ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ວ່າ ຈະໂຕ້ຕອບ ຢ່າງເດັດດ່ຽວ ຖ້າເກົາຫຼີເໜືອ ລະເມີດສັນຍາ


ທຸງເກົາຫຼີເໜືອຜືນໃຫຍ່ທີ່ປີວສະບັດຢູ່ເທິງຫລັກທຸງທີ່ສູງ ໃນບ້ານ Gijeongdong ເກົາຫລີເໜືອ ທີ່ຫລຽວເຫັນ ແມ່ນແຕ່ຫລຽວຈາກບ້ານ Panmunjom ຂອງເກົາຫລີໃຕ້ ຢູ່ໃກ້ຊາຍແດນຂອງສອງປະເທດ
ທຸງເກົາຫຼີເໜືອຜືນໃຫຍ່ທີ່ປີວສະບັດຢູ່ເທິງຫລັກທຸງທີ່ສູງ ໃນບ້ານ Gijeongdong ເກົາຫລີເໜືອ ທີ່ຫລຽວເຫັນ ແມ່ນແຕ່ຫລຽວຈາກບ້ານ Panmunjom ຂອງເກົາຫລີໃຕ້ ຢູ່ໃກ້ຊາຍແດນຂອງສອງປະເທດ
ລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີໃຕ້ ສັນຍາວ່າ
ຈະທໍາການໂຕ້ຕອບ “ຢ່າງແຂງ ຂັນແລະເດັດດ່ຽວ” ຖ້າຫາກ
ເກົາຫຼີເໜືອເຮັດຕາມຄໍານາບຂູ່ຂອງຕົນ ທີ່ເວົ້າວ່າຈະລະເມີດ
ສັນຍາສະຫງົບເສິກ ທີ່ມີມາເປັນເວລາຫົກທົດສະວັດແລ້ວນັ້ນ.

ນາຍພົນ Kim Yong-hyun ກ່າວໃນວັນພຸດມື້ນີ້ວ່າ ກຸງໂຊລ ກໍາລັງກະກຽມທີ່ຈະທໍາ ການໂຈມຕີ ຕໍ່ທັງ “ແຫຼ່ງທີ່ມາຂອງ
ການຮຸກຮານ” ແລະ “ພາກສ່ວນທີ່ອອກຄໍາສັ່ງການຮຸກຮານ
ດັ່ງກ່າວ” ຖ້າຫາກເກົາຫຼີເໜືອໃຊ້ກໍາລັງທະຫານ.

ໃນວັນອັງຄານວານນີ້ ເຈົ້າໜ້າທີ່ຂັ້ນສູງຂອງເກົາຫຼີເໜືອເວົ້າວ່າ
ກຸງພຽງຢາງ ຈະບໍ່ສົນໃຈ ຕໍ່ສັນຍາຢຸດຍິງ ທີ່ເຊັນກັນໃນປີ
1953 ທີ່ເຮັດໃຫ້ສົງຄາມເກົາຫຼີຍຸດຕິລົງນັ້ນ ໂດຍອ້າງວ່າ ຍ້ອນ
ມີການລົງໂທດທີ່ໄດ້ຮັບການຜັກດັນໂດຍສະຫະລັດ ແລະການ
ຊ້ອມລົບຮ່ວມກັນ ລະຫວ່າງກຸງໂຊລ ແລະກຸງວໍຊິງຕັນ.

ມັນບໍ່ເປັນເລື້ອງແປກແຕ່ຢ່າງໃດ ທີ່ເກົາຫຼີເໜືອຈະທໍາການນາບ
ຂູ່ແບບນັ້ນອອກມາ ໃນໄລຍະທີ່ ຄວາມເຄັ່ງຕຶງໃນແຫລມເກົາຫຼີ
ເພີ້ມທະວີຂຶ້ນ. ແຕ່ວ່າ ບັນດານັກວິເຄາະເຫດການເວົ້າວ່າ ຄໍານາບຂູ່ຄັ້ງຫລ້າສຸດ ອາດ
ຈະເປັນຈິງເປັນຈັງຫລາຍກວ່າເກົ່າເພາະວ່າ ມັນອອກມາຈາກປາກນາຍພົນ Kim Yong Chol, ເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງ ແລະກໍກ່າວອອກມາພ້ອມກັບວັນກໍານົດ ເສັ້ນຕາຍ.

ນາຍພົນ Kim Yong Chol ເວົ້າວ່າ ກຸງພຽງຢາງ ຈະ “ລົບລ້າງ” ສັນຍາຢຸດຍິງດັ່ງກ່າວ
“ຢ່າງສິ້ນເຊີງ” ເລີ້ມແຕ່ວັນທີ 11 ມີນາ ທີ່ຈະມາເຖິງນີ້ ແລະຈະຕັດການສື່ສານກັບ ກໍາ
ລັງທະຫານສະຫະລັດ ແລະເກົາຫຼີໃຕ້ ທີ່ປະຈໍາຢູ່ບ້ານ Panmunjom ຢູ່ໃນເຂດ ຊາຍແດນຂອງສອງປະເທດເກົາຫຼີນັ້ນ.
XS
SM
MD
LG