ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວເກົາຫຼີ ພົບພໍ້ກັນ ໃນການເຕົ້າໂຮມຄອບຄົວ ຮອບສອງ


Koreas Reunions
please wait
Embed

No media source currently available

0:00 0:00:27 0:00

ຊາວເກົາຫລີໃຕ້ຫລາຍຣ້ອຍຄົນ ພາກັນຂ້າມຊາຍແດນ ເຂົ້າໄປ
ໃນເກົາຫລີເໜືອ ເພື່ອເຂົ້າຮ່ວມການເຕົ້າໂຮມຄອບຄົວຮອບທີ
ສອງ ໃນອາທິດນີ້ ໂດຍນຳເອົາສະມາຊິກໃນຄອບຄົວ ທີ່ໄດ້ພັດ
ພາກຈາກກັນ ມາເປັນເວລາຫົກທົດສະວັດ ເນື່ອງຈາກການແບ່ງ
ແຍກທາງການເມືອງ ອັນເປັນຜົນມາຈາກສົງຄາມເກົາຫລີນັ້ນ
ມາພົບພໍ້ກັນ.

ຊາວເກົາຫລີໃຕ້ ປະມານ 250 ຄົນ ສ່ວນໃຫຍ່ເປັນພວກຜູ້ເຖົ້າ
ໄດ້ຜ່ານຫ້ອງ ການກວດຄົນເຂົ້າເມືອງ ຢູ່ທີ່ດ່ານກວດຊາຍແດນ
ໃນວັນເສົາມື້ນນີ້ ກ່ອນຈະຂື້ນລົດບັດ ທີ່ຈະນຳເອົາເຂົາເຈົ້າໄປ
ຍັງບ່ອນຕາກອາກາດທີ່ຈະມີການສັງເກດການຢ່າງໃກ້ຊິດເວລາ
ເຂົາເຈົ້າພົບປະກັນກັບບັນດາຍາດຕິພີ່ນ້ອງທີ່ບໍ່ໄດ້ເຫັນມາເປັນເວລາດົນນານແລ້ວນັ້ນ.
ບັນດາສະມາຊິກຄອບຄົວເຫລົ່ານີ້ ຈະມີເວລາຢູ່ນຳກັນ 12 ຊົ່ວໂມງ ໂດຍການແບ່ງເປັນ
ລະຍະສັ້ນໆ.

ບັນດາຜູ້ເຂົ້າຮ່ວມການເຕົ້າໂຮມ ຄາດວ່າຈະຕ້ອງຫລີກລ່ຽງ ການລົມກັນກ່ຽວກັບບັນຫາ
ໂຕ້ແຍ້ງເຊັນວ່າເລື້ອງການເມືອງ. ສະພາກາແດງເກົາຫລີ ທີ່ໄດ້ຊ່ວຍຈັດ ການເຕົ້າໂຮມ
ກັນດັ່ງກ່າວ ຍັງໄດ້ເຕືອນຊາວເກົາຫລີໃຕ້ວ່າ ຢ່າໄດ້ຕິຕຽນເກົາ ຫລີເໜືອ.

ໃນວັນອັງຄານທີ່ຜ່ານມາ ຊາວເກົາຫລີໃຕ້ເກືອບ 400 ຄົນ ໄດ້ໄປເຖິງເກົາຫລີເໜືອ ໃນ
ການເຕົ້າໂຮມກັນຮອບທຳອິດ ຊຶ່ງເຂົາເຈົ້າພາກັນຖືຂອງຂວັນ ທີ່ເປັນ ເຄຶ່ອງນຸ່ງຫົ່ມອົບອຸ່ນ ແລະເງິນສົດໃຫ້ແກ່ຍາດຕິພີ່ນ້ອງເກົາຫລີເໜືອຂອງເຂົາ ເຈົ້າ.

ຂະບວນລົດບັດ ຕິດຕາມມາຂະບວນລົດສີດຳ ທີ່ຕິດທຸງສະພາກາຊາດ ໄດ້ຢຸດຢູ່ດ່ານ
ກວດ ທີ່ມີການຍາມຮັກສາຄວາມປອດໄພຢ່າງໜາແໜ້ນ ຢູ່ທີ່ເມືອງ Goseong ໃນ
ເກົາຫລີໃຕ້ ກ່ອນຂ້າມຊາຍແດນທີ່ມີການຍາມຮັກສາການຢ່າງໜາແໜ້ນ ໄປສູ່ບ່່ອນ
ຕາກອາກາດໃນເກົາຫລີເໜືອ ຢູ່ທີ່ພູ Kumgang ບ່ອນທີ່ຈັດໃຫ້ມີການເຕົ້າໂຣມກັນນັ້ນ.

Inter-Korean Family Reunions Display Unification Ties
please wait

No media source currently available

0:00 0:01:44 0:00

XS
SM
MD
LG