ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລູກ​ເຂີຍ ​ຂອງທ່ານທຣໍາ ກໍາລັງ​ຖື​ກ ອົງການ FBI ສືບ​ສວນ


ທ່ານ Jared Kushner ລູກ​ເຂີຍ​ຂອງທ່ານ ​ດໍ​​ໂນ​ລ ທຣໍາ ແລະພັນລະຍາ ຍານາງ Ivanka Trump ທີ່ສະໜາມຫຍ້າ ຂອງພະລາຊະວັງ ໃນຊາອູດິ ອາຣາເບຍ
ທ່ານ Jared Kushner ລູກ​ເຂີຍ​ຂອງທ່ານ ​ດໍ​​ໂນ​ລ ທຣໍາ ແລະພັນລະຍາ ຍານາງ Ivanka Trump ທີ່ສະໜາມຫຍ້າ ຂອງພະລາຊະວັງ ໃນຊາອູດິ ອາຣາເບຍ

ໜັງສື​ພິມ Washington Post ​ແລະອົງການ​ຂ່າວ NBC ລາຍ​ງານ​ໃນ​ວັນ​ພະຫັດ​
ວານ​ນີ້ວ່າ ທ່ານ Jared Kushner ລູກ​ເຂີຍ​ຂອງທ່ານ​ດໍໂນ​ລທຣໍາ, ປະທານາທິບໍດີ
ສະຫະລັດ ​ກໍາລັງ​ຖື​ກຫ້ອງການ​ສືບ​ລັບ​ຂອງ​ລັດຖະບານ​ກາງ ຫລື FBI ສືບ​ສວນ
​ໃນ​ຂະນະ​ທີ່​ຫ້ອງການ​ດັ່ງກ່າວ ​ທໍາ​ການ​ສອບ​ສວນເບິ່ງ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ມີ​ການ
​ສົມຮູ້​ຮ່ວມ​ຄິດ​ກັນ​ບໍ່ ລະຫວ່າງ ຄະນະ​ໂຄສະນາ​ຫາ​ສຽງຂອງທ່ານ​ທຣໍາ ​ແລະຣັດ​ເຊຍ.

ການ​ທີ່ FBI ເພັ່ງ​ເລັງ​ໃສ່ທ່ານ Kushner ບໍ່​ໄດ້ໝາຍຄວາມ​ວ່າ ​ທ່ານ​ເປັນ​ຜູ້​ຕ້ອງ​ສົງ​ໄສ
ໃນການ​ກະທໍາ​ຜິດ​ສະ​ເໝີ​ໄປ ​ແລະ​ກໍ​ບໍ່​ໄດ້​ມີ​ຄວາມໝາຍວ່າ ທ່ານ​ໄດ້​ຖືກ​ພິຈາລະນາວ່າ​
ເປັນຄົນ​ນຶ່ງ​ທີ່​ຖືກສອບ​ສວນ​ ກ່ຽວກັບຣັດ​ເຊຍ ​ໃນກອບ​ທີ່​ກວ້າງໆກວ່າ​ນັ້ນ ​ເຊັ່ນ​ກັນ.

ໜັງສື​ພິມ Washington Post ລາຍ​ງານ​ວ່າ ພວກ​ສືບສວນ​ກໍາລັງ​ກວດ​ເບິ່ງ​ການ​ພົບ
​ປະ​ກັນ​ທີ່​ທ່ານ Kushner ​ໄດ້​ພົບ​ກັບທ່ານ Sergey Kislyak ​ເອກ​ອັກຄະ​ລັດຖະທູດ
ຂອງຣັດ​ເຊຍ ​ແລະ​ຜູ້​ບໍລິຫານ​ທະນາຄານ​ຄົນນຶ່ງຂອງຣັດ​ເຊຍ ​ໃນ​ທ້າຍປີ​ກາຍ​ນີ້ ​ໃນ​
ໄລຍະ​ທີ່​ມີ​ການໂອ​ນອໍານາດຂອງ​ປະທານາທິບໍດີ.

ໜັງສື​ພິມ Washington Post ລາຍ​ງານ​ໃນອາທິດ​ແລ້ວນີ້​ວ່າ ​ເຈົ້າໜ້າທີ່​ຂັ້ນສູງໃນທໍານຽບຂາວທ່ານ​ນຶ່ງ​ທີ່​ມີ​ຄວາມ​ໃກ້​ສິດ​ກັບ​ປະທານາທິບໍ​ດີ​ແມ່ນ​ຈຸດ​ເພັ່ງ​ເລັງ​ສໍາ​
ຄັນ​ຂອງ​ຜູ້​ທີ່​ກ່ຽວຂ້ອງ​ກັບ​ການ​ສືບສວນ ແຕ່​ວ່າ ​ຕອນ​ນັ້ນ ​ບໍ່​ໄດ້​ເວົ້າ​ຊື່ວ່າ​ແມ່ນທ່ານ
Kushner.

ການ​ເປີ​ດ​ເຜີຍ​ຊື່​ຄັ້ງຫລ້າ​ສຸດ​ໄດ້​ມີ​ຂຶ້ນ​ ພາຍຫລັງ​ທີ່​ທ່ານທຣໍາ ​ໄດ້​ປົດທ່ານ James
Comey ຫົວໜ້າ FBI ທີ່​ເປັນ​ຜູ້​ຮັບຜິດຊອບການ​ສືບສວນ​ນັ້ນ ອອກ​ຈາກ​ຕໍາ​ແໜ່ງ​
ຢ່າງ​ກະທັນຫັນ​ ​ໄດ້​ສອງ​ອາທິດ​ແລ້ວ.

​ໃນ​ອາທິດ​ແລ້ວນີ້ ຮອງ​ລັດຖະມົນຕີກະຊວງ​ຍຸດຕິ​ທໍາ ທ່ານ Rod Rosenstein ​ໄດ້
ແຕ່ງຕັ້ງທ່ານ Robert Mueller ອະດີດ​ຫົວໜ້າອົງການ FBI ​ໃຫ້​ເປັນໄອ​ຍະ​ການພິ
​ເສດ ​ຮັບ ຜິດຊອບ​ໃນ​ການ​ສືບສວນ​ດັ່ງກ່າວ. ນອກຈາກ​ນັ້ນ ຢ່າງໜ້ອຍມີ​ຄະນະ​ກໍາ
ມະການ ລັດຖະສະພາສີ່​ຄະນະ ກໍາລັງ​ດໍາ​ເນີນ​ການ​ສືບສວນ​ຂອງ​ຕົນ​ເອງ​ ເປັນ​ການ
​ຕ່າງຫາກ.

ທ່ານ​ທຣໍາ ​ໄດ້​ປະຕິ​ເສດ​ຄັ້ງ​ແລ້ວ​ຄັ້ງ​ເຫລົ່າ​ວ່າ ​ບໍ່ມີ​ການ​ສົມຮູ້​ຮ່ວມ​ຄິດ​ໃດໆລະຫວ່າງ
ຄະນະ​ໂຄສະນາ​ຫາ​ສຽງຂອງທ່ານ ​ແລະ​ວັງ Kremlin, ທ່າມກາງ​ການ​ກ່າວ​ຫາຈາກ
ໜ່ວຍສືບ​ລັບ​ສະຫະລັດ​ວ່າ ປະທານາທິບໍດີ Vladimir Putin ຂອງຣັດ​ເຊຍ​ໄດ້​ເປັນ
​ຜູ້ວາງ​ແຜນ ​ໃນການ​ໂຄສະນາ​ຫາ​ສຽງ ​ທີ່​ເຮັດ​ໃຫ້ກາ​ນລົງຄະ​ແນນ​ສຽງ​ ເອນອຽງ​ໄປ
​ແລະ​ພາ​ໃຫ້​ພັກຣີພັບ​ບລິ​ກັນ​ໄດ້​ຮັບ​ຄວາມ​ນິຍົມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG