ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູເຄຣນ ກ່າວວ່າ ຣັດເຊຍ ພົວພັນ ກັບການຍິງສັງຫານ ພວກປະທ້ວງ ປີກາຍນີ້


ປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ມອບຫລຽນກ້າຫານ ໃຫ້ແກ່ຍາດຕິພີ່ນ້ອງ ຂອງນັກເຄື່ອນໄຫວຄົນນຶ່ງ.
ປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ມອບຫລຽນກ້າຫານ ໃຫ້ແກ່ຍາດຕິພີ່ນ້ອງ ຂອງນັກເຄື່ອນໄຫວຄົນນຶ່ງ.

ປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ​ໄດ້​ກ່າວ​
ຫາວັງ Kremlin ໃນວັນ​ສຸກ​ວານ​ນີ້​ວ່າ​ພົວພັນ​ໂດຍ​ກົງ​ໃນ​ການ
​ໃຊ້ມື​ປຶ​ນ​ຍິງສັງຫານ ພວກ​ປະ​ທ້ວງ ຕ້ານ​ຣັດ​ເຊຍ ໃນ​ປີ​ກາຍ​ນີ້
ຢູ່​ຈະຕຸ​ລັດ Maidan ​ໃນນະຄອນ Kyiv.

ທ່ານ​ໄດ້​ກ່າວ​ຫາ ​ຢູ່​ໃນວັນ​ຄົບ​ຮອບ​ປີ​ທຳ​ອິດ​ຂອງ​ການຍິງ​ສັງ
ຫານ ​ໂດຍ​ກ່າວ​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ ຢູ​ເຄຣນ ມີ​
ຫລັກ​ຖານ.

ທ່ານ Poroshenko ກ່າວ​ຕໍ່​ບັນດາ​ຍາດຕິ​ພີ່ນ້ອງ​ ຈຳນວນ​ນຶ່ງ​
ຂອງ​ຜູ້​ຖືກ​ສັງ ຫານວ່າ “ພຽງ​ບໍ່​ເທົ່າໃດ​ມື້​ທີ່​ຜ່ານ​ມານີ້ ຫົວໜ້າ​
ຮັກສາຄວາມ​ປອດ​ໄພແຫ່ງ​ຊາດ ​ໄດ້​ບອກຂ້າ​ພະ​ເຈົ້າ​ວ່າ ກຳລັງ​ປະຕິບັດ​ງານ​ພິ​ເສດ ​ໄດ້​
ມອບ​ຫລັກ​ຖານທີ່ວ່າ ຜູ້​ຊ່ວຍ​ປະທານາທິບໍຣັດ​ເຊຍ ທ່ານ Vladishav Surkov ​ໄດ້​ນຳ
ພາ​ຈັດ​ຕັ້ງ​ກຸ່ມ ມື​ປືນ​ຕ່າງ​ດ້າວ ​ຍິງສັງຫານຢູ່​ຈະ​ຕຸ​ລັດ Maidan.”

ກະຊວງ​ຕ່າງປະ​ເທດຣັດ​ເຊຍ ​ຮ້ອງ​ການ​ກ່າວ​ຫາ​ວນີ້​ວ່າ “ບ້າຄັ່ງ” ​ແລະ “​ເສຍ ຈິດ.”

ທຳນຽບຂາວໄດ້ກ່າວ​ອີກໃນ​ວັນ​ສຸກ​ວານ​ນີ້ວ່າ ມົສກູປະ​ເຊິ​ນໜ້າ​ກັບ​ຄວາມເສຍຫາຍຮ້າຍ
ແຮງຕື່ມຂຶ້ນ ​ແລະ​ຖືກ​ໂດດດ່ຽວຫຼາຍ ຖ້າຫາກວ່າ ພວກ​ແບ່ງ​ແຍກ​ດິນ​ແດນທີ່ຣັດ​ເຊຍ​ໜູນ​
ຫລັງ​ ຍັງ​ສືບຕໍ່ລະເມີດການ​ຢຸດ​ຍິງຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່​ໄດ້​ລົງ​ນາມ​ໃນ​ອາ
ທິດ​ແລ້ວນິ້.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ແລະ​ນາຍົກລັດຖະມົນຕີ ​ເຢຍຣະ​ມັນ
ທ່ານ​ນາງ Angela Merkel ຜູ້​ທີ່​ໄດ້​ເຈລະຈາ​ຢຸດ​ຍິງ ​ໄດ້​ພົບ​ປະກັນ​ທີ່​ນະຄອນ​ຫຼວງປາຣີ ​ໃນວັນ​ສຸກ​ວານ​ນີ້ ​ແລະ​ຍັງ​ໄດ້​ເຕືອນ​ເຖິງ​ການ​ລົງ​ໂທດ​ເພີ້​ມຂື້ນ​ອີກ.

ທ່ານ Hollande ​ກ່າວວ່າ ທ່ານເອງແລະທ່ານ​ນາງ Merkel ພາກັນ​ເຊື່ອ​ໝັ້ນ ຂື້ນ​ກວ່າ​ແຕ່
ກ່ອນວ່າ ການ​ຕົກ​ລົງ​ທັງ​ໝົດ​ຕ້ອງ​ໄດ້ມີການຈັດຕັ້ງ​ປະຕິບັດ ຮວມ ທັງ​ການ​ຖອນ​ອາວຸດ​ໜັກ
​ອອກ​ ຂອງ​ທັງ​ສອງ​ຝ່າຍ.

ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​ແລະ​ລັດຖະບານ​ຢູ​ເຄຣນ ຕ່າງກໍກ່າວ​ຫາ​ຊຶ່ງກັນ​
ແລະ​ກັນ​ວ່າ ເປັນຜູ້ລະເມີດ​ການ​ຢຸດ​ຍິງ ຮວ​ມທັງການເຂົ້າຍຶດ​ເອົາ​ເມືອງ Debaltseve ສູນ​
ທາງ​ລົດ​ໄຟ​ທີ່​ສຳຄັນ​ຂອງພວກກະບົດໃນອາທິດນີ້.

​ໂຄສົກ​ທະຫານ​ຢູ​ເຄຣນ ຄົນ​ນຶ່ງ​ກ່າວ​ວ່າ ພວກແບ່ງ​ແຍກ​ດິນ​ແດນນິຍົມຣັດ​ເຊຍ ​ໄດ້​ຍິງປືນ
ໃຫຍ່ໂຈມຕີ​ຊຳ້ແລ້​ວຊຳ້ອີກ​ໃສ່​ທີ່​ຕັ້ງ​ຂອງ​ຢູ​ເຄຣນ ​ໃນຄືນ​ວັນ​ພະຫັດ​ຕໍ່ ໃສ່ວັນ​ສຸກ​ວານ​ນີ້.

ນອກນັ້ໜທ່ານ​ຍັງ​ກ່າວວ່າ ຣັດ​ເຊຍຍັງ​ໄດ້ຂົນອຸບປະກອນທາງ​ທະຫານ ​ເຂົ້າ​ມາ​ໃນຢູ​ເຄຣນ
ຮວມທັງ​ບັນດາ​ລົດຖັງ ໄປໃນ​ທິດ​ທາງ​ເມືອງ Novoazovsk ທີ່​ພວກ​ກະບົດຄວບຄຸມຢູ່ ​ໃກ້
​ກັບ​ເມື​ອງທ່າ Mariupol ນັ້ນ.

UKRAINE CNPK
please wait
Embed

No media source currently available

0:00 0:01:38 0:00

XS
SM
MD
LG