ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ຈະໃຫ້ເງິນ 270 ກວ່າລ້ານໂດລາ ຊ່ວຍທຸລະກິດ ຈາກເຂດ Kaesong (ວີດິໂອ)


ລົດຄັນນຶ່ງຂອງຊາວເກົາຫລີໃຕ້ຂົນເຄື່ອງອອກຈາກເຂດອຸດສະຫະກໍາ Kaesong ກັບຄືນບ້ານຂອງຕົນ ໄປເຖິງດ່ານເຂົ້າເມືອງ ທີ່ບ້ານ Panmunjom, ເມືອງ Paju ຂອງເກົາຫລີໃຕ້ ໃນວັນທີ 30 ເມສາ 2013.
ລົດຄັນນຶ່ງຂອງຊາວເກົາຫລີໃຕ້ຂົນເຄື່ອງອອກຈາກເຂດອຸດສະຫະກໍາ Kaesong ກັບຄືນບ້ານຂອງຕົນ ໄປເຖິງດ່ານເຂົ້າເມືອງ ທີ່ບ້ານ Panmunjom, ເມືອງ Paju ຂອງເກົາຫລີໃຕ້ ໃນວັນທີ 30 ເມສາ 2013.
ເກົາຫລີໃຕ້ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້ເງິນຊ່ວຍເຫລືອ
ແບບສຸກເສີນຫລາຍກວ່າ 270 ລ້ານໂດລາ ແກ່ທຸລະກິດ
ຕ່າງໆຂອງເກົາຫລີໃຕ້ ທີ່ໄດ້ຮັບຜົນກະທົບ ຈາກການໂຈະ
ການປະຕິບັດງານ ໃນເຂດອຸດສາຫະກໍາຮ່ວມ ທີ່ຕັ້ງຢູ່ໃນ
ເກົາຫລີເໜືອນັ້ນ.

ທ່ານ Suh Ho ເຈົ້າໜ້າທີ່ ທີ່ເຮັດວຽກຢູ່ກະຊວງທ້ອນໂຮມ
ຊາດຂອງກຸງໂຊລ ເວົ້າໃນວັນພະຫັດມື້ນີ້ວ່າ ຈະມີເງິນກູ້ຢືມ
ທີ່ມີອັດຕາດອກເບ້ຍຕໍ່າ ໃຫ້ແກ່ 123 ທຸລະກິດ ທີ່ມີສ່ວນກ່ຽວ
ພັນກັບເຂດອຸດສະຫະກໍາຮ່ວມ Kaesong ເລີ້ມແຕ່ວັນທີ 6
ພຶດສະພາ ເປັນຕົ້ນໄປ.

ທ່ານ Suh Ho ເວົ້າວ່າ:
“ໃນບາດກ້າວທໍາອິດ ໜ່ວຍປະຕິບັດການຮ່ວມຂອງເກົາຫລີໃຕ້ ໃນມື້ນີ້ ໄດ້ຕັດ ສິນໃຈ ທີ່ຈະໃຫ້ເງິນກູ້ຢືມ 300 ລ້ານວອນ ເພື່ອເປັນທຶນດໍາເນີນທຸລະກິດຢ່າງ ວ່ອງໄວ ໃຫ້ແກ່ບໍລິສັດທີ່ຢູ່ໃນສະພາບສຸກເສີນອັນນີ້ ຊຶ່ງເປັນກ້ອນເງິນໃຫຍ່ສຸດ ທີ່ລັດຖະບານສາມາດກະກຽມໄວ້ໃຫ້ໄດ້ ໃນປັດຈຸບັນ.”

ທ່ານເວົ້າວ່າ ລັດຖະບານສາມາດໃຫ້ການຊ່ວຍເຫລືອເພີ້ມເຕີມອີກ ຫາກເມື່ອໃດ ກຸງໂຊລກໍານົດໄດ້ວ່າ ບໍລິສັດຕ່າງໆມີຄວາມຕ້ອງການທຶນຫລາຍປານໃດ.

ມີຊາວເກົາຫລີພຽງແຕ່ 7 ຄົນເທົ່ານັ້ນ ຍັງຢູ່ໃນເຂດອຸດສາຫະກໍາຮ່ວມ ທີ່ຕັ້ງຢູ່ເໜືອຊາຍແດນຂອງປະເທດທັງສອງຂຶ້ນໄປໜ້ອຍນຶ່ງ ຊຶ່ງປະເທດທັງສອງກໍາລັງ ເຈລະຈາກັນເລື້ອງພາສີ ແລະຄ່າແຮງງານໃຫ້ແກ່ຄົນງານເກົາຫລີເໜືອ ທີ່ຍັງຄ້າງ ຄາກັນຢູ່.

ໃນວັນພຸດວານນີ້ ກຸງໂຊລໄດ້ລາຍງານວ່າ ກໍາລັງມີຄວາມກ້າວໜ້າ ໃນການເຈ ລະຈາກັບເກົາຫລີເໜືອ ແຕ່ກໍເວົ້າວ່າ ຕ້ອງໃຊ້ເວລາຫລາຍກວ່ານີ້ ເພື່ອແກ້ໄຂ ບັນຫາເຫລົ່ານັ້ນ.

ເກົາຫລີໃຕ້ ໄດ້ຖອນຄົນງານຂອງຕົນທີ່ຍັງຕົກຄ້າງຢູ່ນັ້ນ ອອກຈາກເຂດ Keasong ຫລັງຈາກພຽງຢາງ ໄດ້ປະຕິເສດຕໍ່ຂໍ້ສະເໜີເຈລະຈາເປີດເຂດອຸສາຫະກໍາຮ່ວມ ໃຫ້ ດໍາເນີນງານຕໍ່ໄປໄດ້ອີກ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

ເຂດອຸດສະຫະກໍາຮ່ວມ Kaesong
please wait

No media source currently available

0:00 0:00:31 0:00
XS
SM
MD
LG