ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ.ເກົາຫຼີໃຕ້ ສະເໜີຈັດ ໃຫ້ມີ ການພົບພໍ້ ຂອງຄອບຄົວ ທີ່ ພັດພາກກັນ (ວີດິໂອ)


 ທ່ານນາງ Park Geun-hye ປະທານາທິບໍດີເກົາຫລີໃຕ້ ກ່າວຄໍາປາໄສ ໃນໂອກາດສະຫລອງຄົບຮອບ 68 ປີ ວັນເອກະລາດ ຂອງເກົາຫລີ ຈາກການເປັນຫົວເມືອງຂຶ້ນ ຂອງຍີ່ປຸ່ນ ແຕ່ປີ 1910-45 ໃນວັນທີ 15 ສິງຫາ 2013.
ທ່ານນາງ Park Geun-hye ປະທານາທິບໍດີເກົາຫລີໃຕ້ ກ່າວຄໍາປາໄສ ໃນໂອກາດສະຫລອງຄົບຮອບ 68 ປີ ວັນເອກະລາດ ຂອງເກົາຫລີ ຈາກການເປັນຫົວເມືອງຂຶ້ນ ຂອງຍີ່ປຸ່ນ ແຕ່ປີ 1910-45 ໃນວັນທີ 15 ສິງຫາ 2013.
ປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ໄດ້
ສະເໜີໃຫ້ມີການພົບພໍ້ກັນອີກ ລະຫວ່າງຄອບຄົວທີ່ພັດ​ພາກ​ຈາກກັນຍ້ອນສົງຄາມເກົາຫຼີໃນຊຸມປີ 1950, ນຶ່ງມື້ລຸນຫລັງທີ່
ທັງສອງປະເທດເກົາຫລີ ໄດ້ຕົກລົງກັນ ທີ່ຈະເລີ້ມວຽກ​ງານ​ ໃນ
ໂຄງ ການອຸດສາຫະກຳ​ຮ່ວມ ທີ່​ຕົກຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມານັ້ນ
ຄືນ​ໃໝ່.

ໃນລະຫວ່າງການກ່າວຄໍາປາໄສ ທີ່ຖ່າຍທອດທາງໂທລະພາບ
ໃນວັນພະຫັດມື້ນີ້ ເພື່ອເປັນຂີດໝາຍສະຫລອງວັນເອກະລາດ
ຂອງເກົາຫລີຈາກຍີ່ປຸ່ນນັ້ນ ປະທານາ ທິບໍດີ Park ໄດ້ສະເໜີ
ໃຫ້ຈັດການພົບພໍ້ ບັນດາຄອບຄົວທີ່​ພັດ​ພາກຈາກ​ກັນຂຶ້ນ ໃນ
ປະມານວັນພັກ ​ເນື່ອງ​ໃນລະດູເກັບກ່ຽວ Chuseok ໃນເດືອນໜ້າ.

ເກົາຫລີເໜືອໄດ້ສະເໜີໃຫ້ມີການເຈລະຈາກັນໃນເດືອນແລ້ວນີ້ ເພື່ອໃຫ້ມີການທ້ອນ ໂຮມ
ຄອບຄົວພັດ​ພາກ​ກັນຄືນອີກ ແຕ່ຕໍ່ມາໄດ້ຖອນຄໍາສະເໜີນັ້ນຄືນແລະກໍຍັງບໍ່ທັນ ໄດ້
ຕອບຕໍ່ຄໍາສະເໜີຫລ້າສຸດຂອງເກົາຫລີໃຕ້ເທື່ອ.

ການທ້ອນໂຮມຄອບຄົວທີ່​ພັດ​ພາກ​ຈາກ​ກັນບໍ່ໄດ້ຈັດຂຶ້ນມາໄດ້ສາມປີແລ້ວ. ມັນເປັນລັກ
ສະນະຫລັກຂອງ “ນະໂຍບາຍແສງອາທິດ” ຂອງການພົວພັນອັນອົບອຸ່ນຂຶ້ນກວ່າ ເກົ່າຂອງ
ເກົາຫລີໃຕ້ກັບເກົາຫລີເໜືອ ທີ່ໄດ້ສິ້ນສຸດລົງ ດ້ວຍການເລືອກຕັ້ງ ທ່ານ Lee Myung-
bak ຜູ້ດໍາລົງຕໍາແໜ່ງກ່ອນໜ້າທ່ານນາງ Park ນັ້ນ. ຊາວເກົາຫລີ ປະມານ 20 ພັນຄົນສາ
ມາດພົບໜ້າພໍ້ຕາກັນກັບສະມາຊິກຄອບຄົວທີ່ພັດ​ພາກ​ຈາກກັນ ໃນລະຫວ່າງ​ທີ່​ມີການຈັດ
ໃຫ້ມີການທ້ອນໂຮມຄອບຄົວນັ້ນ.

ຄໍາປາໄສດັ່ງກ່າວ ຂອງທ່ານນາງ ໄດ້ມີຂຶ້ນນຶ່ງມື້ ພາຍຫລັງທີ່ທັງສອງເກົາຫລີ ໄດ້ບັນລຸການ
ຕົກລົງກັນທີ່ເປັນຂີດໝາຍສໍາຄັນທີ່ຈະເປີດເຂດອຸດສະຫະກໍາ Kaesong ຊຶ່ງ​ໄດ້ຖືກປິດ
ລົງໃນຂະນະທີ່​ເກີດຄວາມເຄັ່ງຕຶງທາງທະຫານ ໃນແຫຼມເກົາຫລີເພີ້ມຂຶ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG