ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີໃຕ້ຈະບໍ່ສົ່ງຄືນ ຊາວເກົາຫຼີເໜືອ 9 ຄົນ ທີ່ໂຕນໜີ


ແຜນທີ່ເກົາຫຼີໃຕ້
ແຜນທີ່ເກົາຫຼີໃຕ້

ເກົາຫຼີໃຕ້ກ່າວວ່າ ຕົນຈະບໍ່ສົ່ງກັບຄືນຊາວເກົາຫຼີເໜືອຂໍລີ້ໄພ 9 ຄົນທີ່ໄດ້ພາກັນຂີ່ເຮືອຂ້າມ
ເຂດແດນທາງທະເລເຂົ້າໄປໃນເກົາຫຼີໃຕ້ເມື່ອເກືອບນຶ່ງອາທິດຜ່ານມາແລ້ວນັ້ນເຖິງແມ່ນພຽງ ຢາງໄດ້ທວງໃຫ້ສົ່ງພວກກ່ຽວກັບຄືນໄປຍັງເກົາຫຼີເໜືອກໍຕາມ.

ຊາວເກົາຫຼີເໜືອທັງ 9 ໄດ້ຖືກພົບເຫັນໃນຕອນເດິກຂອງຄືນວັນເສົາແລ້ວຢູ່ໃນເຮືອນ້ອຍ 2
ລຳທີ່ພວມລ່ອງລອຍຢູ່ຕາມທະເລເຫຼືອງ. ສະພາກາແດງຂອງເກົາຫຼີໃຕ້ໄດ້ສົ່ງສານສະບັບນຶ່ງ
ໄປສະພາກາແດງເກົາຫຼີເໜືອໃນວັນສຸກມື້ນີ້ເວົ້າວ່າຊາວເກົາຫຼີເໜືອທັງ 9 ກ່າວວ່າພວກເຂົາ
ເຈົ້າຕ້ອງການໂຕນໜີອອກຈາກປະເທດ ດັ່ງນັ້ນ ຝ່າຍເກົາຫຼີໃຕ້ ຈຶ່ງຈະຈັດການເລື່ອງນີ້ຕາມ ຄວາມປະສົງຂອງພວກເຂົາເຈົ້າ.

ເກົາຫຼີເໜືອເຕືອນໃນວັນພະຫັດວານນີ້ວ່າ ຄວາມສຳພັນທີ່ເຄັ່ງຕຶງຢູ່ແລ້ວກັບເກົາຫຼີໃຕ້ອາດ
ຈະຊຸດໂຊມລົງຕື່ມຖ້າເກົາຫຼີໃຕ້ຫາກບໍ່ສົ່ງຊາວເກົາຫຼີເໜືອທັງ 9 ຄົນຄືນໃຫ້ແກ່ເກົາຫຼີເໜືອ.

XS
SM
MD
LG