ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອຂູ່ຈະໃຊ້ ອາວຸດນິວເຄລຍ


ການຍິງຖະຫຼົ່ມດ້ວຍລູກປືນແທ້ ຂອງກອງທັບບົກເກົາຫຼີໃຕ້ ໃນການຊ້ອມລົບຮ່ວມ ທາງອາກາດ ແລະພາກພື້ນດິນ ໃຫຍ່ທີ່ສຸດ ໃນວັນພະຫັດມື້ນີ້ (23 ທັນວາ 2010)
ການຍິງຖະຫຼົ່ມດ້ວຍລູກປືນແທ້ ຂອງກອງທັບບົກເກົາຫຼີໃຕ້ ໃນການຊ້ອມລົບຮ່ວມ ທາງອາກາດ ແລະພາກພື້ນດິນ ໃຫຍ່ທີ່ສຸດ ໃນວັນພະຫັດມື້ນີ້ (23 ທັນວາ 2010)

ເກົາຫຼີເໜືອກ່າວວ່າ ຕົນພ້ອມແລ້ວທີ່ໃຊ້ອາວຸນິວເຄລຍ
ຂອງຕົນໃນສົງຄາມສັກສິດຕ້ານເກົາຫຼີໃຕ້ ທີ່ເກົາຫຼີເໜືອ
ກ່າວຫາວ່າ ເກົາຫຼີໃຕ້ໄດ້ແກ່ດຶງຕົນເຂົ້າໄປສູ່ຄວາມເປັນ
ປໍລະປັກ ດ້ວຍການຊ້ອມລົບທາງທະຫານຈຳນວນນຶ່ງ.

ກຳລັງທາງອາກາດແລະທາງບົກຂອງເກົາຫຼີໃຕ້ ເລີ້ມທຳ
ການຊ້ອມລົບເທື່ອລ່າສຸດ ໃນຕອນເຊົ້າຂອງວັນພະຫັດ
ມື້ນີ້ ໂດຍໄດ້ຍິງຖະຫຼົ່ມ ເຂດຮ່ອມພູຫິມະ ທີ່ຢູ່ຫ່າງຈາກ
ຊາຍແດນພຽງແຕ່ພຽງ 30 ຫຼັກກິໂລແມັດເທົ່ານັ້ນດ້ວຍ
ລູກລະເບີດ ແລະລູກປືນໃຫຍ່ ທີ່ຍິງຈາກລົດຖັງ ຍິງຈາກ
ປືນໃຫຍ່ ເຄື່ອງຍິງຈະຫຼວດ ແລະເຮືອບິນລົບແອັຟ 15. ສ່ວນກອງທັບເຮືອກໍຍັງສືບຕໍ່
ທຳການຊ້ອມລົບ ເປັນມື້ທີສາມ ໃນເຂດທະເລກໍ້າຕາເວັນອອກຂອງປະເທດ.

ໃນການໂຮມຊຸມນຸມ ທີ່ເກົາຫຼີເໜືອນັ້ນ ລັດຖະມົນຕີກະຊວງກອງທັບ ທ່ານ Kim Yong
Chun ໄດ້ປະນາມການຊ້ອມລົບໃຊ້ກະສຸນແທ້ ກ່ອນໜ້ານີ້ຂອງເກົາຫຼີໃຕ້ທີ່ເກາະ Yeon-
pyeong ໃກ້ໆເຂດນ່ານນໍ້າທີ່ທັງສອງເກົາຫຼີຕ່າງກໍອ້າງກຳມະສິດນັ້ນ. ອົງການຂ່າວຂອງ
ເກົາຫຼີເໜືອ ໄດ້ອ້າງຄຳເວົ້າຂອງທ່ານ ທີ່ໄດ້ກ່າວເຕືອນພວກຜູ້ຟັງກ່ຽວກັບຄັງລະເບີດນິວ
ເຄລຍຂອງເກົາຫຼີເໜືອ ແລະເວົ້າວ່າຕົນໄດ້ກຽມພ້ອມແລ້ວຢ່າງເຕັມທີ່ໆຈະເຮັດສົງຄາມສັກ
ສິດ.

ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung Bak ໄດ້ກ່າວຢ່າງທ້າທາຍ ໃນລະຫວ່າງ
ການເດີນທາງໄປຢ້ຽມຢາມເພື່ອກວດກາທະຫານໃນເຂດແນວໜ້າ. ທ່ານເວົ້າວ່າ ເກົາຫຼີໃຕ້
ຄວນຕອບໂຕ້ຕໍ່ການໂຈມຕີໃໝ່ໃດໆກໍຕາມຈາກເກົາຫຼີເໜືອ ດ້ວຍການໂຈມຕີຄືນຢ່າງໜັກ
ເພື່ອບໍ່ໃຫ້ພຽງຢາງ ສາມາດກະທຳໄດ້ອີກ.

XS
SM
MD
LG