ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດານັກການທູດສະຫະລັດ ສະແຫວງຫາ ຄວາມກ້າວໜ້າ ໃນການເຈລະຈາ ກ່ຽວກັບເກົາຫຼີເໜືອ


ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດສະຫະລັດ Kurt Campbell ລົງຈາກລົດ ເພື່ອໄປປະຊຸມກັບ ບັນດາເຈົ້າໜ້າທີ່ເກົາຫລີໃຕ້ ທີ່ກະຊວງຕ່າງປະເທດ ໃນນະຄອນຫລວງໂຊລ, ວັນທີ 1 ກຸມພາ 2012. (AP Photo/Lee Jin-man)
ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດສະຫະລັດ Kurt Campbell ລົງຈາກລົດ ເພື່ອໄປປະຊຸມກັບ ບັນດາເຈົ້າໜ້າທີ່ເກົາຫລີໃຕ້ ທີ່ກະຊວງຕ່າງປະເທດ ໃນນະຄອນຫລວງໂຊລ, ວັນທີ 1 ກຸມພາ 2012. (AP Photo/Lee Jin-man)

ເວລາ​ນີ້ ພວກ​ນັກ​ການ​ທູດ​ອາວຸ​ໂສ​ສະຫະລັດ ກໍາລັງ​ປຶກສາ​ຫາລື​ກັບ​ເກົາຫລີ​ໃຕ້​ແລະຣັດ​ເຊຍ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ເກົາຫຼີ​ເໜືອ. ທອງ​ປານມີ​ເລຶ່ອງນີ້ມາສະ​ເໜີ​ທ່ານ​.

ທ່ານ Kurt Campbell ນັກ​ການ​ທູດ​ຄົນ​ສໍາຄັນ​ຂອງ​ສະຫະ​ລັດ ​ໄດ້​ປະຊຸມ​ກັນ​ເປັນ​ເວລາ​
ສັ້ນໆ​ເມື່ອຕອນ​ເຊົ້າ​ວັນ​ພຸດ​ຜ່ານ​ມາ​ນີ້ ທີ່​ທໍາ​ນຽບສີຟ້າຂອງ​ປະທານາທິບໍດີ​ແລະ​ທີ່​ກະຊວງ
ຕ່າງປະ​ເທດ ​ໃນ​ນະຄອນຫຼວງ​ໂຊ​ລ ​ຂອງເກົາຫຼີ​ໃຕ້​.

ການ​ປຶກສາ​ຫາລື​ກັນ​ດັ່ງກ່າວແມ່ນ​ມີ​ຂຶ້ນ ໃນເວລາດຽວກັນກັບທີ່​ທ່ານ Glyn Davies
ບຸກຄົນ​ສໍາຄັນ​ດ້ານ​ນະ​ໂຍບາຍ​ຂອງ​ສະຫະລັດກ່ຽວ​ກັບ​ເກົາຫຼີ​ເໜືອ ​ໄດ້​ພົບ​ປະ​ກັບ​ພວກ
ເຈົ້າໜ້າ​ທີ່ຣັດ​ເຊຍ​ ທີ່ນະຄອນຫຼວງ​ມົສ​ກູ.

ການເຄື່ອນໄຫວທາງ​ການ​ທູດດັ່ງກ່າວ ​ແມ່ນ​ເພື່ອຊອກຫາຊ່ອງທາງ​ເປັນ​ໄປ​ໄດ້​ໃນ​ການຮື້
ຟື້ນການເຈລະຈາ​ຫົກ​ຝ່າຍ ​ທີ່​ຢຸດ​ຊະ​ງັກ​ມາ​ໄດ້​ດົນ​ນານ​ແລ້ວນັ້ນ ​ກ່ຽວ​ກັບ​ກິດຈະການ​ນີວ
ເຄຼຍຂອງ​ເກົາຫລີ​ເໜືອ.

ທ່ານ Kim Hwang-sik ນາຍົກລັດຖະມົນຕີ​ເກົາຫຼີ​ໃຕ້ ທີ່​ກ່າວ​ຄໍາ​ປາໄສ ​ໃນ​ງານ​ສັງ​ຄົມ
ເກົາຫຼີງານ​ນຶ່ງ ​ທີ່​ນະຄອນຫຼວງ​ໂຊ​ລ​ເມື່ອ​ຕອນ​ແລງ​ວັນ​ອັງຄານ​ຜ່ານ​ມາ​ນີ້ ໄດ້​ຄາດ​ການ​ວ່າ
ການ​ດຳ​ເນີນ​ການທາງ​ດ້ານການ​ທູດ​ດັ່ງ ກ່າວ​ໜ້າ​ຈະມີ​ຄວາມ​ກ້າວໜ້າໄດ້​ຖ້າ​ຫາກ​ພຽງຢາງ
ສະ​ແດງ​ອອກ​ເຖິງຄວາມ​ຈິງ​ໃ​ຈ.

ທ່ານ ກິມ ​ໃຫ້ຄວາມຫວັງ​ວ່າ ການ​ປຶກສາ​ຫາລື​ກ່ຽວ​ກັບ​ການເຮັດ​ໃຫ້​ເກົາຫຼີເໜືອ​ເປັນ​ປະ​
ເທດ​ປອດ​ນິວ​ເຄລຍ​ນັ້ນ ຈະ​ແຜ້ວ​ທາງ​ໃຫ້​ມີ​ການຮື້​ຟື້ນ​ການ​ເຈລະຈາ​ຫົກຝ່າຍ​ຄືນໃໝ່​ຢ່າງ​
ໄວໄດ້. ທ່ານ​ກິມກ່າວ​ອີກ​ວ່າ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍດັ່ງກ່າວ​ນີ້ ລັດຖະບານ​ເກົາຫຼີ​ໃຕ້​ກໍ​
ກໍາລັງ​ຮ່ວມ​ມື​ຢ່າງໃກ້​ຊິດ​ກັບ​ພວກ​ປະ​ເທດ​ເພື່ອ​ນບ້ານ​ຂອງ​ຕົນ ​ແລະ​ກັບ​ວໍ​ຊິງ​ຕັນ.

ເຈົ້າໜ້າ​ທີ່​ສໍາຄັນ​ຂອງ​ລັດຖະບານ​ເກົາຫຼີ​ໃຕ້ຮັບຜິດຊອບກ່ຽວ​ກັບເລື່ອງເກົາຫຼີ​ເໜືອກໍາລັງ
ຮຽກຮ້ອງ​ໃຫ້​ພຽງ​ຢາງຈົ່ງ​ເລືອກ​ເອົາ​ຢ່າງ​ໃດ​ຢ່າງ​ນຶ່ງ. ທ່ານ Yu Woo-ik ລັດຖະມົນຕີ​
ທ້ອນ​ໂຮມ​ຊາດຂອງ​ເກົາຫຼີ​ໃຕ້ ກ່າວ​ໃນ​ຄໍາ​ປາໄສ ເມື່ອ​ວັນ​ພຸດ​ຜ່ານ​ມາ​ນີ້ ​ຕໍ່​ພວກ​ເຈົ້າໜ້າທີ່
ຝ່າຍ​ພົນລະ​ເຮືອນ​ ທີ່​ພົວພັນກັບ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອຕໍ່​ເກົາຫຼີ​ເໜືອ​ ​ໄດ້​ຮຽກຮ້ອງໃຫ້
ພຽງ​ຢາງ​ຈົ່ງ​ເພີ່ມ​ໃຫ້​ຄວາມຮ່ວມ​ມືກັບ​ພວກ​ປະ​ເທດເພື່ອນ​ບ້ານ​ຂອງ​ຕົນ​ຫຼາຍຂຶ້ນ​ແທນ​ທີ່
ມີ​ແຕ່​ຈະ​ເກາະ​ຜິດ​ຄິດ​ຮ້າຍຕ່າງໆ​ນາໆ​ນັ້ນ.

ໃນ​ລະຫວ່າງ​ການ​ຢ້ຽມຢາມ​ເກົາຫຼີ​ໃຕ້ ​ເມື່ອ​ວັນ​ອັງຄານແລະ​ວັນ​ພຸດ​ຜ່ານ​ມາ​ນີ້ ທ່ານ Kurt
Campbell ລັດຖະມົນຕີ​ຊ່ວຍ​ຕ່າງປະ​ເທດ​ສະຫະລັດ ​ໄດ້ສະ​ແດງ​ອອກ​ໃຫ້​ເຫັນ​ເຖິງຄວາມ
ເປີດ​ກວ້າງ​ທາງ​ການ​ທູດຂອງ​ວໍ​ຊິງ​ຕັນ ຖ້າ​ຫາກ​ພຽງ​ຢາງຕິດ​ຕໍ່​ພົວພັນ​ກັບ​ເກົາຫຼີ​ໃຕ້​ເສຍ​ກ່ອນ.

ແນວ​ໃດ​ກໍ​ດີ, ​ເວລາ​ນີ້​ຍັງ​ບໍ່​ປາກົດ​ມີ​ຮ່ອງຮອຍ​ທີ່​ຈະ​ແຈ້ງ​ເທື່ອ​ວ່າການ​ຮື້​ຟື້ນ​ການ​ເຈລະຈາ​ຫົກ
ຝ່າຍ​ໃກ້​ຈະ​ເກີດ​ຂຶ້ນ​ແທ້​ຈິງຫລື​ບໍ່. ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຄັ້ງ​ສຸດ​ທ້າຍ​ແມ່ນມີ​ຂຶ້ນ​ໃນ​ປີ
2008 ຊຶ່ງ​ປະກອບ​ດ້ວຍ ​ສອງເກົາຫຼີ​ ຈີນ ສະຫະລັດ ຍີ່​ປຸ່ນ ​ແລະ​ຣັດ​ເຊ​ຍ.

ຄວາມ​ສັບສົນ​ໃໝ່ໆ​ນີ້ ກໍ​ຄື​ຜູ້​ນໍາທີ່​ຍັງ​ໜຸ່ມນ້ອຍ​ຂອງ​ພຽງ​ຢາງ ຄືທ່ານ Kim Jong Un
ທີ່​ປາກົດ​ວ່າ​ ຈະມຸ້ງ​ໝັ້ນ​ກໍາ​ອໍານາດ​ແຕ່​ພຽງ​ຢ່າງ​ດຽວ​ຫຼັງ​ຈາກ​ການເຖິງ​ແກ່ມໍລະນະ​ກໍາທີ່
ປະກາດ​ໃຫ້​ຊາບ​ເມື່ອ​ເດືອນ​ທັນວາຜ່ານມາຂອງ​ມື້ລາງ​ບິດາ​ທ່ານ ຄື​ທ່ານກິມ ຈົ່ງ ອິລ ​ຊຶ່ງ
ເປັນ​ຜູ້​ນໍາທີ່ປົກຄອງ​ປະ​ເທດມາ​ເປັນ​ເວລາດົນ​ນານ ​ຂອງ​ເກົາຫຼີ​ເໜືອ​ນັ້ນ.

ເມື່ອ​ປີຜ່ານມາ​ນີ້ ​ເກົາຫຼີ​ເໜືອ​ໄດ້ຊີ້​ແນະ​ວ່າ ​ຕົນ​ອາດ​ຈະ​ພິຈາລະນາ​ກ່ຽວ​ກັບ​ການໂຈະ​ໂຄງ
ການ​ເສີມສະມັດ​ຖະ​ພາບ​ທາດ​ຢູ​ເຣນຽມ​ໄວ້​ກ່ອນ​ ເພື່ອ​ແລກປ່ຽນ​ກັບ​ການ​ຊ່ວຍ​ເຫຼືອດ້ານ​
ອາຫານ​ຈາກ​ສະຫະລັດ.

ໃນ​ຂະນະ​ນີ້ ການ​ຊ່ວຍ​ເຫຼືອປະ​ເພດ​ດັ່ງກ່າວ​ນັ້ນ ແມ່ນຈະ​ມາ​ຈາກ​ຈີນ. ​ມີຫຼັກຖານ​ປະກົດ
ວ່າ​ ເຂົ້າຫຼາຍຮ້ອຍ​ພັນໂຕນ ​ໄດ້​ຈັດ​ສົ່ງ​ຂ້າມ​ເຂດ​ຊາຍ​ແດນ​ໄປ​ຍັງ​ເກົາຫຼີ​ເໜືອ ​ເມື່ອ​ເດືອນ
ຜ່ານ​ມາ. ແລະ​ວ່າ​ນັກ​ຄົ້ນຄວ້າ​ຄົນ​ນຶ່ງ ປະ​ຈໍາ​ສະ​ຖາ​ບັນ​ເສດຖະກິດຊົນນະ​ບົດທີ່​ນະຄອນ
ຫຼວງ​ໂຊ​ລ ບອກ​ວີ​ໂອ​ເອ​ເມື່ອ​ວັນ​ພຸດ​ຜ່ານ​ມາ​ນີ້​ວ່າ ຈາກ​ຜົນ​ການ​ວິ​ເຄາະຂໍ້​ມູນດ້ານ​ການ​ຄ້າ​
ລ່າ​ສຸດນັ້ນ ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໄດ້​ຈັດ​ສົ່ງ​ອາຫານປະ​ເພດ​ເມັດ​ຫຼາຍກວ່າ 125,000 ​
ໂຕນ ​ໄປ​ຍັງເກົາຫຼີ​ເໜືອ​ຊຶ່​ງ​ເປັນປະ​ເທດເພື່ອນ​ບ້ານທີ່​ທຸກ​ຈົນ​ຂອງ​ຕົນນັ້ນໃນ​ໄລຍະ​ໄຕຼ​ມາດ
ສຸດ​ທ້າຍ ຂອງ​ປີ 2011.

ທ່ານ​ລັດຖະມົນຕີ​ຊ່ວຍຕ່າງປະ​ເທດ Campbell ຊຶ່ງ​ເປັນ​ນັກ​ການ​ທູດ​ລະດັບ​ສູງ​ກ່ຽວ​ກັບ​
ພາກ​ພື້ນ​ເ​ອເຊຍ​ຕາ​ເວັນ​ອອກ ​ໄດ້​ຖືກ​ຊັກ​ຖາມ​ໂດຍ​ພວກ​ນັກຂ່າວ​ເມື່ອ​ວັນ​ພຸດ​ຜ່ານ​ມາ​ກ່ຽວ
ກັບ​ການ​ຊ່ວຍ​ເຫຼືອຂອງ​ຈີນ​ເມື່ອໝໍ່ໆ​ມາ​ນີ້. ທ່ານ​ແຄມ​ເບລ ກ່າວ​ວ່າ

“ພວກ​ເຮົາ​ເຊື່ອ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເອົາ​ບາດກ້າວຕ່າງໆ​ເພື່ອ​ເນັ້ນ​ຍໍ້າ​ເຖິງ​ຄວາມ​
ໝັ້ນ​ໝາຍ​ຂອງ​ເຂົາ​ເຈົ້າຕໍ່​ການ​ໂອນ​ອໍານາດ​ຢູ່ ​ໃນ​ເກົາຫຼີ​ເໜືອ ຊຶ່ງ​ບາດ​ກ້າວ​ເຫຼົ່ານັ້ນ
ອາດ​ມີ​ໂຮມ​ທັງ​ການ​ໃຫ້ການ​ຊ່ວຍ​ເຫຼືອຕໍ່​ໄປ​ອີກ​ ຕາມ​ສະພາບ​ການ​ຕ່າງໆ​ຢູ່​ໃນ​ເກົາ
ຫຼີ​ເໜືອ​ນັ້ນ. ຄື​ເວົ້າຢ່າງ​ກົງ​ໄປ​ກົງ​ມາ​ແລ້ວ ມັນ​ກໍ​ຄື​ການຄ່ອຍໆ​ແກ້​ໄຂ​ສະຖານະ​ການ
ນັ້ນ​ເອງ. ພວກ​ເຮົາກໍາລັງ​ສິ້ງ​ຊອມ​ໃນ​ເລຶ່ອງນີ້​ຢ່າງໃກ້​ຊິດ. ພວກ​ເຮົາ​ຕ້ອງການ​ຢາກ
ສືບ​ຕໍ່ການ​ໂອ້​ລົມ​ສົນທະນາແບບ​ປິດ​ລັບກັບ​ຈີນ ກໍ​ຄື​ພວກ​ເຮົາ​ຢາກ​ໃຫ້​ພວກ​ເຂົາ​ເຈົ້າ​
ແບ່ງ​ປັນໃຫ້​ພວກ​ເຮົາ​ຮູ້ຫຼາຍຂຶ້ນ​ໃນ​ດ້ານ​ຮູບ​ການ​ແລະ​ແຜນການ​ຕ່າງໆ​ຂອງພວກ
ເຂົາ​ເຈົ້ານັ້ນ.”

ຈີນຍັງ​ຄົງ​ເປັນ​ພັນທະ​ມິດ​ທີ່​ສໍາຄັນ​ປະ​ເທດ​ດຽວ​ຂອງ​ເກົາຫຼີ​ເໜືອນັ້ນ​ຢູ່.

ທັງ​ສອງ​ເກົາຫຼີບໍ່​ມີ​ຄວາມ​ສໍາພັນ​ທາງ​ການ​ທູດ​ກັນ​ແຕ່​ໃດ​ມາ ​ແລະ​ໃນ​ທາງ​ເທັກນິກ​ແລ້ວ​ແມ່ນ
ຍັງ​ຢູ່​ໃນ​ພາວະສົງຄາມ​ລະຫວ່າງກັນ​ມາ​ໄດ້​ຫລາຍ​ກວ່າ​ຫົກ​ທົດ​ສະ​ວັດ ຫຼື 60 ປີ. ຄວາມ​ສໍາ
ພັນ​ລະຫວ່າງກຸງຫຼວງໂຊລ​ແລະ​ພຽງ​ຢາງ ​ຊຸດ​ໂຊມລົງຢ່າງ​ໜັກໃນ​ປີ 2010 ​ເວລາ​ເກົາຫຼີ
ເໜືອ ຖືກ​ກ່າວ​ຫາ​ວ່າ ​ໄດ້ຍິງ​ທໍາລາຍ​ເຮືອ​ລົບ​ເກົາຫຼີ​ໃຕ້ ​ແລະ​ຍິງ​ປືນ​ໃຫຍ່​ໃສ່​ເກາະ​ຂອງ​ເກົາ
ຫຼີ​ໃຕ້ ​ທີ່ຢູ່ໃກ້ໆ​ເກົາຫຼີ​ເໜືອ​ນັ້ນ.

XS
SM
MD
LG