ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສອງເກົາຫລີ ຈະເຈລະຈາ ເລື້ອງຄອບຄົວ ທີ່ພັດພາກ ຈາກກັນ (ວີດິໂອ)


ແມ່ຕຸ້ Wang So-goon (ຂວາ) ຊາວເກົາຫລີໃຕ້ ອາຍຸ 81 ປີ ຮ້ອງໄຫ້ໃນຂະນະທີ່ລົດບັດຂອງລາວກໍາລັງແລ່ນອອກ ແລະໂບກມືອໍາລາບັນດານ້ອງສາວຂອງລາວ ທີ່ເປັນຊາວເກົາ ຫລີເໜືອລຸນຫລັງ ການພົບພໍ້ກັນຊົ່ວຄາວ ຢູ່ບ່ອນຕາກອາກາດເທິງພູ Kumgang ໃນເກົາຫລີເໜືອ ໃນວັນທີ 5 ພະຈິກ 2010.
ແມ່ຕຸ້ Wang So-goon (ຂວາ) ຊາວເກົາຫລີໃຕ້ ອາຍຸ 81 ປີ ຮ້ອງໄຫ້ໃນຂະນະທີ່ລົດບັດຂອງລາວກໍາລັງແລ່ນອອກ ແລະໂບກມືອໍາລາບັນດານ້ອງສາວຂອງລາວ ທີ່ເປັນຊາວເກົາ ຫລີເໜືອລຸນຫລັງ ການພົບພໍ້ກັນຊົ່ວຄາວ ຢູ່ບ່ອນຕາກອາກາດເທິງພູ Kumgang ໃນເກົາຫລີເໜືອ ໃນວັນທີ 5 ພະຈິກ 2010.
ເກົາຫລີເໜືອ ແລະເກົາຫລີໃຕ້ ໄດ້ຕົກລົງກັນຂັ້ນສຸດທ້າຍ ທີ່
ຈະເປີດການເຈລະຈາ ໃນວັນສຸກມື້ອື່ນນີ້ ເພື່ອໃຫ້ມີການພົບ
ພໍ້ກັນຄືນອີກລະຫວ່າງຄອບຄົວທີ່ພັດພາກຈາກກັນ ຍ້ອນສົງ
ຄາມເກົາຫຼີ.

ກຸງໂຊລ ກ່າວໃນວັນພະຫັດມື້ນີ້ວ່າ ກຸງພຽງຢາງໄດ້ເຫັນດີຕໍ່
ຄໍາສະເໜີຂອງຕົນທີ່ຢາກໃຫ້ຈັດການພົບປະກັນຢູ່ບ້ານ
Panmunjom ຊຶ່ງເປັນບ້ານຊາຍແດນ ທີ່ຕັ້ງຢູ່ໃນເຂດຂອງ
ເກົາຫລີໃຕ້ນັ້ນ. ໄດ້ສາມປີມາແລ້ວທີ່ບໍ່ມີການປະຊຸມກັນຢ່າງ
ເປັນທາງການລະ ຫວ່າງຄອບຄົວຂອງຊາວເກົາຫລີ ທີ່ຕ້ອງ
ໄດ້ພັດພາກຈາກກັນຍ້ອນບັນຫາຂັດແຍ້ງໃນ ຊຸມປີ 1950.

ກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້ ຍັງເວົ້າອີກວ່າ ເກົາຫລີເໜືອໄດ້ສະເໜີໃຫ້ ມີການ
ເຈລະຈາໂດຍໄວ ກ່ຽວກັບການໄປທ່ອງທ່ຽວຄືນໃໝ່ຂອງຊາວເກົາຫລີໃຕ້ ຢູ່ ບ່ອນຕາກ
ອາກາດເທິງພູ Kumgang. ກຸງໂຊລໄດ້ງົດບໍ່ໃຫ້ຊາວເກົາຫຼີໃຕ້ໄປຢ້ຽມຢາມສະຖານທີ່
ດັ່ງກ່າວ ໃນປີ 2008 ລຸນຫລັງທີ່ມີການຍິງນັກທ່ອງທ່ຽວຊາວເກົາຫລີໃຕ້ຄົນນຶ່ງຕາຍ ຢູ່ໃນ
ເຂດດັ່ງກ່າວ.

ການເຈລະຈາທີ່ວ່ານີ້ ຢ່າງໜ້ອຍກໍເປັນທ່າທີທີ່ສະແດງໃຫ້ເຫັນ ເຖິງການຢາກສ້າງຄວາມ
ປອງດອງຫຼັງຈາກໄດ້ເກີດຄວາມເຄັ່ງຕຶງມາເປັນເວລາຫຼາຍໆເດືອນລະຫວ່າງ ປະເທດທັງ
ສອງທີ່ເປັນຄູ່ປໍລະປັກກັນ. ໃນອາທິດແລ້ວນີ້ ທັງສອງເກົາຫລີໄດ້ຕົກລົງ ທີ່ຈະເປີດເຂດ
ອຸດສະຫະກໍາ Kaesong ທີ່ດໍາເນີນງານຮ່ວມກັນນັ້ນຄືນອີກ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG