ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີເໜືອສະຫຼອງ ວັນຄົບຮອບ 60 ປີ ໃນການສິ້ນສຸດ ຂອງສົງຄາມເກົາຫຼີ (ສະໄລດ໌)


ພວກນັກລົບເກົ່າເກົາຫຼີເໜືອ ຈາກສົງຄາມເກົາຫຼີ ພວມພາກັນເບິ່ງ ບັ້ງໄຟດອກ ໃນລະຫວ່າງການສະແດງຟ້ອນ ແລະຮ້ອງເພງ Arirang (26 ກໍລະກົດ 2013)
ພວກນັກລົບເກົ່າເກົາຫຼີເໜືອ ຈາກສົງຄາມເກົາຫຼີ ພວມພາກັນເບິ່ງ ບັ້ງໄຟດອກ ໃນລະຫວ່າງການສະແດງຟ້ອນ ແລະຮ້ອງເພງ Arirang (26 ກໍລະກົດ 2013)
ເກົາຫຼີເໜືອໄດ້ຈັດການສວນສະໜາມຂະໜາດໃຫຍ່ຂຶ້ນເພື່ອສະ
ຫຼອງວັນຄົບຮອບ 60 ປີຂອງການສະຫງົບເສິກທີ່ຍຸຕິການສູ້ລົບ ໃນສົງຄາມເກົາຫຼີ ເມື່ອປີ 1953.

ການສວນສະໜາມໃນວັນເສົາມື້ນີ້ຈັດຂຶ້ນເພື່ອສະເຫຼີມສະຫຼອງ
ວັນພັກ ທີ່ເກົາຫລີເໜືອເອີ້ນວ່າ “ວັນໄຊຊະນະ ໃນສົງຄາມປົດ ປ່ອຍປິຕຸພູມ”.

ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຸນ ແມ່ນອ້ອມຂ້າງ ໂດຍ ພວກເຈົ້າໜ້າທີ່ອະວຸໂສຂອງພັກແລະນາຍທະຫານແລະກໍໂອ້
ລົມກັບ ຮອງປະທານປະເທດຈີນ ທ່ານ Li Yuanchao ທີ່ເບິ່ງ
ຈາກຜາມໄຊ ໃນຂະນະທີ່ພວກທະຫານຫລາຍພັນຄົນ ລົດຖັງ ແລະລູກສອນໄຟສວນສະ ໜາມຜ່ານຈະຕຸລັດກິມ ອິລ ຊຸງ ໃນກຸງພຽງຢາງ. ເຮຣີຄອບເຕີ້ແລະເຮືອບິນລົບທະຫານກໍ ໄດ້ບິນສະແດງກຳລັງຢູ່ເທິງຟ້າ ຂະນະທີ່ທ່ານກິມທຳການຄຳນັບພວກທະຫານ.

ຢູ່ເກົາຫຼີໃຕ້ ວັນຄົບຮອບດັ່ງກ່າວ ກໍໄດ້ມີການສະຫຼອງ ດ້ວຍການກ່າວຄຳປາໄສ ຂອງປະ
ທານາທິບໍດີ Park Geun-hye ແລະການຈັດສະແດງປະຫວັດສາດສົງຄາມແລະມີແຜນ ຈັດການໂຮມຊຸມນຸມປະທ້ວງຕໍ່ຕ້ານເກົາຫຼີເໜືອ.

ພິທີສວນສະໜາມຂອງເກົາຫຼີເໜືອ ແມ່ນມີການຈັບຕາເບິ່ງຢ່າງໃກ້ຊິດ ກ່ຽວກັບຮ່ອງຮອຍ ຕ່າງໆຂອງຄວາມກ້າວໜ້າ ໃນດ້ານລູກສອນໄຟຂອງພຽງຢາງ. ໃນ ການສວນສະໜາມປີ ກາຍນີ້ເກົາຫຼີເໜືອໄດ້ນຳອອກມາສະແດງລູກສອນໄຟທີ່ຍິງໄດ້ໃນໄລຍະໄກທີ່ບໍ່ເຄີຍເຫັນ ມາກ່ອນຊະນິດນຶ່ງ ຊຶ່ງພວກນັກສັງເກດການສ່ວນໃຫຍ່ໃນເວລານີ້ເຊື່ອວ່າເປັນຂອງປອມ ນັ້ນ.

ນັບຕັ້ງແຕ່ສົງຄາມເກົາຫຼີ ສິ້ນສຸດລົງ ດ້ວຍການຕົກລົງສະຫງົບ ແລະບໍ່ໄດ້ມີການລົງນາມ
ໃນສົນທິສັນຍາສັນຕິພາບ ຊຶ່ງໃນທາງເຕັກນິກແລ້ວເກົາຫຼີທັງສອງຈຶ່ງຍັງຢູ່ໃນສະພາບສົງ ຄາມລະຫວ່າງກັນຢູ່.

XS
SM
MD
LG