ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີໃຕ້ ແລະເໜືອ ສະຫຼອງ ຄົບຮອບ 60 ປີ ຂອງການຢຸດສູ້ລົບ ໃນສົງຄາມເກົາຫຼີ (ສໄລດ໌/ວີດິໂອ)


North Korea Celebrates Anniversary of War's End
please wait

No media source currently available

0:00 0:02:20 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບຂ່າວນີ້. Steve Herman ນັກຂ່າວວີໂອເອ ລາຍງານມາຈາກພຽງຢາງ.

ຊາວ​ເກົາຫຼີ ຢູ່​ໃນ​ທົ່ວ​ແຫຼມ​ເກົາຫຼີ ​ໄດ້​ພາກັນ​ສະ​ເຫຼີມສະຫຼອງ ວັນ​ຄົບຮອບ 60 ປີ ຂອງ​ສັນຍາ​ສະຫງົບເສິກ ປີ 1953 ທີ່​ເຮັດ​ໃຫ້​ການ​ສູ້ລົບ​ໃນ​ສົງຄາມ​ເກົາຫຼີ ສິ້ນ​ສຸດ​ລົງ.

​ເກົາຫຼີ​ເໜືອ ​ໄດ້​ຈັດ​ພິທີເດີນ​ສວນສະໜາມ​ກອງທັບ​ຢ່າງ​ໃຫຍ່​ໂຕ ​ເມື່ອ​ວັນ ​ເສົາ​ວານ​ນີ້ ​ເພື່ອ​ເປັນ​ຂີ​ດໝາຍ​ວັນສະຫຼອງທົ່ວ​ປະ​ເທດ ທີ່​ເກົາຫຼີ​ເໜືອ​ເອີ້ນ​ວ່າ “ວັນ​ແຫ່ງ​ໄຊຊະນະ​ໃນສົງຄາມ​ປົດ​ປ່ອຍ​ປິຕຸ​ພູມ.”

ກິມ ຈົ່ງ ອຸ່ນ ຜູ້​ນໍາ​ເກົາຫຼີ​ເໜືອ ທີ່​ມີ​ບັນດາ​ຜູ້​ນໍາ​ສູງ​ສຸດ​ຂອງພັກແລະ​ກອງທັບ​ຢືນຢູ່​ຄຽງ​ຂ້າງ ​ແລະ​ໂອ້​ລົມ​ກັບ​ຮອງ​ນາຍົກລັດຖະມົນຕີຈີນ ທ່ານ Li Yuanchao ​ໄດ້ຢືນ​ຊົມຢູ່​ເທິງ​ຜາມ​ໄຊ ຂະນະ​ທີ່​ເຫຼົ່າ​ທະຫານ ຈໍານວນ ຫຼາຍພັນ​ຄົນ ພ້ອມ​ດ້ວຍ​ຂະ​ບວນລົດ​ຖັງ ຂະ​ບວນລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ສວນສະໜາມ​ຜ່ານ​ຈະຕຸ​ລັດ Kim Il Sung ​ໃນ​ນະ ຄອນຫຼວງພຽງ​ຢາງ. ໂດຍ​ມີ​ເຮືອບິນ Helicopter ​ແລະ​ເຮືອບິນ​ລົບ​ໄອ​ພົ່ນຂອງ​ກອງທັບ ບິນ​ເວິ່ນສົ່ງ​ສຽງກ້ອງ​ກັງວານ ​ຢູ່​ນ່ານຟ້າ​ເໜືອ​ບໍລິ​ເວນ​ສວນສະໜາມ ຂະນະ​ທີ່ທ່ານ ກິມ ​ຢືນເຄົາລົບເຫຼົ່າທະຫານ​ສວນສະໜາມ.


ສ່ວນ​ຢູ່​ເກົາຫຼີ​ໃຕ້​ປະທານາທິບໍດີ Park Geun-hy ໄດ້​ກ່າວ​ຄໍາ​ປາ​ໄສ​ ເປັນ​ຂີດ​ໝາຍວັນ​ຄົບຮອບ​ດັ່ງກ່າວ ​ແລະມີ​ການວາງ​ສະ​ແດງກ່ຽວ​ກັບ​ປະຫວັດ​ສາດຂອງ​ສົງຄາມດັ່ງກ່າວ ​ແລະ​ການ​ໂຮມ​ຊຸມນຸມ​ຕໍ່ຕ້ານ​ເກົາຫຼີ​ເໜືອ ທີ່​ໄດ້ວາງ​ແຜນ​ໄວ້ລ່ວງ​ໜ້າ.

ນາຍ​ພົນ James Thuman ຫົວໜ້າກອງ​ກໍາລັງ​ທະຫານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​
ປະ​ຈໍາ​ແຫຼມ​ເກົາຫຼີ ກໍ​ໄດ້​ເຂົ້າຮ່ວມ​ໃນ​ພິທີ​ພິ​ເສດ​ທີ່​ຈັດ​ຂຶ້ນຢູ່​ໃນ​ເຂດ​ປອດທະຫານລະຫວ່າງ
​ປະ​ເທດ​ທັງ​ສອງ. ນາຍ​ພົນ Thuman ​ເວົ້າເປັນ​ພາສາ​ເກົາຫລີວ່າ:

“ພາລະກິດ​ຂອງ​ຂ້າພະ​ເຈົ້ານັ້ນ ກໍ​ຄື ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເສິກ​ສົງຄາມ​ຢູ່​ທີ່​ນີ້.
ພວກ​ເຮົາ​ບໍ່​ຕ້ອງການ​ສົງຄາມ​ອີກ ຢູ່​ໃນ​ຂົງ​ເຂດແຫຼມ​ເກົາຫຼີ ​ແລະ​ມື້​ນີ້ 6​0 ປີ
ຫຼັງຈາກ​ສັນຍາ​ສະຫງົບ​ເສິກ ​ພວກ​ເຮົາແມ່ນ​ສາມາດ​ຮັກສາ​ສັນຕິພາບ​ແລະ​
ສະຖຽນ​ລະ​ພາບ​ໄ​ວ້​ໄດ້ ​ແຕ່​ຂ້າພະ​ເຈົ້າ ກໍຢາກ​ຂໍ​ຮຽກຮ້ອງ​ໃຫ້​ເກົາຫຼີ​ເໜືອ ​
ປະການ​ທີນຶ່ງ ລົບ​ລ້າງ​ໂຄງການນີວ​ເຄຼຍຂອງ​ຕົນ ແລະປະການ​ທີ​ສອງ
ຢຸດ​ທໍາ​ການ​ຂົ່ມຂູ່ ​ເກົາຫຼີ​ໃຕ້ ​ແລະ​ຂົງ​ເຂດນັ້ນ​ເສຍ.”


ວີດິໂອ: ປະທານາທິບໍດີ ໂອບາມາ ປະກອບພິທີ ຢູ່ອະນຸສາວະລີສົງຄາມເກົາຫຼີ ເປັນຂີດໝາຍຄົບຮອບການສິ້ນສຸດລົງໃນການສູ້ລົບກັນ ໃນສົງຄາມເກົາຫຼີ:

Obama Calls on Americans to Honor Korean War Vets
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ
XS
SM
MD
LG