ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັກການທູດກໍາລັງ ຂຸ້ນຂ້ຽວ ຫາທາງແກ້ໄຂ ວິກິດການເກົາຫລີ


ຄວາມເຄັ່ງຕຶງໃນແຫລມເກົາຫລີ ເລາະແຄມແມ່ນໍ້າ Yalu, ວັນທີ
29 ພະຈິກ 2010,
ຄວາມເຄັ່ງຕຶງໃນແຫລມເກົາຫລີ ເລາະແຄມແມ່ນໍ້າ Yalu, ວັນທີ 29 ພະຈິກ 2010,

ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈາກ​ສະຫະລັດ ຍີ່ປຸ່ນ​
ແລະ​ເກົາຫລີ​ໃຕ້​ຈະ​ພົບ​ປະກັນຢູ່​ທີ່​ກຸງ​ວໍ​ຊິ​ງຕັນ​ໃນ​ສັບປະດາ
ໜ້າ ​ເພື່ອ​ວາງ​ແຜນການ​ເຄື່ອນ​ໄຫວຂັ້ນຕໍ່​ໄປ ​ຂອງ​ພວກຕົນ
ໃນ​ການ​ປະ​ເຊີນ​ໜ້າ​ຂອງ​ນາໆ​ຊາດ​ ກ່ຽວ​ກັບ​ເກົາຫລີ​ເໜືອ​ນັ້ນ.

ການ​ພົບ​ປະກັນ ທີ່​ມີການປະກາດ​ໃຫ້​ຮູ້​ໃນ​ວັນ​ອັງ​ມື້​ນີ້​ທີ່​ກຸງ​
ໂຕກຽວ​ແລະ​ກຸງ​ໂຊນ ເປັນພຽງການ​ເຄື່ອນ​ໄຫວ​ອັນ​ນຶ່ງ
ໃນ​ການເຄື່ອນ​ໄຫວ​ທາງ​ການ​ທູດ​ຫລາຍ​ຢ່າງ​ທີ່ ກໍາລັງ
ດໍາ​ເນີນ​ໄປ. ​ແຕ່​ຄວາມ​ເຄັ່ງ​ຕຶງ​ຍັງ​ຄົງ​ຢູ່​ໃນ​ລະດັບ​ສູງ ​ໃນ​
ຂະ​ນະທີ່​ພວກ​ກໍາ​ປັ່ນລົບ​ຂອງ​ສະຫະລັດ​ແລະ​ເກົາຫລີ​ໃຕ້
ສືບຕໍ່​ດໍາ​ເນີນ​ການ​ຊ້ອມ​ລົບ​ຄັ້ງ​ໃຫຍ່​ຕໍ່​ໄປ ​ໃນ​ເຂດທະ​ເລ​ເຫລືອງ ​ແລະ​ທັງ​ສອງ​ເກົາຫລີ​ຕ່າງ​
ກໍຂົ່ມຂູ່​ ທີ່​ຈະ​ທໍາ​ການ​ຕອບ​ໂຕ້​ຢ່າງ​ຂະໜານ​ໃຫຍ່​ ຖ້າ​ຫາກ​ມີ​ການ​ເກາະ​ຜິດ​ໃດໆ​ຕື່ມ​ອີກ​ນັ້ນ.

ໃນ​ວັນ​ອັງຄານ​ມື້​ນີ້ ​ເກົາຫລີ​ເໜືອ​ໄດ້​ປະກາດ​ໃຫ້ຮູ້ຢ່າງເປີດເຜີຍເປັນເທື່ອ​ທໍາ​ອິດ​ກ່ຽວ​ກັບເຕົາ
ຫລອມ​ທາດ​ຢູ​ເຣນຽມ​ຂອງ​ຕົນ​ ທີ່​ໄດ້​ພາພວກນັກ​ຊ່ຽວຊານ​ດ້ານນີວ ​ເຄລຍຂອງ​ສະຫະລັດ​ໄປ
ເບິ່ງ​ໃນ​ຕົ້ນ​ເດືອນ​ນີ້. ສື່​ມວນ​ຊົນ​ກ່າວ​ອ້າງ​ວ່າ ມີເຄື່ອງປະຕິ​ກອນ​ທາດ​ຢູ​ເຣນຽມ​ຫລາຍ​ພັນ​ອັນ
ທີ່​ກໍາລັງແລ່ນຢູ່ໃນ​ໂຮງ​ງານ​ນີວ​ເຄລຍດັ່ງກ່າວ ຊຶ່ງ​ຈະ​ອໍານວຍ​ໃຫ້ເກົາຫລີເໜືອມີ​ຊ່ອງ​ທາງ​ທີ
ສອງ​ ເພື່ອ​ຜະລິດ​ເຊື້ອ​ໄຟ​ນີວ​ເຄລຍ ສໍາ​ລັບສ້າງອາວຸດ​ນີວ​ເຄລຍນັ້ນ.

ແລະໃນ​ຕອນ​ບ່າຍ​ວັນ​ອັງຄານ​ມື້​ນີ້ ທ່ານ Choe Thae Bok ຜູ້​ຮ່ວມ​ງານ​ທີ່ໃກ້ຊິດ​ແລະ
ໄວ້​ໃຈ​ໄດ້​ຂອງ​ທ່ານ​ກິມຈົງ​ອີລ ຜູ້​ນໍາ​ເກົາຫລີ​ເໜືອ​ ໄດ້ເດີນທາງ​ໄປ​ຮອດ​ກຸງ​ປັກ​ກິ​ງ ​ເພື່ອ​
ທໍາ​ການ​ພົບ​ປະ​ຫາລື​ກັນ​ເປັນ​ເວລາ 5 ມື້ ທີ່​ພາ​ໃຫ້​ມີ​ຄວາມ​ຫວັງ​ຂຶ້ນ​ມາວ່າ ອາດຈະມີ​
ການ​ແກ້​ໄຂ​ໂດຍ​ທາງ​ການ​ທູດ ຕໍ່ວິ​ກິດ​ການນີ້ ​ທີ່​ໄດ້​ເກີດ​ຈາກ​ການ​ຍິງ​ປືນ​ໃຫຍ່​ຂອງເກົາ​
ຫລີ​ເໜືອ​ໃສ່​ເກາະ​ແຫ່ງ​ນຶ່ງຂອງ​ເກົາຫລີ​ໃຕ້​ໃນ​ສັບປະດາ​ຜ່ານ​ມາ.


XS
SM
MD
LG