ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສອງເກົາຫລີ ຍັງຕົກລົງກັນ ບໍ່ໄດ້ ເລື້ອງເປີດ ເຂດອຸດສະຫະກໍາຮ່ວມ (ວີດິໂອ)


ທ່ານ Kim Kiwoong (ຊ້າຍ), ຫົວໜ້ານໍາພາຄະນະຜູ້ແທນ ລະດັບປະຕິບັດວຽກງານ ຂອງເກົາຫລີໃຕ້ ແລະ ທ່ານ Park Chol Su (ຂວາ) ຄູ່ຮ່ວມຕໍາແໜ່ງເກົາຫລີເໜືອ ທີ່ເຂົ້າຮ່ວມກອງປະຊຸມ ຄະນະກໍາມະການ ບໍລິຫານເມືອງອຸດສະຫະກໍາ Kaesong ຢູ່ໃນເມືອງ Kaesong ຂອງເກົາຫລີເໜືອ ທີ 15 ກໍລະກິດ 2013.
ທ່ານ Kim Kiwoong (ຊ້າຍ), ຫົວໜ້ານໍາພາຄະນະຜູ້ແທນ ລະດັບປະຕິບັດວຽກງານ ຂອງເກົາຫລີໃຕ້ ແລະ ທ່ານ Park Chol Su (ຂວາ) ຄູ່ຮ່ວມຕໍາແໜ່ງເກົາຫລີເໜືອ ທີ່ເຂົ້າຮ່ວມກອງປະຊຸມ ຄະນະກໍາມະການ ບໍລິຫານເມືອງອຸດສະຫະກໍາ Kaesong ຢູ່ໃນເມືອງ Kaesong ຂອງເກົາຫລີເໜືອ ທີ 15 ກໍລະກິດ 2013.
ເຈົ້າໜ້າທີ່ຈາກທັງສອງປະເທດເກົາຫລີ ບໍ່ສາມາດບັນລຸ
ການຕົກລົງກັນໄດ້ ໃນການສົນທະນາກັນຮອບທີສາມໃນ
ເດືອນນີ້ ກ່ຽວກັບວ່າ ຈະເລີ້ມເປີດເຂດສວນອຸດສາຫະກໍາ
ຮ່ວມລະຫວ່າງສອງເກົາຫລີນັ້ນ ຄືນອີກແນວໃດ.

ກະຊວງທ້ອນໂຮມຊາດຂອງກຸງໂຊລເວົ້າວ່າ ເຈົ້າໜ້າທີ່ເກົາ
ຫລີໃຕ້ຮຽກຮ້ອງໃນວັນຈັນມື້ນີ້ ໃຫ້ມີການຮັບປະກັນວ່າການ
ດໍາເນີນງານຢູ່ເຂດອຸດສະຫະກໍາດັ່ງກ່າວຈະສາມາດສືບຕໍ່​
ໄປໄດ້ ​ເຖິງແມ່ນຈະມີຄວາມເຄັ່ງຕຶງເພີ້ມສູງຂຶ້ນອີກໃນອະ
ນາຄົດ ກໍ​ຕາມ.

ເຈົ້າໜ້າທີ່ກະຊວງດັ່ງກ່າວຄົນນຶ່ງເວົ້າວ່າ ຝ່າຍເກົາຫລີເໜືອບໍ່ໄດ້ໃຫ້ຄໍາຕອບທີ່ໜັກ
ແໜ້ນ​ໃດໆ ແຕ່ໄດ້ກ່າວຊໍ້າແລ້ວຊໍ້າອີກ ເຖິງທ່າທີຂອງກຸງພຽງຢາງທີ່ວ່າ ການດໍາເນີນ
ງານຂອງເຂດອຸດສະຫະກໍາຄວນຮື້​ຟື້ນ​ຄືນ ໃນເວລາໄວທີ່​ສຸດ ເທົ່າທີ່ຈະໄວໄດ້.

ການເຈລະຈາກັນ ໄດ້ຈັດຂຶ້ນທີ່ເມືອງ Kaesong ຢູ່ຊາຍແດນໃນເຂດຂອງເກົາຫລີເໜືອ ຊຶ່ງເປັນບ່ອນທີ່ຄຸ້ມໂຮງງານອຸດສະກໍາຕັ້ງຢູ່. ທັງສອງຝ່າຍຈະພົບປະກັນອີກ ໃນວັນ​ເວລາ
ທີ່ຈະກໍານົດໃຫ້ໃນພາຍຫລັງ.

ໃນການເຈລະຈາກັນຄັ້ງຜ່ານໆມານັ້ນ ທັງສອງຝ່າຍກໍໄດ້ເຫັນພ້ອມນໍາກັນ ກ່ຽວກັບຄວາມ
ປາດ​ຖະໜາຢາກເປີດເຂດອຸດສະຫະກໍາດັ່ງກ່າວຄືນອີກ ແຕ່ວ່າ ບໍ່ສາມາດຕົກລົງກັນໄດ້
ກ່ຽວກັບວ່າ ຈະດໍາເນີນຂັ້ນຕອນການເປີດຄືນນັ້ນ ແນວໃດ.

ສວນອຸດສະຫະກໍາ Kaesong ໄດ້ຖືກປິດລົງນັບແຕ່ເດືອນເມສາຜ່ານມາ ເມື່ອເກົາຫຼີເໜືອ​
ໄດ້​ຍົກຍ້າຍພະນັກງານ​ຂອງ​ຕົນຈໍານວນ 53,000 ຄົນອອກ​ໄປ ​ອັນ​ເປັນສ່ວນ​ນຶ່ງ​ຂອງ
ການ​ໂຕ້​ຕອບ​ດ້ວຍ​ຄວາມ​ໂມ​ໂຫຂອງ​ເກົາຫລີ​ເໜືອຕໍ່​ການ​ລົງ​ໂທດ​ຕໍ່ຕົນຂອງສາກົນ ຍ້ອນ​ການ​ທົດລອງນີວ​ເຄລຍໃນເດືອນກຸມພາຜ່ານມາ. ພວກນັກທຸລະກິດເກົາຫລີໃຕ້ ໄດ້ຖອນ
ຜູ້ຈັດການແລະພະນັກງານ​ຂອງ​ຕົນອອກ​ໄປ ໃນເດືອນພຶດສະພາຜ່ານມາ.

ພວກນັກວິເຄາະຫລາຍຄົນຄາດວ່າ ຄວາມຄືບໜ້າຂອງການເຈລະຈາດັ່ງກ່າວ ຈະເປັນ
ໄປຢ່າງຊ້າໆ ຍ້ອນວ່າທັງສອງຝ່າຍ ໄດ້ສະແດງໃຫ້ເຫັນວ່າ ພວກເຂົາເຈົ້າຍັງໄກຫລາຍ
ທີ່ຈະຕົກລົງກັນໄດ້ກ່ຽວກັບຫລາຍບັນຫາ.

ສໍາລັບຝ່າຍເກົາຫລີເໜືອນັ້ນ ກໍບໍ່ຍອມຮັບເອົາຄວາມຮັບຜິດຊອບຕໍ່ການປິດເຂດອຸດສະ
ຫະກໍາ Kaesong ລົງ ແຕ່ກົງກັນຂ້າມ ກັບໄດ້ຖິ້ມ​ໂທດ​ໃສ່ການເກາະຜິດຂອງເກົາຫລີໃຕ້
ທີ່ບໍ່ໄດ້ລະບຸອອກ​ມາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG