ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີໃຕ້ ຍັງຢາກໃຫ້ມີ ການເຈລະຈາ ເລື້ອງເຂດ Kaesong (ວີດິໂອ/ສະໄລດ໌)


ເກົາຫລີໃຕ້ ເອົາພະນັກງານ ອອກຈາກເຂດ Kaesong

ເກົາຫລີ​ໃຕ້ກ່າວ​ວ່າ ຕົນຍັງເປີດກວ້າງສຳລັບການເຈລະຈາກັບ
ເກົາຫລີ​ເໜືອ ເພື່ອແກ້ໄຂບັນຫາຂັດແຍ້ງກ່ຽວກັບເຂດ​ອຸສາ​ຫະ
ກໍາ​ຮ່ວມ ຊຶ່ງ​ເປັນທີ່ປະກົດ​ໃນ​ວັນ​ອັງຄານ​ມື້ນີ້ວ່າ ອາດຈະຖືກປິດ
ລົງຢ່າງ​ເປັນ​ການຖາວອນນັ້ນ.

ທ່ານ Ryoo Kihl-jae ລັດຖະມົນຕີກະຊວງທ້ອນໂຮມຊາດຂອງ
ກຸງໂຊລ ເວົ້າວ່າ ລັດຖະບານກຸງພຽງຢາງ ຄວນພິຈາລະນາຂໍສະ
ເໜີໃຫ້ມີການເຈລະຈາທີ່ແນໃສ່​ເພື່ອເປີດໃຫ້ມີການຜະລິດຄືນໃໝ່ ຢູ່ໃນເຂດອຸດສາຫະກໍາ Kaesong ບ່ອນທີ່ຍັງມີພະນັກງານເກົາ
ຫລີໃຕ້​ ຕົກ​ຄ້າງ​ຢູ່ ພຽງແຕ່ 7 ຄົນເທົ່ານັ້ນ.
ສຽງ…….

ທ່ານ Ryoo Kihl-jae ເວົ້າວ່າ “ຂໍ້ສະເໜີໃຫ້ມີການເຈລະຈາ ຍັງເປີດກວ້າງຢູ່ສໍາ
ລັບເກົາຫລີເໜືອ. ສະນັ້ນ ເກົາຫລີເໜືອຄວນຮັບເອົາຂໍ້ສະເໜີຂອງພວກເຮົາ.”


ເກົາຫລີເໜືອ ໄດ້ກັກ​ຕົວ​ບໍ່​ໃຫ້ຊາວເກົາຫລີໃຕ້ 7 ຄົນທີ່​ຍັງ​ເຫຼືອຢູ່ ອອກ​ເດີນທາງຈາກເຂດ
ອຸດສະຫະກໍາດັ່ງກ່າວ ທີ່​ຕັ້ງຢູ່ເໜືອ​ບໍລິ​ເວນຊາຍ​ແດນ​ ຂອງ​ປະ​ເທດ​ທັງ​ສອງຂຶ້ນ​ໄປໜ້ອຍ​
ນຶ່ງ​ນັ້ນ ຍ້ອນສິ່ງທີ່ພຽງ​ຢາງເວົ້າວ່າ ຍັງມີບັນຫາພາສີ ແລະຄ່າ ແຮງງານຄ້າງຄາຢູ່ ໃນນາ
ທີສຸດທ້າຍ.

ພະນັກງານ 43 ຄົນຂອງຈໍານວນ 50 ຄົນ​ສຸດທ້າຍທີ່​ຕົກ​ຄ້າງ​ຢູ່ໃນເຂດ​ອຸດສາ​ຫະກໍາ​ຮ່ວມ Keasong ໄດ້​ກັບ​ຄືນບ້ານ​ໃນ​ວັນ​ຈັນວານ​ນີ້. ການອອກຈາກເຂດ​ອຸສາ​ຫະກໍາ
ດັ່ງກ່າວຂອງພະນັກງານທີ່ຍັງຕົກຄ້າງເຫລົ່ານີ້ ຈະເປັນການເຮັດໃຫ້ ການ​ຮ່ວມ​ມືແບບ
ສັນຕິອັນສຸດທ້າຍຂອງສອງປະເທດ ທີ່ເປັນສັດຕູກັນໃນແຫລມເກົາຫລີສິ້ນສຸດ​ລົງ.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບເລື້ອງນີ້:



ກຸງ​ໂຊ​ລ​ໄດ້​ປະກາດໃນອາທິດແລ້ວ​ນີ້ວ່າ ​ຕົນກໍາລັງ​ຍົກຍ້າຍ​ບັນດາ​ຄົນງານຂອງຕົນ
ອອກຈາກເຂດ Keasong ຫລັງ​ຈາກ​ພຽງ​ຢາງ​ໄດ້​ປະຕິ​ເສດຕໍ່​ຂໍ້​ສະ​ເໜີເຈລະຈາເພື່ອເປີດ
ເຂດ​ອຸສາ​ຫະກໍາ​ຮ່ວມ​ຄືນ​ໃໝ່.

ປະມວນພາບຫລ້າສຸດຈາກແຫລມເກົາຫລີ:

XS
SM
MD
LG