ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີໃຕ້ ມອງເຫັນໂອກາດ ສໍາລັບສາຍພົວພັນ ທີ່ດີຂຶ້ນ ກັບເກົາຫລີເໜືອ


ປະຊາຊົນເບິ່ງປ. ຫລີມິອອງພັກແຫ່ງເກົາຫລີໃຕ້ ກ່າວປາໄສ
ທາງໂທລະພາບຕໍ່ປະຊາຊົນ ໄປຍັງທົ່ວປະເທດ.
ວັນທີ 2 ມັງກອນ, 2012.
ປະຊາຊົນເບິ່ງປ. ຫລີມິອອງພັກແຫ່ງເກົາຫລີໃຕ້ ກ່າວປາໄສ ທາງໂທລະພາບຕໍ່ປະຊາຊົນ ໄປຍັງທົ່ວປະເທດ. ວັນທີ 2 ມັງກອນ, 2012.

ປະທານາທິບໍດີ​ຫລີ​ມິ​ອອງພັກ ​ແຫ່ງ​ເກົາຫລີ​ໃຕ້​ກ່າວ​ວ່າ ຍຸກ​ໃໝ່​ໃນ​ສາຍພົວພັນ​ລະຫວ່າງ​ສອງ​ເກົາຫລີ​ສາມາດ​ໄຂ​ຂຶ້ນ​ໄດ້ ຖ້າ​ຫາກ​ເກົາຫລີ​ເໜືອ​ສະ​ແດງໃຫ້​ເຫັນ​ເຖິງຄວາມ​ຈິງ​ໃຈ​.

ໃນ​ຄໍາ​ປາ​ໄສເນື່ອງໃນ​ວັນ​ປີ​ໃໝ່​ທີ່​ຖ່າຍ​ທອດ​ທາງ​ໂທລະພາບ​ໄປ​ຍັງ​ທົ່ວ​ປະ​ເທດ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ​ຫລີ ກ່າວ​ວ່າ ມີ​ໂອກາດ​ໃໝ່​ຢູ່​ໃນ​ແຫລມ​ເກົາຫລີ ​ໃນ​ຂະນະ​ທີ່​ລູກ​ຊາຍ​ຫລ້າ​ຂອງ​ມື້​ລາງ​ທ່ານ​ກິມຈົງ​ອີລ ຂຶ້ນ​ກໍາອໍານາດ​ເປັນ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ​ກອງທັບ​ເກົາຫລີ​ເໜືອແລະ​ເປັນ​ຜູ້​ນໍາ​ພັກ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ຫລັງ​ຈາກ​ການ​ເຖິງແກ່​ມໍລະນະ​ກໍາ​ຂອງ​ທ່ານ​ກິມຈົງ​ອີລ​ໃນ​ເດືອນ​ຜ່ານ​ມາ​ນີ້.

ແຕ່​ທ່ານ​ຫລີ ມິ​ອອງພັກ ກ່າວ​ເຕືອນ​ເຊ່ນ​ກັນ​ວ່າ ​ເກົາຫລີ​ໃຕ້ຈະ​ຕອບ​ໂຕ້​ຢ່າງ​ແຂງ​ແຮງ​ຕໍ່​ການ​ເກາະ​ຜິດ​ໃດໆ​ຈາກ​ເກົາຫລີ​ເໜືອ.

ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ຄະນະ​ກໍາມາ​ທິການ​ປ້ອງ​ກັນຊາ​ດທີ່​ມີ​ອານາ​ດຂອງເກົາ​ຫລິ​ເໜືອ​ກ່າວ​
ວ່າ ຈະ​ບໍ່​ມີ​ການ​ປ່ຽນ​ແປງໃນ​ດ້ານນະ​ໂຍບາຍ​ໃດໆ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ທ່ານ​ກິມຈົງ
ອູ​ນ.

ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ເກົາຫລີ​ໄດ້​ຢູ່​ໃນ​ລະດັບ​ສູງ​ມາ​ຕັ້ງແຕ່​ ລັດຖະບານ​ກຸງ​ໂຊນ
ກ່າວ​ຫາ​ກຸງ​ພຽງ​ຢ້າງ​ວ່າ ​ຍິງ​ກໍາ​ປັ່ນ​ລົບ​ຂອງ​ຕົນ​ລໍາ​ນຶ່ງ​ຈົມ​ນໍ້າ​ຢູ່​ໃກ້ໆ​ກັບ​ເຂດ​ແດນ​ທາງ​
ທະ​ເລ​ທີ່​ເປັນ​ບັນຫາ​ຂັດ​ແຍ່ງກັນ ອັນ​ທີ່​ເອີ້ນ​ວ່າ ​ເສ້ນ​ຈໍາກັດ​ດ້ານ​ເໜືອ​ນັ້ນໃນ​ເດືອນ​ມີນາ
ປີ 2010 ​ທະຫານ​ເຮືອ​ຂອງ​ເກົາຫລີ​ໃຕ້ 46 ຄົນ​ເສຍ​ຊີວິດ​ໄປ​ໃນ​ການ​ໂຈມຕີ​ຄັ້ງ​ນັ້ນ.

ສາຍ​ພົວພັນ​ໄດ້​ຊຸດ​ໂຊມ​ລົງໄປ​ອີກຫລັງ​ຈາກ​ເກົາຫລີ​ເໜືອ​ໄດ້​ລະດົມ​ຍິງ​ປືນ​ໃຫຍ່​ໃສ່
ເກາະ Yeopyeong ຂອງ​ເກົາຫລີ​ໃຕ້​ໃນ​ເດືອນ​ພະຈິກ​ປີ 2010 ຊຶ່ງໄດ້​ເຮັດ​ປະຊາຊົນ​
ເສຍ​ຊີວິດ​ໄປ 4 ຄົນ​.

XS
SM
MD
LG