາງ​ເໜືອຂອງ​ເມືອງ Raqqa ນັ້ນຄື​ຄຳ​ເວົ້າຂອງ​ທ່ານນາງ Rojda Felat ຜູ້​ບັນຊາ​ການ​ຍິງ​ຂອງ​ກຳລັງ​ຊາວ​ເຄີ​ດ.

​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ ຂອງ​ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ ກ່າວຕໍ່​ວີ​ໂອ​ເອວ່າ ກຳລັງ ຂອງ​ພວກ​ທ່ານ​ພວມ​ບຸກ​ເຂົ້າ​ໄປ​ຈາກ​ 3 ທາງ​ດ້ວຍ​ກັນ. ທ່ານ​ກ່າວ​ຕື່ມ​ວ່າ ​ໄດ້​ມີ​ການ​ນຳ​ໃຊ້ລົດ​ຖັງ​ແລະອາວຸດ​ໜັກ​ອື່ນໆ​ຂອງ​ຊາວເຄີ​ດນຳ​ດ້ວຍ.

ແຜນທີ່ ເມືອງ Raqqa ໃນປະເທດຊີເຣຍ
ແຜນທີ່ ເມືອງ Raqqa ໃນປະເທດຊີເຣຍ

ພັນ​ເອກ Steve Warren ​ໂຄສົກ​ຂອງ​ກຳລັງ​ປະສົມ ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະ ລັດທີ່​ພວມ​ສູ້​ລົບ​ກັບ​ກຸ່ມ​ລັດ​ອິສລາມກ່າວ​ວ່າ ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ​ໄດ້​ປະກາດ ​ວ່າເຂົາ​ເຈົ້າເລີ້ມການ​ປະຕິບັດ​ງານ ​ເພື່ອ​ປົດ​ປ່ອຍ​ເຂດ​ຊົນນະບົດ​ ທີ່ຢູ່​ທາງ​ເໜືອ​ຂອງ ເມືອງ Raqqa. ພວກ​ເຮົາ​ແມ່ນ​ໄດ້​ເພັ່ງ​ເລັງ ​ສ​ະ​ເໝີ​ມາ ​ທີ່​ຈະ​ຂັບ​ໄລ່ ກຸ່ມ​ລັດ​ອິສລາມ ອອກຈາກ​ເມືອງ Raqqa ​ແລະ​ພວກ​ເຮົາ​ຈະ​ສືບ​ຕໍ່ໃຫ້ການ​ສະໜັບສະ​ໜຸນ​ແກ່​ກຳລັງ ​ປະຊາທິປະ​ໄຕຊີ​ເຣຍ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເລີ້ມບຸຸກ​ໂຈມ​ຕີ​ທາງ​ພາກ​ພື້ນດິນ​ເພື່ອ​ສ້າງ​ຄວາມ​ໂດດດ່ຽວ​ເພີ້ມຕື່ມ​ໃຫ້​ແກ່​ເມືອງ​ດັ່ງກ່າວ.

ທະຫານ ທີ່ເຂົ້າຮ່ວມ ການປະຕິບັດງານ ເພື່ອປົດປ່ອຍເມືອງ Raqqa ໃນປະເທດຊີເຣຍ Syria.
ທະຫານ ທີ່ເຂົ້າຮ່ວມ ການປະຕິບັດງານ ເພື່ອປົດປ່ອຍເມືອງ Raqqa ໃນປະເທດຊີເຣຍ Syria.

ຜູ້​ບັນຊາ​ການ​ຄົນ​ນຶ່ງ​ຂອງ​ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ ກ່າວ​ກ່ອນ​ໜ້ານີ້ວ່າ ທະຫານກຳ ລັງແນວໂຮມຈະ​ທຳ​ການ​ສູ້​ລົບ​ຮ່ວມ​ກັບ​ກຳລັງ​ SDF ​ແຕ່​ທ່ານ Warren ບໍ່​ໄດ້​ໃຫ້​ຄວາມ ເຫັນ​ໃດໆ​ກ່ຽວ​ກັບ​ບົດບາດ​ທີ່​ສະ​ເພາະ​ເຈາະ​ຈົງ​ຂອງ​ກຳລັງແນວໂຮມ.

ດັ່ງ​ທີ່​ພວກ​ທ່ານ​ຮູ້ ພວກ​ເຮົາ​ບໍ່​ເວົ້າ​ເຖິງ ​ການ​ປະຕິບັດ​ງານໃດໆ​ຂອງ​ກຳລັງ​ພິ​ເສດ ທ່ານ Warren ກ່າວ​.

ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ກ່າວ​ໃນ​ລະຫວ່າງການ​ ໄປຢ້ຽມຢາມ​ອຸສ​ເບັກ​ກິ​ສຖານ​ວ່າ​ ມົສກູພ້ອມ​ແລ້ວ​ທີ່​ຈະ​ປະສານ​ງານກັບ​ຊາວ​ເຄີ​ດ​ແລະ​ກຳລັງ​ແນວໂຮມພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດເພື່ອ​ປົດປອ່ຍເມືອງ Raqqa. ​ແຕ່​ແນວ​ໃດ​ກໍ​ຕາມ ສະຫະລັດ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ ກ່ຽວ​ກັບໂອກາດໃນ​ການ​ດຳ​ເນີນ​ງານ​ຮ່ວມ​ກັນລະຫວ່າງ​ສະຫະລັດ​ແລະ​ຣັດ​ເຊຍ​ທີ່​ເມືອງ Raqqa.

ທ່ານ Warren ​ໄດ້​ປະຕິ​ເສດ​ຕໍ່​ຄວາມ​ຄິດ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ທີ່​ຈະ ມີ​ການ​ຮ່ວມ​ມື​ກັບຣັດ​ເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG