ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ປະຕິເສດ ຄຳຮຽກຮ້ອງ ຂອງພຽງຢາງ ທີ່ຢາກໃຫ້ ຍົກເລີກ ການຊ້ອມລົບ


ກຳປັ່ນບັນທຸກເຮືອບິນ USS George Washington ຂອງ ສຫລ ພວມເຂົ້າຈອດ ທີ່ເມືອງທ່າ Busan ເພື່ອເຂົ້າຮ່ວມ ການຊ້ອມລົບ ກັບເກົາຫຼີໃຕ້ (4 ຕຸລາ 2013)
ກຳປັ່ນບັນທຸກເຮືອບິນ USS George Washington ຂອງ ສຫລ ພວມເຂົ້າຈອດ ທີ່ເມືອງທ່າ Busan ເພື່ອເຂົ້າຮ່ວມ ການຊ້ອມລົບ ກັບເກົາຫຼີໃຕ້ (4 ຕຸລາ 2013)
ເກົາຫລີໃຕ້ ໄດ້ປະຕິເສດຕໍ່ຄຳຮຽກຮ້ອງຂອງເກົາຫຼີເໜືອ ທີ່ຢາກ
ໃຫ້ຍົກເລີກການຊ້ອມລົບຮ່ວມ ກັບສະຫະລັດ ຊຶ່ງຕາມປົກກະຕິ
ແລ້ວພຽງຢາງເອີ້ນວ່າເປັນການຝຶກຊ້ອມທີ່ທ້າທາຍເພື່ອທຳການ
ຮຸກຮານ.

ສື່ມວນຊົນຂອງທາງການເກົາຫລີເໜືອໄດ້ເຕືອນໃນວັນພະຫັດ
ວານນີ້ ໃນອັນທີ່ພຽງຢາງເອີ້ນວ່າ ໄພພິບັດ ແລະຄວາມຫາຍະ
ນະ ທີ່ວາດພາບບໍ່ໄດ້ ຖ້າຫາກການຊ້ອມລົບ ທີ່ເອີ້ນວ່າ Foal
Eagle ແລະ Key Resolve ດຳເນີນໄປ ຕາມໝາຍກຳນົດທີ່
ຈະມີຂຶ້ນໃນທ້າຍເດືອນໜ້ານີ້.

ກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້ ກ່າວໃນວັນສຸກມື້ນີ້ວ່າ ການຊ້ອມລົບທີ່ວ່ານີ້ ມີລັກ
ສະນະໃນທາງປ້ອງກັນ ຄືກັນກັບທີ່ປະເທດເອກະລາດອື່ນໆໄດ້ກະທຳກັນ.

ກະຊວງປ້ອງກັນປະເທດເກົາຫລີໃຕ້ ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການຂົ່ມຂູ່ ຂອງເກົາຫລີເໜືອ ໃນວັນພະຫັດວານນີ້. ໂຄສົກຄົນນຶ່ງເຕືອນວ່າ ກຸງໂຊລ ຈະທຳການລົງໂທດ ຢ່າງບໍ່ມີຄວາມ ປານີແລະເດັດຂາດຕໍ່ພຽງຢາງ ໃນກໍລະນີທີ່ເກີດມີການທ້າທາຍເກາະຜິດຂຶ້ນ.

ການຊ້ອມລົບທາງທະຫານປະຈຳປີທີ່ມີຂຶ້ນເປັນປົກກະຕິນັ້ນແມ່ນແຫຼ່ງທີ່ມາຂອງຄວາມເຄັ່ງ ຕຶງລະຫວ່າງສອງເກົາຫລີ ທີ່ເປັນຄູ່ປໍລະປັກກັນມາເປັນເວລາດົນນານແລ້ວນັ້ນ.
XS
SM
MD
LG