ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດຮຽກຮ້ອງ ໃຫ້ເກົາຫຼີເໜືອ ປັບປຸງ ຄວາມສຳພັນກັບເກົາຫຼີໃຕ້

A worker throws a sack of shallots to be crushed by a steamroller at a customs base in Belawan, North Sumatra, Indonesia. Nine tons (19,842 lbs) of shallots and garlic illegally imported from Malaysia were destroyed in the event.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ເກົາຫຼີເໜືອ
ຕ້ອງໄດ້ປັບປຸງຄວາມສຳພັນກັບເກົາຫຼີໃຕ້ກ່ອນທີ່ການເຈລະຈາເພື່ອປົດອາວຸດນິວເຄລຍຈະ
ດຳເນີນຕໍ່ໄປ.

ໃນການຖະແຫຼງຢູ່ກອງປະຊຸມຂອງສະມາຄົມອາຊ່ຽນ ທີ່ເກາະບາຫຼີປະເທດອິນໂອເນເຊຍ
ໃນວັນເສົາມື້ນີ້ລັດຖະມົນຕີການຕ່າງປະເທດ Clinton ກ່າວວ່າ ສະຫະລັດແມ່ນໄດ້ຮັບກຳ
ລັງໃຈ ໃນການພົບປະລະຫວ່າງເຈົ້າໜ້າທີ່ຂອງ 2 ເກົາຫຼີ ຢູ່ນອກກອງປະຊຸມລັດຖະມົນຕີ
ການຕ່າງປະເທດຂອງສະມາຄົມອາຊ່ຽນ ແຕ່ທ່ານນາງກໍເວົ້າວ່າ ສະຫະລັດເຊື່ອວ່າເກົາຫຼີ
ເໜືອຕ້ອງໄດ້ດຳເນີນບາດກ້າວເພີ່ມຕື່ມເພື່ອສ້າງຄວາປອງດອງກັບເກົາຫຼີໃຕ້.

ນອກນັ້ນແລ້ວ ໃນວັນເສົາມື້ນີ້ລັດຖະມົນຕີການຕ່າງປະເທດເກົາຫຼີເໜືອແລະເກົາຫຼີໃຕ້ຍັງ ໄດ້ພົບປະເປັນເວລາສັ້ນໆເປັນເທື່ອທຳອິດໃນຮອບ 3 ປີຢູ່ນອກກອງປະຊຸມອາຊ່ຽນ.

ໃນມື້ວັນສຸກວານນີ້ ທູດພິເສດໃນດ້ານນິວເຄລຍຂອງ 2 ເກົາຫຼີໄດ້ພົບປະກັນເປັນເທື່ອທຳ
ອິດນັບແຕ່ການເຈລະຈາ 6 ຝ່າຍໄດ້ແຕກຫັກລົງໃນເດືອນທັນວາປີ 2008.

XS
SM
MD
LG