ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີເໜືອ ຂົ່ມຂູ່ຄັ້ງໃໝ່ ຕໍ່ສະຫະລັດ ແລະ ເກົາຫຼີໃຕ້ (ວີດິໂອ)


ທ່ານ ນາງ Park Geun-Hey ປະທານາທິບໍດີເກົາຫລີໃຕ້ ກ່າວຄໍາປາໄສ ໃນໂອກາດຄົບຮອບສາມປີທີ່ເຮືອລົບ Cheonan ຂອງເກົາຫລີໃຕ້ໄດ້ຖືກຍິງຫລົ້ມ ໃນວັນອັງ
ຄານ ທີ 26 ມີນາ 2013 ນີ້.
ທ່ານ ນາງ Park Geun-Hey ປະທານາທິບໍດີເກົາຫລີໃຕ້ ກ່າວຄໍາປາໄສ ໃນໂອກາດຄົບຮອບສາມປີທີ່ເຮືອລົບ Cheonan ຂອງເກົາຫລີໃຕ້ໄດ້ຖືກຍິງຫລົ້ມ ໃນວັນອັງ ຄານ ທີ 26 ມີນາ 2013 ນີ້.
ເກົາຫລີເໜືອໄດ້ທໍາການຂົ່ມຂູ່ຄັ້ງໃໝ່ ຕໍ່ສະຫະລັດ ຊຶ່ງຄັ້ງນີ້
ປະເທດດັ່ງກ່າວເຕືອນວ່າ ຕົນອາດຈະຍິງຈະຫລວດ ໃສ່ເກາະ
Guam, Hawaii, ແລະແຜ່ນດິນໃຫຍ່ຂອງສະຫະລັດ ເພື່ອເປັນ ການຕອບໂຕ້ຕໍ່ການໃຊ້ເຮືອ ບິນຖິ້ມລະເບີດຂອງອາເມຣິກັນ
ເຂົ້າຮ່ວມໃນການຊ້ອມລົບ.

ນອກນັ້ນແລ້ວ ກອງທັບປະຊາຊົນເກົາຫລີ ຍັງໄດ້ກ່າວໃນວັນອັງ
ຄານມື້ນີ້ວ່າ “ເຫລົ່າທະຫານປືນໃຫຍ່ທັງໝົດ ລວມທັງໜ່ວຍຍິງ
ຈະຫລວດຍຸດ ທະສາດ ແລະໜ່ວຍປືນໃຫຍ່ໄລຍະໄກ” ໄດ້ຖືກສັ່ງ
ໃຫ້ຢູ່ໃນ “ທ່າກຽມ ພ້ອມສູ້ລົບ.”

ນີ້ແມ່ນການຂົ່ມຂູ່ຄັ້ງຫລ້າສຸດທີ່ມີມາເປັນຫຼາຍໆງວດ ໂດຍກຸງພຽງຢາງ ຕໍ່ສະຫະລັດ ແລະ
ບັນດາປະເທດພັນທະມິດຢູ່ໃນຂົງເຂດ. ເປັນທີ່ເຊື່ອກັນວ່າ ຈະຫລວດຂອງເກົາຫລີເໜືອ
ບໍ່ມີຄວາມສາມາດທີ່ຈະຍິງມາເຖິງ ແຜ່ນດິນໃຫຍ່ຂອງສະຫະລັດໄດ້.

ການຂົ່ມຂູ່ຂອງເກົາຫຼີເໜືອ ມີຂຶ້ນບໍ່ພໍເທົ່າໃດຊົ່ວໂມງ ລຸນຫລັງທີ່ທ່ານນາງ Park Geun-
Hey ປະທານາທິບໍດີເກົາຫລີໃຕ້ເຕືອນເກົາຫລີເໜືອໃຫ້ປະຖິ້ມ ໂຄງການອາວຸດນີວເຄລຍ
ຂອງຕົນ ແລະໃຫ້ຍຸຕິການທ້າທາຍເກາະຜິດຕ່າງໆ ໂດຍໄດ້ເວົ້າວ່າ ມີແຕ່ວິທີດຽວເທົ່ານີ້
ທີ່ກຸງພຽງ ຢາງຈະຢູ່ລອດໄດ້.

ທ່ານນາງ Park ໃຫ້ຄໍາເຫັນດັ່ງກ່າວ ໃນຂະນະທີ່ກ່າວຄໍາປາໄສ ໃນໂອກາດຄົບຮອບສາມ
ປີທີ່ເຮືອລົບ Cheonan ຂອງເກົາຫລີໃຕ້ໄດ້ຖືກ ຍິງຫລົ້ມ ຊຶ່ງເປັນການໂຈມຕີທີ່ກຸງໂຊລ
ໄດ້ຖິ້ມໂທດໃສ່ກຸງພຽງຢາງເປັນ ຜູ້ກະທຳ. ສ່ວນເກົາຫລີເໜືອໄດ້ປະຕິເສດວ່າຕົນບໍ່ໄດ້
ທໍາການໂຈມຕີດັ່ງກ່າວ ທີ່ເຮັດໃຫ້ລູກເຮືອຂອງເກົາຫຼີໃຕ້ 46 ຄົນເສຍຊີວິດນັ້ນ.

ເບິ່ງວີດິໂອກ່ຽວກັບເລື້ອງນີ້:
XS
SM
MD
LG