ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Koreas-Tension


Koreas-Tension

ເກົາຫຼີໃຕ້ໄດ້ຕໍ່ວ່າເກົາຫຼີເໜືອຢ່າງແຮງໃນວັນຈັນມື້ນີ້ ທີ່ຂູ່ວ່າຈະຍົກເລີກການ
ຕົກລົງກັບບໍລິສັດ Hyundai ທີ່ຮັບເໝົາຈັດການທ່ອງທ່ຽວໄປຍັງບ່ອນຕາກ ອາກາດທີ່ໄດ້ຮັບຄວາມນິຍົມສູງຢູ່ພູເຂົາ Kumgang ນັ້ນ.

ເກົາຫຼີໃຕ້ໄດ້ໂຈະການຈັດການທ່ອງທ່ຽວໄປຊົມທິວທັດຢູ່ພູແຫ່ງນີ້ ມາໄດ້ 3 ປີມາແລ້ວ, ຫຼັງຈາກທີ່ພວກທະຫານໄດ້ຍິງແມ່ຍິງຊາວເກົາຫຼີຄົນນຶ່ງເສຍຊີວິດ ໃນເວລາທີ່ນາງໄດ້ເຂົ້າໄປໃນເຂດຫວງຫ້າມທາງທະຫານຂອງເກົາຫຼີເໜືອນັ້ນ.

ໂຄສົກຂອງຄະນະກຳມະການສັນຕິພາບໃນເຂດເອເຊຍປາຊິຟິກຂອງເກົາຫຼີເໜືອ
ກ່າວໃນວັນເສົາທີ່ຜ່ານນີ້ວ່າ ຄວາມອົດທົນຂອງພຽງຢາງນັ້ນແມ່ນໝົດລົງແລ້ວ. ຖະແຫລງການເວົ້າຕື່ມວ່າເກົາຫຼີເໜືອອາດມອບໝາຍໃຫ້ບໍລິສັດທຸລະກິດອາຊີບ ຕ່າງປະເທດບໍລິສັດນຶ່ງ ເປັນຜູ້ກຳກັບກ່ຽວກັບການທ່ອງທ່ຽວໄປຍັງພູດັ່ງກ່າວ.

ໂຄສົກຂອງກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ທ່ານ Chun Hae-sung ໄດ້ກ່າວກັບພວກນັກຂ່າວໃນກຸງ Seoul ວັນຈັນມື້ນີ້ວ່າ ການເຄື່ອນໄຫວຂອງ ພຽງຢາງນັ້ນແມ່ນຜິດກົດໝາຍແລະບໍ່ຍຸຕິທໍາ. ທ່ານໄດ້ຮຽກຮ້ອງໃຫ້ທາງການ ເກົາຫຼີເໜືອ ຖອນການຍົກເລີກດັ່ງກ່າວໃນທັນທີ.



XS
SM
MD
LG