ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ ຕໍານິ ເກົາຫລີເໜືອ ທີ່ຍົກເລີກ ການເຈລະຈາ (ວີດິໂອ)


ພາບລວມຂອງສະຖານທີ່ປະຊຸມກັນລະຫວ່າງລັດຖະບານເກົາຫລີເໜືອ ແລະເກົາລີໃຕ້ ຢູ່ໂຮງແຮມ Grand Hilton ໃນກຸງໂຊລ ຖ່າຍໃນວັນທີ 11 ມິຖຸນາ, 2013.
ພາບລວມຂອງສະຖານທີ່ປະຊຸມກັນລະຫວ່າງລັດຖະບານເກົາຫລີເໜືອ ແລະເກົາລີໃຕ້ ຢູ່ໂຮງແຮມ Grand Hilton ໃນກຸງໂຊລ ຖ່າຍໃນວັນທີ 11 ມິຖຸນາ, 2013.
ລັດຖະມົນຕີກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້ເວົ້າວ່າ ການຍົກເລີກການເຈລະຈາໃນລະດັບສູງ ກັບເກົາຫລີເໜືອ ແມ່ນເປັນເລື້ອງທີ່ໜ້າເສຍໃຈ ແຕ່ກໍເປັນພາກສ່ວນທີ່ຈໍາເປັນ ສໍາລັບສາຍສໍາພັນໃໝ່ຂອງຕົນກັບກຸງພຽງຢາງ.

ການເຈລະຈາ ທີ່ມີກໍານົດວ່າຈະເລີ້ມຂຶ້ນທີ່ກຸງໂຊລ ໃນວັນພຸດ
ມື້ນີ້ ໄດ້ຖືກຍົກເລີກໃນນາທີສຸດທ້າຍ ຍ້ອນສິ່ງປະກົດວ່າ ເປັນ
ການຕົກລົງກັນບໍ່ໄດ້ໃນເລື້ອງທີ່ຂ້ອນຂ້າງເລັກນ້ອຍກ່ຽວກັບວ່າ ໃຜຈະເປັນຜູ້ຕາງໜ້າແຕ່ລະປະເທດເພື່ອເຂົ້າຮ່ວມການເຈລະ
ຈາ.

ທ່ານ Ryoo Kihi-jae ລັດຖະມົນຕີກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້ ກ່າວໃນວັນ ພຸດມື້ນີ້ວ່າ ການເຈລະຈາທີ່ຖືກເລີກລົ້ມໄປນັ້ນ ຄວນຈະຕໍານິເກົາຫລີເໜືອ ຊຶ່ງທ່ານວ່າຕ້ອງ ສະແດງຄວາມຈິງໃຈ ຖ້າຫາກປະເທດດັ່ງກ່າວຢາກປັບປຸງສາຍສໍາພັນກັບເກົາຫລີໃຕ້.

ທ່ານ Ryoo Kihi-jae ກ່າວວ່າ “ພວກເຮົາບໍ່ສາມາດເຮັດໃຫ້ເກີດໝາກຜົນທີ່ປະຊາຊົນ ຂອງພວກເຮົາຄາດ
ຫວັງເອົາໄວ້ໄດ້. ແຕ່ຂ້າພະເຈົ້າຄິດວ່າ ມັນກໍເປັນຄວາມເຈັບປວດທີ່ພວກເຮົາ
ຕ້ອງໄດ້ຜ່ານຜ່າ ສໍາລັບການສ້າງສາຍພົວພັນໃໝ່ ລະຫວ່າງ ເກົາຫລີໃຕ້
ກັບເກົາຫລີເໜືອ. ເກົາຫລີເໜືອຄວນສະແດງຄວາມຈິງໃຈໃນການສ້າງສາຍ
ສໍາພັນໃໝ່ ລະຫວ່າງສອງເກົາຫລີ ໃນອະນາຄົດ.”


ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:



ເຈົ້າໜ້າທີ່ເກົາຫລີໃຕ້ເວົ້າວ່າ ເກົາຫລີເໜືອໄດ້ປະຕິເສດ ທີ່ຈະສົ່ງເຈົ້າໜ້າທີ່ມາເຈລະ
ຈາ ຍ້ອນມີຄວາມບໍ່ພໍໃຈ ຕໍ່ການມອບໝາຍຂອງເກົາຫລີໃຕ້ ທີ່ໃຫ້ຮອງລັດຖະມົນຕີ ແທນ
ທີ່ຈະເປັນລັດຖະມົນຕີ ເປັນຫົວໜ້າຄະນະເຈລະຈາຂອງຕົນ. ເປັນເວລາພຽງບໍ່ເທົ່າໃດ
ມື້ເທົ່ານັ້ນ ທີ່ກຸງພຽງຢາງ ໄດ້ປະຕິເສດຕໍ່ຄໍາສະເໜີຂອງເກົາຫລີໃຕ້ ທີ່ຢາກໃຫ້ເປີດການ
ເຈລະຈາໃນ “ລະດັບລັດຖະມົນຕີ” ຊຶ່ງປະເທດທັງສອງບໍ່ໄດ້ມີການເຈລະຈາໃນລະ
ດັບນີ້ ມາຕັ້ງແຕ່ປີ 2007. ເກົາຫລີເໜືອບໍ່ໄດ້ໃຫ້ການຖະແຫຼງໃດໆ ກ່ຽວກັບການເຈລະ
ຈາດັ່ງກ່າວ.

ໃນວັນພຸດມື້ນີ້ ກຸງໂຊລເວົ້າວ່າ ເກົາຫລີເໜືອບໍ່ໄດ້ຕອບສາຍດ່ວນລະຫວ່າງລັດຖະບານ
ສອງປະເທດ ທີ່ກຸງພຽງຢາງໄດ້ຟື້ນຟູໃຊ້ຄືນ ໃນອາທິດແລ້ວນີ້ ໃນການດໍາເນີນຄວາມ
ພະຍາຍາມປະສານງານກັນໃນການເຈລະຈາ.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG