ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຍາດພີ່ນ້ອງ ຈາກເກົາຫຼີເໜືອ ແລະເກົາຫຼີໃຕ້ ພົບພໍ້ກັນ ເປັນມື້ທີ 2 (ວີດີໂອ)


ຜູ້ຊາຍເກົາຫຼີເໜືອຄົນນຶ່ງ ພວມຈູງພີ່ນ້ອງຂອງລາວ ໃນລະຫວ່າງການພົບພໍ້ກັນ ຂອງສະມາຊິກຄອບຄົວ ຈາກເກົາຫລີໃຕ້ ທີ່ພູ Kumgang (21 ກຸມພາ 2014)
ຜູ້ຊາຍເກົາຫຼີເໜືອຄົນນຶ່ງ ພວມຈູງພີ່ນ້ອງຂອງລາວ ໃນລະຫວ່າງການພົບພໍ້ກັນ ຂອງສະມາຊິກຄອບຄົວ ຈາກເກົາຫລີໃຕ້ ທີ່ພູ Kumgang (21 ກຸມພາ 2014)
ພວກຍາດພີ່ນ້ອງທີ່ເຖົ້າແກ່ແລ້ວ ຂອງຊາວເກົາຫຼີເໜືອແລະເກົາ
ຫຼີໃຕ້ ທີ່ໄດ້ພັດພາກຈາກກັນມາເປັນເວລາ 6 ທົດສະວັດຍ້ອນສົງ
ຄາມເກົາຫຼີນັ້ນ ໄດ້ໃຊ້ເວລາຢູ່ນຳກັນຕື່ມອີກເພື່ອຖາມເຖິງຄວາມ ສຸກທຸກຂອງກັນແລະກັນໃນມື້ທີສອງຂອງການພົບພໍ້ດ້ວຍຄວາມ ຕື່ນເຕັ້ນແລະໂສກເສົ້າພ້ອມໆກັນ.

ຊາວເກົາຫລີໃຕ້ 82 ຄົນແລະຊາວເກົາຫລີເໜືອ 180 ຄົນໄດ້ໃຊ້
ເວລາສ່ວນນຶ່ງໃນວັນສຸກມື້ນີ້ຢູ່ທີ່ໂຮງແຮມພື່ອໂອ້ລົມກັນທີ່ພູຕາກ
ອາກາດ Kumgang. ຫຼາຍໆຄົນໄດ້ແລກປ່ຽນຂອງຂວັນແລະຮູບ ພາບຂອງສະມາຊິກໃນຄອບຄົວ ຊຶ່ງແຕ່ລະຝ່າຍຕ່າງກໍບໍ່ຮູ້ເລື່ອງ
ມາກ່ອນ.

ລຸງ Hwang Soon-sum ອາຍຸ 87 ປີຈາກເກົາຫຼີໃຕ້ ກ່າວວ່າ ພຽງແຕ່ມາພົບພໍ້ກັນທໍ່ນັ້ນກໍ ພຽງພໍແລ້ວ ຊຶ່ງລາວເວົ້າວ່າ “ຂ້ອຍໄດ້ພົບພໍ້ກັບຫຼານຂອງຂ້ອຍ ເປັນເທື່ອທຳອິດ ໃນໄລຍະ 70 ປີ ກວ່າໆນັ້ນ ຄືເລື່ອງລາວທັງໝົດ. ມັນບໍ່ແມ່ນ ການໄດ້ຮັບຂອງຂວັນແບບນີ້ ແຕ່ຂ້ອຍ ຢາກເຫັນໜ້າຂອງລາວຫຼາຍກວ່າ.”

ເກົາຫຼີທັງສອງ ໃນທາງເທັກນິກແລ້ວ ແມ່ນຍັງຢູ່ໃນພາວະສົງຄາມ ຫລັງຈາກທີ່ໄດ້ເກີດບັນ ຫາຂັດແຍ້ງໃນຊຸມປີ 1950. ລັດຖະບານຂອງແຕ່ລະຝ່າຍຕ່າງກໍບໍ່ໄດ້ອະນຸຍາດໃຫ້ມີການ ຕິດຕໍ່ກັບປະຊາຊົນຂອງອີກປະເທດນຶ່ງ ແລະຊ່ອງທາງທີ່ຜິດກົດໝາຍກໍບໍ່ມີພໍເທົ່າໃດ.

ຄອບຄົວຂອງຊາວເກົາຫຼີໃຕ້ແລະເກົາຫຼີເໜືອດັ່ງກ່າວ ມີເວລາໄປຈົນຮອດວັນເສົາມື້ອື່ນເວ ລາການພົບປະກັນຮອບສອງຈະເລີ້ມຂຶ້ນ. ຫຼາຍໆຄົນຮັບຮູ້ວ່າ ນີ້ອາດເປັນເທື່ອສຸດທ້າຍ ທີ່ ພວກເຂົາເຈົ້າຈະໄດ້ພົບຫລືໂອ້ລົມກັນອີກກັບຍາດພີ່ນ້ອງເຂົາເຈົ້າ.

Korea Reunion 2-21
please wait
Embed

No media source currently available

0:00 0:00:35 0:00
XS
SM
MD
LG