ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສອງເກົາຫຼີ ຕົກລົງ ເປີດເຂດ ​ອຸສາ​ຫະກໍາ​ຮ່ວມ ຄືນ​ໃໝ່ (ວິດີໂອ)


ຮູບພາບ ເຂດອຸສາຫະກໍາຮ່ວມ kaesong ທີ່ຕັ້ງຢູ່ ໃນຊາຍແດນ ຂອງ ເກົາຫລີເໜືອ
ຮູບພາບ ເຂດອຸສາຫະກໍາຮ່ວມ kaesong ທີ່ຕັ້ງຢູ່ ໃນຊາຍແດນ ຂອງ ເກົາຫລີເໜືອ
ເກົາ​ຫລີ​ເໜືອ ​ແລະ​ເກົາຫລີໃຕ້ ​ໄດ້​ຕົກລົງ​ກັນ​ ເປີດເຂດ​ອຸສາ​ຫະ
ກໍາ​ຮ່ວມຄືນ​ໃໝ່ ທີ່​ຕັ້ງ​ຢູ່​ໃນ​ເຂດ​ຊາຍ​ແດນ​ຂອງເກົາຫລີ​ເໜືອເພື່ອ
​ ເປັນ​ການ​ທົດ​ລອງ ທີ່​ຈະ​ເລີ້ມ​ໃນ​ວັນ​ຈັນອາທິດ​ໜ້າ​ນີ້.

ກະຊວງ​ທ້ອນ​ໂຮມ​ຊາດ​ຂອງ​ເກົາຫລີ​ໃຕ້ກ່າວ​ວ່າ ຄະນະ​ເຈລະ​ຈາ
​ໄດ້​ບັນລຸ​ການ​ຕົກລົງ ກ່ຽວ​ກັບເຂດ​ອຸສາ​ຫະກໍາ​ຮ່ວມ Keasong
ຫຼັງຈາກ ໄດ້​ມີການ​ເຈ​ລະ​ຈາ​ຕໍ່​ລອງ​ກັນຢ່າງ​ຍືດຍາວ ຈົນ​ຮອດ
​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້.

ທັງ​ສອງ​ຝ່າຍ​ຕົກ​ລົງ​ກັນ​ໃນ​ຂັ້ນຕົ້ນ​ເມື່ອ​ເດືອນ​ແລ້ວ​ນີ້ ​ທີ່​ຈະເປີ​ດ
​ເຂດ​ອຸ ສາ​ຫະກຳ​ດັ່ງກ່າວ ທີ່​ໄດ້​ປິດ​ລົງ​ຢ່າງ​ເປັນ​ທາງ​ການ ​ໂດຍ
​ເກົາຫລີ​ເໜືອ ​ໃນ​ເດືອນ​ເມສາຜ່ານ​ມາ. ​ແຕ່​ເກົາຫລີ​ໃຕ້​ຍັງ​ຊອກ​
ຫາ​ຊ່ອງ​ທາງ​ເພື່ອ​ໃຫ້ ມີການ​ຈ່າຍ​ຄ່າເສຍ​ຫາຍໃຫ້ແກ່​ບັນດາ​ບໍ
ລິສັດ​ຂອງ​ຕົນ​ ທີ່​ໄດ້​ຮັບ​ຜົນ​ກະ ທົບ​ຈາກ​ການ​ປິດຂອງ​ເຂດ​ອຸສາ​
ຫະກຳ​ທີ່​ວ່ານີ້ ​ແລະ​ການ​ຄໍ້າປະກັນ​ວ່າ ການ​ປິດ​ດັ່ງກ່າວ​ຈະ​ບໍ່
​ເກີ​ດຂື້ນອີກ.

​ຖະ​ແຫລ​ງການຂອງເກົາຫລີ​ໃຕ້ກ່າວ​ວ່າ ທັງ​ສອງ​ຝ່າຍ​ຕົກລົງ​
ກັນ​ວ່າບັນ ດາບໍລິສັດ​ເກົາຫລີໃຕ້ ຈະ​ບໍ່​ຈ່າຍຄ່າ​ພາສີ​ໃນ​ປີ​ນີ້. ​ເຂົາ​ເຈົ້າ​ຍັງ​ຕົກລົງ​ກັນ​ທີ່​ຈະ​ເປີດເຂດ​ອຸສາ​ຫະກຳນີ້​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດທີ່​ອາດ ​ຈະ​ເຮັດ​ໃຫ້​ມີ​ຄວາມ​ລໍາບາກຫລາຍ​ຂື້ນ​ກວ່າ​ເກົ່າ ທີ່​ຈະ​ປິດ​ການ​ປະຕິບັດ​ງານ​ໃນ​ອານາ​ຄົດ.

ອົງການ​ຂ່າວ​ຂອງ​ທາງ​ການ​ເກົາຫລີ​ເໜືອ ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ການ ​ເປີດ​ເຂດ​ອຸສາ​ຫະ
ກຳ​ດັ່ງກ່ວຄືນ​ໃ​ໝ່​ ໃນ​ວັນ​ທີ 16 ກັນຍາ ​ແຕ່​ບໍ່​ໄດ້ໃຫ້ ​ລາຍ​ລະອຽດໃດໆຕື່ມ​ອີກ.

korea
please wait
Embed

No media source currently available

0:00 0:01:20 0:00
XS
SM
MD
LG