ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີ​ເໜືອ​ ຂູ່ວ່າ ຈະແກ້ແຄ້ນ ເກົາຫລີ​ໃຕ້ຄືນ (ວີດິໂອ ແລະສະໄລດ໌)


ພວກປະທ້ວງໃນວັນຈັນວານນີ້ ໄດ້ຈູດຫຸ່ນຈໍາລອງ ຂອງຜູ້ນໍາເກົາຫລີ​ເໜືອ ສາມຄົນ.
ພວກປະທ້ວງໃນວັນຈັນວານນີ້ ໄດ້ຈູດຫຸ່ນຈໍາລອງ ຂອງຜູ້ນໍາເກົາຫລີ​ເໜືອ ສາມຄົນ.
ເກົາຫລີ​ເໜືອ​ໄ​ດ້ທໍາການຂົ່ມຂູ່ຄັ້ງໃໝ່ອີກຕໍ່ເກົາຫລີ​ໃຕ້ ໂດຍ
ສັນຍາວ່າ ຈະແກ້ແຄ້ນຄືນ ຕໍ່ການປະທ້ວງ​ໃນ​ມື້ວານນີ້ ຢູ່ກຸງ
ໂຊລ ຊຶ່ງ​ເກົາຫລີ​ເໜືອເວົ້າວ່າ ມັນສ້າງ​ຄວາມ “ເສື່ອມເສຍ​ໃຫ້
​ແກ່ກຽດສັກສີ” ຂອງຜູ້ນໍາໃນກຸງພຽງຢາງ.

ກອງທັບຂອງເກົາຫລີ​ເໜືອຂູ່ວ່າ ຈະກະທໍາການທີ່ບໍ່ບອກຢ່າງ
ເຈາະຈົງໃນ “ທັນທີ” ຕໍ່ເກົາຫລີ​ໃຕ້ ຖ້າຫາກວ່າປະເທດດັ່ງກ່າວ
ບໍ່ຂໍຄະ​ມາໂທດສໍາລັບການປະທ້ວງໃນລະດັບນ້ອຍໆ ໃນວັນ
ຈັນວານນີ້ ທີ່ມີການຈູດຮຸ່ນຈໍາລອງຂອງຜູ້ນໍາຂອງເກົາຫລີເໜືອ
ສາມຄົນນັ້ນ.

​ຖະແຫລງການທີ່ອ່ານອອກທາງໂທລະພາບ ໃນວັນອັງຄານມື້ນີ້ ໃຊ້ພາສາທີ່ສະ​ແດງ​ຄວາມໂກດ​ແຄ້ນຕາມ​ປົກກະຕິ ຊຶ່ງສັນຍາວ່າ ຈະທໍາການແກ້ແຄ້ນດ້ວຍການໃຊ້ “ຄ້ອນຕີ
ໃຫຍ່ໆ” ທັບ​ມ້າງ ອັນທີ່ຄໍາຖະແຫລງນັ້ນເອີ້ນວ່າ “ການກະທໍາ ອາຊະຍາກໍາອັນ ໂຫດ
ຮ້າຍ” ຂອງພວກປະທ້ວງ. ຄໍາຖະແຫລງ ເວົ້າຕື່ມວ່າ:

“ການແກ້ແຄ້ນຂອງພວກເຮົາ ຈະເລີ້ມຂຶ້ນໂດຍບໍ່ມີການແຈ້ງໃຫ້ຮູ້ກ່ອນແຕ່ຢ່າງໃດ ນັບແຕ່ນີ້ຕໍ່ໄປ ຍ້ອນວ່າ ການກະທໍາອາຊະຍາກໍາ ທີ່ເປັນການສາບແສ່ງ ສາມເທົ່າ ທີ່ເຮັດໃຫ້ເສື່ອມເສຍກຽດສັກສີ ຂອງການນໍາສູງສຸດຂອງເກົາຫລີ​ເໜືອເຊັ່ນນັ້ນ ໄດ້ ມີ​ຂຶ້ນ​ຢູ່​ໃນໃຈຂອງກຸງໂຊລ ພາຍໃຕ້ການສະໜັບສະໜຸນຂອງພວກ​ເຈົ້າ​ໜ້າ​ທີ່ຫຸ່ນ.”

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:


ການຂົ່ມຂູ່ດັ່ງກ່າວໄດ້ມີຂຶ້ນ ໃນຂະນະທີ່ເກົາຫລີ​ເໜືອສືບຕໍ່ການສະເຫລີມສະຫລອງ
ເປັນ​ເວລາສອງ​ວັນ ​ເນື່ອງ​ໃນວັນຄ້າຍວັນເກີດຂອງມື້​ລາງທ່ານ Kim Il Sung ຜູ້ນໍາທີ່ກໍ່
ຕັ້ງເກົາຫລີ​ເໜືອ. ຫລາຍຄົນ​ໄດ້ຄາດຄະ​ເນວ່າ ກຸງພຽງຢາງຈະທໍາການທົດລອງລູກສອນ​
ໄຟ ທີ່ເປັນການເກາະຜິດນັ້ນ ​ເພື່ອເປັນການຂີດໝາຍໂອກາດດັ່ງກ່າວ ແຕ່ວັນຄ້າຍ​ວັນ​ເກີດ
​ໃນ​ວັນ​ຈັນ​ວານ​ນີ້ ກໍ​ໄດ້ຜ່ານໄປ ໂດຍບໍ່ມີເຫດການໃດໆ​ເກີດ​ຂຶ້ນ.

ໃນວັນອັງຄານມື້ນີ້ ກະຊວງປ້ອງກັນປະເທດຂອງເກົາຫລີ​ໃຕ້ ເອີ້ນການຂົ່ມຂູ່ໃໝ່ດັ່ງ
ກ່າວວ່າ “ໜ້າເສຍໃຈ.” ທ່ານ Kim Min-Seok ໂຄສົກກະຊວງເວົ້າວ່າ ກຸງໂຊລ ຍັງຢູ່
ໃນທ່າກຽມພ້ອມຮັບມືກັບການທົດລອງລູກ​ສອນ​ໄປ ທີ່ອາດມີຂຶ້ນນັ້ນຢູ່.

ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:

XS
SM
MD
LG