ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີໃຕ້ ສົງໄສ ຕໍ່ເຈດຕະນາ ຂອງ ເກົາຫລີເໜືອ


ທ່ານ Kim Yong Nam (ຊ້າຍ) ປະທານບໍລິຫານສູງສຸດ ຂອງສະພາປະຊາຊົນສູງສຸດຂອງເກົາຫລີເໜືອ ກົ້ມຫົວຄໍານັບ ທ່ານ Kim Jong Un, ຜູ້ນໍາເກົາຫລີເໜືອ ໃນກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງພັກ ແລະກອງທັລເກົາຫລີເໜືອ ໃນວັນທີ 16 ທັນວາ 2012.
ທ່ານ Kim Yong Nam (ຊ້າຍ) ປະທານບໍລິຫານສູງສຸດ ຂອງສະພາປະຊາຊົນສູງສຸດຂອງເກົາຫລີເໜືອ ກົ້ມຫົວຄໍານັບ ທ່ານ Kim Jong Un, ຜູ້ນໍາເກົາຫລີເໜືອ ໃນກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງພັກ ແລະກອງທັລເກົາຫລີເໜືອ ໃນວັນທີ 16 ທັນວາ 2012.
ເກົາຫລີໃຕ້ບໍ່ໄດ້ໃຫ້ຄວາມສຳຄັນ ຄໍາປາໄສເນື່ອງໃນໂອກາດ
ວັນຂຶ້ນປີໃໝ່ ຂອງຜູ້ນໍາເກົາຫລີເໜືອ ທ່ານ Kim Jong Un ທີ່ໄດ້ຮຽກຮ້ອງໃຫ້ຫລຸດຜ່ອນຄວາມເຄັ່ງຕຶງລະ ຫວ່າງສອງປະ
ເທດ ທີ່ເປັນປໍລະປັກກັນມາເປັນເວລາດົນນານນັ້ນ.

ລັດຖະມົນຕີກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້ ທ່ານ Yu
Woo-Ik ເວົ້າໃນວັນ ພຸດມື້ນີ້ວ່າ ຄໍາປາໄສຂອງທ່ານ Kim ແມ່ນ
ເປັນການ “ປະຈົບປະແຈງ” ແລະບໍ່ມີ “ຄໍາສະເໜີແບບໃໝ່” ແຕ່
ຢ່າງໃດ ແລະກ່າວຕື່ມວ່າ ລັດຖະບານກຸງໂຊນ ມີເຫດຜົນທີ່ດີ ທີ່
ຈະຕັ້ງຂໍ້ສົງໄສ ກ່ຽວກັບຄວາມຕັ້ງໃຈຂອງຜູ້ນໍາໜຸ່ມນ້ອຍຄົນນີ້.

ໃນການກ່າວຄໍາປາໄສທາງໂທລະພາບເນື່ອງໃນໂອກາດວັນຂຶ້ນປີໃໝ່ ທີ່ບໍ່ຄ່ອຍມີ ໃນວັນ ອັງຄານວານນີ້ທ່ານ Kim ໄດ້ຮຽກຮ້ອງໃຫ້ຍຸຕິ “ການປະເຊີນໜ້າກັນ” ໃນແຫລມເກົາຫລີ ແລະລື້ມຄືນຄໍາຮຽກຮ້ອງຂອງຕົນ ໃຫ້ມີການທ້ອນໂຮມຊາດ ລະຫວ່າງເກົາຫລີໃຕ້ ແລະ ເກົາຫລີເໜືອ.

ພວກນັກວິເຄາະບາງຄົນເວົ້າວ່າ ຄໍາປາໄສດັ່ງກ່າວ ມີເນື້ອໄນແບບປະນີປະນອມຜິດປົກ ກະຕິ ແລະເປັນໂອກາດສຳລັບປັບປຸງຄວາມສໍາພັນລະຫວ່າງສອງເກົາຫລີ. ແຕ່ພວກນັກ ວິເຄາະອີກຈຳນວນນຶ່ງຊໍ້າພັດກັບເວົ້າວ່າ ຄໍາປາໄສນັ້ນຍັງມີຖ້ອຍຄໍາທີ່ເປັນພິດເປັນໄພຕໍ່ ເກົາຫລີໃຕ້ຕາມທໍາມະດາຢູ່.

ຢູ່ໃນຄໍາປາໄສຜ່ານທາງໂທລະພາບເນື່ອງໃນໂອກາດວັນຂຶ້ນປີໃໝ່ຄັ້ງທໍາອິດ ໂດຍຜູ້ນໍາ ເກົາຫລີເໜືອໃນຮອບ 19 ປີ, ທ່ານ Kim ໄດ້ຮຽກຮ້ອງ ໃຫ້ມີການພັດທະນາ “ອາວຸດ ແລະ
ອຸປະກອນທີ່ກ້າວໜ້າທັນສະໄໝ” ເພີ້ມຕື່ມອີກ ແລະໄດ້ກ່າວຊົມເຊີຍຊໍ້າແລ້ວຊໍ້າອີກຕໍ່ ກອງທັບເກົາຫຼີເໜືອ.
XS
SM
MD
LG