ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ຈະເຈລາຈາ ກັບເກົາຫຼີເໜືອ


ເກົາຫຼີໃຕ້ກ່າວວ່າ ຕົນຈະເປີດ ການເຈລະຈາທາງທະຫານ ກັບເກົາຫຼີເໜືອໃນສັບປະດານີ້ ຊຶ່ງເປັນການເຈລະຈາເທື່ອທຳ ອິດ ໃນທຳນອງນີ້ ໃນຮອບ ເກືອບ 2 ປີ.

ກະຊວງປ້ອງກັນປະເທດເກົາຫຼີໃຕ້ກ່າວວ່າ ການເຈລະຈາຫາລືດັ່ງກ່າວຈະມີຂຶ້ນໃນວັນພະຫັດ ມື້ອື່ນ ຢູ່ບ້ານສະຫງົບເສິກ ປັນມຸນຈອມ ຊຶ່ງຕັ້ງຢູ່ໃນເຂດປອດທະຫານ ທີ່ແບ່ງຄອມມູນິສ ເກົາຫຼີເໜືອ ອອກຈາກປະຊາທິປະໄຕເກົາຫຼີໃຕ້.

ພຽງຢາງໄດ້ສະເໜີໃຫ້ເປີດການເຈລະຈາ ໃນຕົ້ນເດືອນນີ້. ອຳນາດການປົກຄອງເກົາຫຼີເໜືອ ຢາກສົນທະນາຫາລື ກ່ຽວກັບບັນຫາຂັດແຍ້ງຊາຍແດນທາງທະເລ ຢູ່ນອກບໍລິເວນແຄມຝັ່ງ ທາງກໍ້າຕາເວັນຕົກຂອງແຫຼມເກົາຫຼີ ແລະເລື່ອງໃບປິວຕໍ່ຕ້ານເກົາຫຼີເໜືອ ທີ່ມີການສົ່ງຂ້າມ ຊາຍແດນ ເຂົ້າໄປໃນເກົາຫຼີເໜືອ ໂດຍພວກນັກເຄື່ອນໄຫວ ຊາວເກົາຫຼີໃຕ້ນັ້ນ.

ຄວາມເຄັ່ງຕຶງ ລະຫວ່າງເກົາຫຼີເໜືອ ແລະເກົາຫຼີໃຕ້ ໄດ້ເພີ້ມທະວີຂຶ້ນ ຫຼັງຈາກກຳປັ່ນລົບ ຂອງເກົາຫຼີໃຕ້ລໍາ​ນຶ່ງ ​ໄດ້ຫຼົ້ມຫຼືຈົມ​ນໍ້າ ​ເຮັດໃຫ້ທະຫານເຮືອ ເກົາຫຼີໃຕ້ 46 ຄົນເສຍຊີວິດ ໃນເດືອນມີນາຜ່ານມາ. ເກົາຫຼີໃຕ້ ໄດ້ຖິ້ມໂທດໃສ່ເກົາຫຼີເໜືອວ່າເປັນຜູ້ຮັບຜິດຊອບຕໍ່ເຫດ ຮ້າຍດັ່ງກ່າວ ແຕ່ພຽງຢາງໄດ້ປະຕິເສດ ຕໍ່ຂໍ້ຫານີ້.

ເກົາຫຼີເໜືອ ໄດ້ເລີ້ມທໍາການສະ​ເໜີຫຼາຍໆຢ່າງຕໍ່ເກົາຫຼີໃຕ້ ໃນໄລຍະສອງສາມອາທິດຜ່ານ ມານີ້ ໃນຄວາມພະຍາຍາມ ເພື່ອລົດຜ່ອນຄວາມເຄັ່ງຕຶງລົງ.

XS
SM
MD
LG