ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຳນຽບຂ່າວ ກ່າວວ່າ ສຫລ ມີໜ້າທີ່ ປົກປ້ອງ ພັນທະມິດ ອົງການ NATO


Moscow Testy Over US Training Plan
please wait

No media source currently available

0:00 0:01:55 0:00

ຊົມວີດີໂອ ລາຍງານນີ້

ທຳນຽບຂາວ​ກ່າວ​ວ່າ ​ແຜນການ​ສົ່ງ​ກຳລັງ​ທະຫານ​ສະຫະລັດ
ໄປ​ພາກ​ຕາ​ເວັນ​ອອກ​ຂອງຢູ​ໂຣບ ​ແລະເຂດ​ທະ​ເລ Baltic
​ແມ່ນຍັງ​ຢູ່ໃນ​ຂັ້ນຕອນການ​ວາງ​ແຜນ​ເບື້ອງ​ຕົ້ນ ​ແລະ ກ່າວ​ວ່າ
ມັນ​ແມ່ນ​ສ່ວນ​ໜຶ່ງ​ຂອງຂໍ້​ບັງຄັບ ທີ່​ມີ​ອາຍຸຫຼາຍ​ສິບ​ປີ ຂອງ
ອົງການ NATO ​ເພື່ອໃຫ້ການປົກ​ປ້ອງ​ບັນດາ​ປະ​ເທດ​ພັນ​ມະ​ມິດ
ໃນຢູ​ໂຣບ.

​ໂຄສົກປະ​ຈຳ​ທຳນຽບຂາວ ທ່ານ Josh Earnest ​ໄດ້​ກ່າວ​ໃນ
​ວັນ​ຈັນ​ວານ​ນີ້ ໃນການໃຫ້ຄວາມເຫັນຢ່າງເປັນການເປີດເຜີຍ
ເທື່ອທຳອິດຂອງ​ລັດຖະບານທ່ານ​ໂອ​ບາ​ມາ ກ່ຽວ​ກັບແຜນການ​
ສົ່ງ​ທະຫານ​ ນັບຕັ້ງ​ແຕ່​ ໄດ້​ມີລາຍ​ງານໃນວັນເສົາແລ້ວນີ້ ໂດຍ​ໜັງສືພິມ New York Times.

ບັນດາປະເທດ ພັນທະມິດ ຢູໂຣບ ໃນອົງການເນໂຕ້ (ສີເຫຼືອງ)

​ໜັງສືພິມດັ່ງກ່າວ ​ໄດ້​ອ້າງ​ຄຳເວົ້າເຈົ້າໜ້າທີ່​ສະຫະ​ລັດ​ ທີ່ບໍ່​ປະສົງ​ອອກ​ຊື່ ທີ່​ໄດ້​ກ່າວ​ວ່າ
​ແຜນການນີ້​ແມ່ນ​ໄດ້ແນ​ເປົ້າ​ໃສ່​ ການ​ໂຕ້​ຕອບ​ການ​ຄຸກ​ຄາມ​ຕໍ່​ໄປ​ຂອງຣັດ​ເຊຍ ຢູ່​ຊາຍ​
ແດນ​ຂອງ​ພວກ​ເຂົາ ຫຼັງ​ຈາກ​ທີ່ມົສກູ ໄດ້​ປະກາດຮວມເອົາແຫຼມຄຣາຍ​ເມຍ ຂອງຢູ​ເຄຣນ
​ເຂົ້າເປັນ​ດິນ​ແດນ​ຂອງ​ຕົນ​ໃນ​ປີ 2014. ​ແຜນການດັ່ງກ່າວ ຖ້າ​ຫາກໄດ້ຮັບການອະນຸມັດ
ກໍຈະມີການສົ່ງອາວຸດ​ຍຸດ​ໂທ​ປະ​ກອນຂອງສະຫະລັດ ​ແລະ ທະຫານ​ຂອງ​ອົງການ NATO
ຫຼາຍ​ເຖິງ 5000 ຄົນ ໄປປະຈຳຢູ່ໃນປະ​ເທດ Estonia Latvia ແລ​ະ Lithuaniaຕະຫລອດທັງ Romania Poland Bulgaria ​ແລະ ບາງທີອາດ​ຈະຮວມທັງ Hungary ນຳດ້ວຍ.

ໃນວັນຈັນວານນີ້ ຣັດເຊຍ ໄດ້ອອກຄຳເຕືອນ ຕໍ່ການສົ່ງທະຫານ ສະຫະລັດ ດັ່ງກ່າວນັ້ນ. ການຖະແຫຼງການຂອງ ກະຊວງຕ່າງປະເທດ ຣັດເຊຍ ກ່າວວ່າ ການເຄື່ອນໄຫວດັ່ງກ່າວ ອາດຈະກໍ່ໃຫ້ເກີດ ການ ປະເຊີນໜ້າທາງດ້ານທະຫານ ຊຶ່ງຈະສົ່ງ “ຜົນຕິດຕາມມາ ທີ່ເປັນອັນຕະລາຍໄດ້.”

The White House says a U.S. plan to deploy forces in eastern Europe and the Baltics is still in its early planning stages, and says it is part of a decades-old NATO mandate to protect European allies.

White House spokesman Josh Earnest spoke Monday, in the Obama administration's first public comments on the deployment plan since it was first reported Saturday in the New York Times.

The Times quoted unnamed U.S. officials who said the plan was aimed at countering further Russian aggression on its borders, after Moscow's 2014 annexation of Ukraine's Crimea Peninsula.The plan, if approved, would position U.S. armor and as many as 5,000 troops in the NATO states of Estonia, Latvia and Lithuania, as well as Romania, Poland, Bulgaria and possibly Hungary.

Russia on Monday warned against any such U.S. deployment.A Russian Foreign Ministry statement said such a move could provoke a military confrontation with "dangerous consequences."

XS
SM
MD
LG