ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເກົາຫລີເໜືອ ແລະ ເກົາຫລີໃຕ້ ເຈລະຈາ ຂັ້ນກຽມການກັນ (ວີດິໂອ)


ທ່ານນາງ Kim Song Hye (ກາງ) ຫົວໜ້າຜູ້ແທນຈາກເກົາຫລີເໜືອ ຈັບມືກັບ ທ່ານ Kwon Young-yang (ຂວາ) ຜູ້ແທນຈາກເກົາຫລີໃຕ້ ໃນຂະນະທີ່ໄປເຖິງສະຖານທີ່ເຈລະຈາ ທີ່ຈັດຂຶ້ນໃນເຂດ ພາກໃຕ້ຂອງບ້ານ Panmunjom ຢູ່ເໜືອກຸງໂຊລຂອງເກົາຫລີໃຕ້ ໃນວັນທີ 9 ມິຖຸນາ 2013.
ທ່ານນາງ Kim Song Hye (ກາງ) ຫົວໜ້າຜູ້ແທນຈາກເກົາຫລີເໜືອ ຈັບມືກັບ ທ່ານ Kwon Young-yang (ຂວາ) ຜູ້ແທນຈາກເກົາຫລີໃຕ້ ໃນຂະນະທີ່ໄປເຖິງສະຖານທີ່ເຈລະຈາ ທີ່ຈັດຂຶ້ນໃນເຂດ ພາກໃຕ້ຂອງບ້ານ Panmunjom ຢູ່ເໜືອກຸງໂຊລຂອງເກົາຫລີໃຕ້ ໃນວັນທີ 9 ມິຖຸນາ 2013.
ຄະນະຜູ້ແທນຈາກເກົາຫລີເໜືອ ແລະເກົາຫລີໃຕ້ໄດ້ທໍາການ
ເຈລະຈາກັນຂັ້ນກຽມການ ຢູ່ທີ່ບ້ານສະຫງົບເສິກຊາຍແດນ
Panmunjom ເພື່ອວາງກົດລະ ບຽບພື້ນຖານ ສໍາລັບກອງ
ປະຊຸມລະດັບລັດຖະມົນຕີຂອງທັງສອງຝ່າຍ ທີ່ເປັນຄູ່ສັດຕູກັນ ທີ່ຈະມີຂຶ້ນໃນວັນພຸດໜ້ານີ້ ທີ່ກຸງໂຊລ.

ທັງສອງຝ່າຍໄດ້ພົບກັນ ເປັນເວລາ 45 ນາທີ ໃນເຊົ້າວັນອາທິດ
ມື້ນີ້ ແລ້ວ ກໍໄດ້ເລີກປະຊຸມ ເພື່ອໄປກະກຽມສໍາລັບການພົບປະ
ກັນຫລາຍໆບັ້ນໃນຕອນ ບ່າຍຂອງມື້ນີ້.

ທ່ານ Kim Hyung-Seok ໂຄສົກປະຈໍາກະຊວງທ້ອນໂຮມຊາດ
ເກົາຫລີໃຕ້ ກ່າວຕໍ່ຜູ້ສື່ຂ່າວວ່າ ບັນຍາກາດຂອງການພົບປະກັນໃນຕອນເຊົ້າມື້ນີ້ ໂດຍ
ລວມແລ້ວ ແມ່ນສະຫງົບດີ ແລະການສົນທະນາກັນແມ່ນດໍາເນີນໄປໂດຍບໍ່ມີການໂຕ້
ແຍ້ງກັນຫລາຍ.

ເຈົ້າໜ້າທີ່ເກົາຫລີໃຕ້ທ່ານນຶ່ງເວົ້າວ່າ ຄະນະຜູ້ແທນໄດ້ນໍາເອົາຄໍາເຫັນຂອງຕົນມາສະເໜີ
ກ່ຽວກັບເລື້ອງທີ່ຄວນຈະຖືກຍົກຂຶ້ນມາສົນທະນາກັນໃນກອງປະຊຸມ ທີ່ຈະມີຂຶ້ນໃນວັນ
ພຸດໜ້ານີ້.

ພຽງຢາງໄດ້ສະເໜີຂຶ້ນມາ ແບບບໍ່ຄາດຝັນ ໃນວັນພະຫັດທີ່ຜ່ານມາໃຫ້ມີການເຈລະຈາ
ກັນກ່ຽວກັບຄວາມເປັນໄປໄດ້ ໃນການທີ່ຈະເປີດເຂດອຸດສາຫະກໍາຮ່ວມ Kaesong
ຄືນໃໝ່ ຊຶ່ງຕັ້ງຢູ່ເໜືອຊາຍແດນລະຫວ່າງປະເທດທັງສອງຂຶ້ນໄປໜ້ອຍນຶ່ງ ທີ່ໄດ້ຖືກ
ປິດລົງໃນເດືອນເມສາຜ່ານມາ ທ່າມກາງຄວາມຄັ່ງຕືງທີ່ເພີ້ມທະວີຂຶ້ນ.

ນອກນັ້ນ ພຽງຢາງຍັງໄດ້ສະເໜີໃຫ້ມີການສົນທະນາກັນກ່ຽວກັບການນໍາທ່ຽວຂ້າມ
ຊາຍແດນ ໄປຍັງບ່ອນຕາກອາກາດທີ່ພູ Kumgang ຂອງເກົາຫຼີເໜືອ. ເກົາຫລີໃຕ້
ໄດ້ຫ້າມການໄປທ່ຽວທີ່ນັ້ນ ຫລັງຈາກທະຫານເກົາຫຼີເໜືອ ຍິງນັກທ່ອງທ່ຽວເກົາຫຼີໃຕ້
ຄົນນຶ່ງຕາຍ ໃນປີ 2008.

ການພົບປະກັນດັ່ງກ່າວໄດ້ຈັດຂຶ້ນເປັນຄັ້ງທໍາອິດລະຫວ່າງສອງປະເທດເກົາຫລີ ໃນ
ຮອບສອງປີຜ່ານມາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:
XS
SM
MD
LG