ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ພົບປະກັນ ໃນລະດັບສູງ (ວີ​ດີ​ໂອ)


ຫົວໜ້າຄະນະຜູ້ແທນເກົາຫຼີໃຕ້ ທ່ານ Kim Kyou-hyun (ຂວາ) ຈັບມືກັບຫົວໜ້າຄະນະຜູ້ແທນເກົາຫຼີເໜືອ ທ່ານ Won Tong Yon (12 ກຸມພາ 2014)
ຫົວໜ້າຄະນະຜູ້ແທນເກົາຫຼີໃຕ້ ທ່ານ Kim Kyou-hyun (ຂວາ) ຈັບມືກັບຫົວໜ້າຄະນະຜູ້ແທນເກົາຫຼີເໜືອ ທ່ານ Won Tong Yon (12 ກຸມພາ 2014)
ເກົາຫຼີ​ເໜືອ​ແລະ​ເກົາຫຼີ​ໃຕ້​ໄດ້​ທຳ​ການໂອ້ລົມ​ສົນທະນາ​ກັນ​
ໃນ​ລະດັບ​ສູງ ​ສຸດ​ໃນ​ຮອບ 7 ປີ ພາ​ໃຫ້​ມີ​ການ​ຕັ້ງ​ຄວາມ​
ຫວັງ​ຂຶ້ນ​ມາ​ຢ່າງ​ລະມັດລະວັງ​ໃນ​ການ​ປັບປຸງ​ ສາຍພົວພັນ
​ໃຫ້​ດີ​ຂຶ້ນ​ລະຫວ່າງ​ສອງ​ປະ​ເທດ​ທີ່​ເປັນ​ຄູ່ສັດຕູ​ກັນ.

ບໍ່​ ມີລາຍການ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ພົບ​ປະ​ສົນ
ທະນາ​ກັນ​ນີ້ ຊຶ່ງ​ຈັດ​ຂຶ້ນ​ໃນໝູ່​ບ້ານ​ຊາຍ​ແດນ Panmun
jom ຂອງ​ຝ່າຍ​ເກົາຫຼີ​ໃຕ້​ໃນ​ວັນ​ພຸດ​ມື້​ນີ້.

​ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫຼ​ ງກ່ອນ​ການ​ພົບ​ປະ​ຫາລື​ກັນນັ້ນ
ທ່ານ Kim Kyou-hyan ຫົວໜ້າ​ຜູ້ຕາງໜ້າ​ຝ່າຍ​ເກົາຫຼີ​ໃຕ້​
ແລະ​ເປັນ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດໄດ້​ສະແດງ​ຄວາມ​ເຫັນໄປໃນ
​ແງ່​ດີ.

ຄະນະ​ຜູ້​ຕາ​ງໜ້າ​ຝ່າຍ​ເກົາຫຼີ​ເໜືອ​ແມ່ນ​ນຳພາ​ໂດຍ​ທ່ານWon Dong Yonນັກ​ເຈ
ລະຈາ​ອາວຸ​ໂສ ຂອງ​ເກົາຫຼີເໜືອ.

ນຶ່ງ ​ໃນ​ບັນຫາ​ທີ່​ຈະ​ຍົກ​ຂຶ້ນ​ມາ​ໂອ້​ລົມ​ສົນທະນາ​ກັນ ​ແມ່ນ​ເລື້ອງ​ການ​ຟື້ນ​ການ​ພົບ​
ປະກັນ​ຄືນ​ໃນ​ທ້າຍ​ເດືອນ​ນີ້​ລະຫວ່າງ​ພວກ​ ຄອບຄົວ​ຂອງ​ເກົາຫຼີ​ທີ່​ໄດ້​ພັດ​ພາກ​ຈາກ
​ກັນ​ມາ​ຕັ້ງ​ແຕ່​ປາງ​ສົງຄາມ​ເກົາຫຼີ​ນັ້ນ.

ທາງ​ຝ່າຍ​ເກົາຫຼີ​ໃຕ້ ຫວັງ​ວ່າ ຈະ​ເຮັດ​ໃຫ້ການ​ພົບ​ປະກັນ​ຄືນ​ນີ້ ມີ​ຂຶ້ນ​ຢ່າງ​ສະ​ມໍ່າ
ສະ​ເໝີ. ການ​ພົບ​ປະກັນ​ເຊັ່ນ​ນີ້​ບໍ່​ໄດ້​ມີ​ຂຶ້ນ​ມາ​ຕັ້ງ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ.

ຝ່າຍ ​ເກົາຫຼີ​ເໜືອ ​ເບິ່ງ​ຄື​ວ່າ ຈະ​ສືບ​ຕໍ່​ຊຸກຍູ້​ໃຫ້​ເກົາຫຼີ​ໃຕ້​ລົບ​ລ້າງ​ແຜນການ​ຊ້ອມ
​ລົບ​ຮ່ວມ​ກັນ​ກັບ​ ສະຫະລັດ ຊຶ່ງ​ກຳນົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 24 ​ເດືອນ​ນີ້.

ກຸງ​ພຽງ​ຢ້າງ​ໄດ້​ຂົ່ມຂູ່​ທີ່​ຈະ​ລົບ​ລ້າງ​ການ​ພົບ​ພໍ້​ກັນ​ ​ຂອງ​ພວກ​ຄອບຄົວ​ເກົາຫຼີ​ທີ່
​ໄດ້​ພັດ​ພາກ​ກັນ ຍ້ອນ​ການ​ຊ້ອມ​ລົບ​ດັ່ງກ່າວ ຊຶ່ງ​ທາງ​ເກົາຫຼີ​ເໜືອ​ມອງ​ເບິ່ງ​ວ່າ
​ເປັນ​ການ​ກະກຽມສຳລັບ​ການ​ຮຸກ​ຮານ​ນັ້ນ.

Koreas
please wait
Embed

No media source currently available

0:00 0:00:53 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG