ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫລີໃຕ້ ຕົກລົງ ເຈລະຈາ ກັບເກົາຫລີເໜືອ (ວີດິໂອ)


ທ່ານ Ryoo Kihl-jae ລັດຖະມົນຕີ ກະຊວງທ້ອນໂຮມຊາດຂອງກຸງໂຊລ ເຜີຍແຜ່ຖະແຫລງການຂອງລັດຖະບານໃນກອງປະຊຸມຖະແຫລງຂ່າວ ທີ່ກຸງໂຊລ ໃນວັນທີ 26 ເມສາ 2013.
ທ່ານ Ryoo Kihl-jae ລັດຖະມົນຕີ ກະຊວງທ້ອນໂຮມຊາດຂອງກຸງໂຊລ ເຜີຍແຜ່ຖະແຫລງການຂອງລັດຖະບານໃນກອງປະຊຸມຖະແຫລງຂ່າວ ທີ່ກຸງໂຊລ ໃນວັນທີ 26 ເມສາ 2013.
ເກົາຫລີໃຕ້ ຮັບເອົາການສະເໜີຂອງເກົາຫລີເໜືອທີ່ຢາກ
ຈັດໃຫ້ມີການເຈລະຈາ ຢ່າງເປັນທາງການ ຊຶ່ງອາດເປັນ
ຄວາມກ້າວໜ້າທາງດ້ານການທູດ ລຸນຫລັງທີ່ຄວາມສຳ
ພັນຢູ່ໃນແຫລມເກົາຫລີ ໄດ້ຊຸດໂຊມລົງເປັນເວລາຫລາຍ
ອາທິດ.

ໃນວັນພະຫັດມື້ນີ້ ຄະນະກໍາມະການທ້ອນໂຮມເກົາຫລີຢ່າງ
ສັນຕິ ຂອງກຸງພຽງ ຢາງ ໄດ້ສະເໜີຢ່າງບໍ່ຄາດຄິດກັນມາກ່ອນ
ວ່າ ໃຫ້ມີການເຈລະຈາກ່ຽວກັບໂຄງ ການຄ້າຮ່ວມກັນສອງໂຄງ
ການທີ່ຖືກໂຈະໄວ້ນັ້ນ. ຄະນະກໍາມະການດັ່ງກ່າວ ຍັງໄດ້ສະ
ເໜີວ່າ ໃຫ້ນໍາເອົາບັນຫາມະນຸດສະທໍາ ຂຶ້ນມາເຈລະຈາກກັນ.

ກະຊວງທ້ອນໂຮມຊາດຂອງກຸງໂຊລ ໄດ້ຮັບເອົາຂໍ້ສະເໜີນັ້ນຢ່າງໄວວາໂດຍເວົ້າວ່າ
ຕົນຫວັງວ່າການເຈລະຈານີ້ ອາດຈະສາມາດຊ່ວຍເສີມສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງ
ກັນແລະກັນ ລະຫວ່າງປະເທດເພື່ອນບ້ານທັງສອງ. ກະຊວງດັ່ງກ່າວ ໃນເວລາຕໍ່ມາ
ເວົ້າວ່າ ຕົນຢາກໃຫ້ເປີດການເຈລະຈາ ໃນລະດັບການດໍາ ເນີນງານຂຶ້ນທີ່ກຸງໂຊລ
ໃນວັນທີ 12 ມິຖຸນາ. ຍັງບໍ່ມີການຕອບກັບເພີ້ມເຕີມຈາກເກົາຫລີເໜືອ.

ໃນເມື່ອກ່ອນ ເກົາຫລີໃຕ້ລັ່ງເລໃຈທີ່ຈະໃຫ້ການໝັ້ນໝາຍ ຕໍ່ການສົນທະນາໃນຂອບ
ເຂດທີ່ກວ້າງຂວາງ ເວັ້ນເສຍແຕ່ວ່າ ເກົາຫລີເໜືອຈະຕົກລົງປະລະໂຄງການອາວຸດ
ນີວເຄລຍຂອງຕົນ.

ຄໍາຖະແຫລງຂອງຝ່າຍເກົາຫລີເໜືອ ທີ່ພິມເຜີຍແຜ່ໃນວັນພະຫັດມື້ນີ້ເວົ້າວ່າການເຈ
ລະຈາຄວນຈະລວມເອົາ ຄວາມເປັນໄປໄດ້ ໃນການເປີດເຂດອຸດສາຫະກໍາ Kaesong
ຄືນອີກ ຊຶ່ງເປັນເຂດອຸດສາຫະກໍາຮ່ວມ ທີ່ຕັ້ງຢູ່ເໜືອບໍລິເວນຊາຍແດນຂອງສອງປະ
ເທດຂຶ້ນໄປໜ້ອຍນຶ່ງ ທີ່ໄດ້ຖືກປິດລົງໃນເດືອນເມສາຜ່ານມາຖ້າມກາງຄວາມເຄັ່ງຕຶງ
ທີ່ເພີ້ມທະວີຂຶ້ນລະຫວ່າງປະເທດທັງສອງ.

ເບິ່ງວີດິໂອກ່ຽວກັບເລື້ອງນີ້:

ເກົາຫລີໃຕ້ ຈະເຈລະຈາກັບ ເກົາຫລີເໜືອ
please wait

No media source currently available

0:00 0:00:58 0:00
XS
SM
MD
LG