ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນແລະເກົາຫຼີໃຕ້ຫາທາງ ກະຊັບສາຍ​ພົວພັນກັນ ໃຫ້ແໜ້ນແຟ້ນຂຶ້ນ


ລັດຖະມົນຕີປ້ອງກັນປະເທດຂອງຍີ່ປຸ່ນ ທ່ານ Toshimi Kitazawa,
ແລະລັດຖະມົນຕີປ້ອງກັນປະເທດເກົາຫລີໃຕ້ ທ່ານ Kim Kwan-Jin.
ລັດຖະມົນຕີປ້ອງກັນປະເທດຂອງຍີ່ປຸ່ນ ທ່ານ Toshimi Kitazawa, ແລະລັດຖະມົນຕີປ້ອງກັນປະເທດເກົາຫລີໃຕ້ ທ່ານ Kim Kwan-Jin.

ຂະນະ​ນີ້ ລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນກໍາລັງຢູ່ທີ່
ເກົາຫຼີໃຕ້ ເພື່ອສົນທະນາຫາລືຫາ​ທາງກະຊັບສາຍ​ພົວພັນ
ລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຂຶ້ນສຳລັບການ
ຮ່ວມ​ມືທາງ​ທະຫານ ໃນ​ສົນທິສັນຍາສະບັບ​ທຳ​ອິດ​ໃນປີ 1954 ​ເປັນ​ຕົ້ນ​ມາ.

ລັດຖະມົນຕີປ້ອງກັນປະເທດຂອງຍີ່ປຸນທ່ານ Toshimi
Kitazawa ແລະຄູ່ຕໍາແໜ່ງທ່ານ Kim Kwan-jin ພົບ
ປະກັນໃນວັນຈັນມື້ນີ້ ເພື່ອສົນທະນາຫາລືຮ່ວມມືກັນ
ຢ່າງໃກ້ຊິດກັນຂຶ້ນ ຍ້ອນການກະທໍາຂອງເກົາຫຼີເໜືອ
ອັນມີ​ລວມທັງການ​ໂຈມ​ຕີທີ່​ມີ​ຜູ້​ເສຍ​ຊິ​ຊິດ​ຍ້ອນທີ່ເກາະນຶ່ງ
ຂອງເກົາຫຼີໃຕ້ໃນເດືອນພະຈິກຜ່ານມາ.

ນອກ​ນີ້ຍັງ​ຄາດ​ວ່າ ພວກທ່ານ​ທັງ​ສອງຈະສົນທະນາກັນກ່ຽວກັບສອງເລື້ອງທີ່ຍັງຕົກລົງກັນ
ບໍ່​ທັນ​ໄດ້​ກ່ຽວ​ກັບການສືບລັບແລະອຸປກອນການທະຫານນໍາ.

ພົນເຮືອເອກສະຫະລັດ ທ່ານ Mike Mullen ຮຽກຮ້ອງໃຫ້ຍີ່ປຸ່ນ​ເອົາບົດບາດຫຼາຍ​ຂຶ້ນ
ໃນການປ້ອງກັນເກົາຫຼີໃຕ້ຈາກເກົາຫຼີເໜືອ​ເວລາ​ທ່ານຢ້ຽມຢາມຂົງເຂດດັ່ງກ່າວ.

ຢ່າງ​ໃດ​ກໍ​ດີບັນຫາ​ດັ່ງກ່າວ​ກໍ​ຍັງ​ຄົງ​ຂັດ​ແຍ້​ງກັນ​ຢູ່​ໃນ​ເກົາຫຼີ​ໃຕ້ ບ່ອນ​ທີ່ຄວາມບາດໝາງ
ແລະຂຸ່ນເຄືອງ​ໃຈໃນອະດີດຍັງຄົງ​ມີ​ຢູ່ ກ່ຽວກັບການປົກຄອງຫົວ​ເມືອງ​ຂຶ້ນ​ແບບຂົ່ມຂື່ນ
ຂອງຍີ່ປຸ່ນ ທີ່ສິ້ນສຸດລົງໃນປີ 1945 ນັ້ນ.

ໄດ້ມີຕົວຕັ້ງຕົວຕີຫຼາຍຄົນພາກັນປະທ້ວງ​ໃນ​ວັນ​ຈັນ​ມື້​ນີ້​ ໂດຍ​ຖື​ປ້າຍ​ຄຳຂວັນຕໍ່ຕ້ານ
ການຮ່ວມມືທາງທະຫານທີ່ໃກ້ຊິດຂຶ້ນ​ກວ່າ​ເກົ່າກັບຍີ່ປຸ່ນ.

XS
SM
MD
LG