ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກົງ​ລາ ວົງ​ສໍາພັນ​ - ເຊີນ​ທ່ອງ​ທ່ຽວ​ເມືອງ​ລາວ​


ກົງລາ ວົງສໍາພັນ
ກົງລາ ວົງສໍາພັນ
ສະບາຍດີ​ແລະ​ກັບ​ມາ​ພົບ​ກັນ​ເຊັ່ນ​ເຄີຍ​ໃນ​ລາຍການ​ສຽງ​ເພງ​
ຈາກ​ແດນ​ໄກ​ຂອງ VOA ​ໃນ​ທຸກໆຄໍ່າ​ຄືນ​ຂອງ​ວັນ​ອາທິດ ຊຶ່ງ​ມື້​
ນີ້​ຂໍ​ຈັດ​ເພງ​ຕາມ​ຄໍາ​ຂໍ​ຂອງ​ທ່ານ​ຜູ້​ຟັງ​ຊື່​ແຂກ ຈາກ​ນະ​ຄອນ
ຫຼວງ​ວຽງ​ຈັນ​ທີ່​ຂຽນບອກ​ມາ​ວ່າຂອບ​ໃຈ​ທີ່​ຈັດ​ເພງ​ໃຫ້​ຕາມ
​ຄໍາ​ຂໍພິ​ເສດ​ແມ່ນ​ເອື້ອ​ຍວັນນະ​ສອນ ກໍ​ຕ້ອງ​ຂໍ​ຂອບ​ໃຈ​ຫຼາຍໆ
ຊຶ່ງ​ແຂກ​ ຂຽນ​ມາ​ຂໍ​ຟັງ​ເພງປາ​ຄໍ່​ໃຫຍ່ ຫຼື​ບໍ່ ກໍ​ເພງ ຊອກ​ຫາ
​ເມຍ
ຂອງ​ ກົງ​ລາ ​ເພື່ອ​ມອບ​ພິ​ເສດ​ໃຫ້​ອ້າຍ​ຕຸ້ຍ​ທີ່​ເຮັດ​ວຽກ​
ຢູ່​ອາ​ເມຣິກາ ​ເອົາ​ໄປຟັງ​ພ້ອມໆ​ກັນ​ເລີຍ​ວ່າ​ຈະເປັນ​ເພງ​ໃດ
​ທີ່​ຈະ​ຈັດ​ໃຫ້​ຟັງ​.




​ເພງ​ທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ​ແມ່ນ​ເພ​ງ​ “ເຊີນ​ທ່ອງ​ທ່ຽວ​ເມືອງ​ລາວ​”
ຂອງ​ ກົງ​ລາ ວົງ​ສໍາພັນ​ ທີ່​ວັນນະ​ສອນ​ຈັດ​ໃຫ້​ຟັງ​ໄປ​ກ່ອນ​ຈົນກ​ວ່າ​ວ່າ​
ຈະ​ຫາ​ເພງ​ທີ່​ຂໍ​ມາ​ນັ້ນ ​ພົບ​ຫວັງ​ວ່າ​ອ້າຍ​ຕຸ້ຍ​ຄົງ​ຈະ​ຖືກ​ໃຈ​ແລະ​ກໍ​ຢ່າ​ລືມ ຄິດ​ຮອດ​ເມືອງ​
ລາວ​ແດ່ ຕາມ​ທີ່​ແຂກຝາກບອກ​ມາ.​

ສ່ວນ​ຄໍາ​ໃສ ສາວ​ງາມ​ຈາກ​ບ້ານ​ໜອງ​ບອນ ​ແຂວງ​ວຽງ​ຈັນ ກໍ​ສົ່ງ​ຂໍ້ຄວາມ​ມາ​ເຂົ້າ​ມາ​ຫາ​
ທາງ​ເຮົາ​ຜ່ານ​ທາງ Facebook ວ່າ​ຢາກ​ຊາບ​ເຖິງ​ລາຍການ VOA ທີ່​ກະຈາຍສຽງ​ໃນ​ລາວ
ຊຶ່ງ​ຕອນ​ນີ້ສະດວກ​ສະບາຍ​ຫຼາຍ ຈະ​ຟັງ​ທັງ​ມື​ຖື ກໍ​ໄດ້​ ຊຶ່ງ​ປະຈຸ​ບັນ​ນີ້​ທາງ​ເຮົາມີapp ສະ​ເພາະ
IPhone ​ແລ້ວ ຫຼື​ບໍ່​ກໍ​ຟັງ​ໃນ website lao.voanews.com ຖ້າ​ບໍ່​ມີ​ໂອກາດ​ຟັງ​ສົດໆ​ຕາມ​ຄື້ນ
ທີ່​ບອກ​ໄປ​ນັ້ນ.

ຄໍາ​ໃສ​ ບອກ​ມາ​ວ່າ ຢາກ​ຟັງສຽງ​ວັນນະ​ສອນ​ແລະ​ຫາ​ກໍ​ຮຽນ​ຫຼິ້ນ Facebook ​ເອົາຂໍ​
ມອບ​ເພງ"ສົ່ງ​ສຽງ​ເພງ​ເຖິງ​ເມືອງ​ລາວ" ຂອງ ​ໂມ ​ໂວ​ນະ​ວັນ ຊຶ່ງ​ເພງ​ຕົ້ນ​ສະບັບ
ເປັນ​ຂອງ​ ວິນລຽມດິດທະວົງ ສິນລະປິນຄຸນ​ນະພາບ​ທີ່​ຝຣັ່ງ ​ໃຫ້​ຟັງ​ແລະຄັ້ງ​ຕໍ່​ໄປ
ກໍ​ຢ່າ​ລືມ​ຂຽນ​ເຂົ້າ​ມາ​ອີກ ມາ​ຖາມ​ຂ່າວ​ກັນ.


ສ່ວນ​ເພງ​ຕໍ່​ໄປນີ້ ຂໍ​ຈັດ​ມອບ​ໃຫ້​ຜູ້​ຟັງ​ຊື່ ສົມ​ໝາຍ​ ທີ່​ຂຽນ ຕິ​ຊົມ​ວ່າ​ວັນນະ​ສອນ​
ຈະ​ອອກ​ສໍານຽງ​ພາສາ​ໄທ ບໍ່​ຊາບ​ວ່າ​ເປັນ​ລູກຊອດ​ໄທ​ ຫຼືບໍ່​ກໍ​ເປັນ​ເມຍ​ນ້ອຍ​ໄທ​
ວ່າ​ຊັ້ນ​ ວັນນະ​ສອນ​ ຈະ​ບໍ່​ຂໍ​ບອກຈະ​ເກັບ​ໄວ້​ເປັນ​ການ​ສ່ວນຕົວ ອີກຢ່າງນຶ່ງວັນນະ
ສອນ ອາດຈະເກີດໃນຊ່ວງໄລຍະທີ່ພາສາລາວຍັງມີຕົວອັກສອນ "ຣ" ຢູ່ ​ຊຶ່ງອາດ
ຈະຕິດເປັນນິໄສ ຄຸ້ນເຄີຍກັບການອອກສຽງແບບນີ້ ຈຶ່ງຂໍອະໄພດ້ວຍທີ່ຍັງອອກ
ສຽງແບບດັ້ງເດີມ ດັ່ງທີ່ໄດ້ຮໍ່າຮຽນມາ...ນິໄສບາງອັນກໍເປັນການລໍາບາກທີ່ຈະປັບ
ຕົວແລະຖ້າຕັ້ງໃຈອອກສຽງໃຫ້ເຂົ້າກັບຍຸກປະຈຸບັນທີ່ບໍ່ໃຊ້ອັກສອນຕົວ "ຣ"
ແລະດັດເກີນໄປ ກໍຈະບໍ່ເປັນທໍາມະຊາດ...ເອົາເປັນວ່າ ​ຂໍເປັນວັນນະສອນ
ແບບນີ້ລະ ຂອບ​ໃຈ​ທີ່​ຕ້ອງ​ຕິ​ມາແລະ​ຂໍ​ມອບເພງ​ໃຫ້​ຟັງ ເພາະຄິດ​ວ່າຄົງ​ຈະ​ຕິດ
ຕາມຮັບ​ຟັງຢູ່​ ຄັນ​ຊັ້ນ​ກໍ​ຄົງ​ບໍ່​ຮູ້​ວ່າ ວັນນະ​ສອນ ​ເວົ້າ​ພາສາ​ຫຍັງຈະ​ເອົາ​ເພງ​ໃດ​
ດີລະ? ​ເປັນ​ອັນວ່າ ​ເອົາ​ເພງ​ນີ້ ກໍ​ແລ້ວ​ກັນ ​ເປັນ​ເພງ​ຂອງ​ກຸ່ມປາກະປ໋ອງ ທີ່​ປະພັນ
ໂດຍ​ສິດ​ ດົງ​ໂດກ ເຊີນຮັບ​ຟັງ​ໄດ້​ໃນ​ບົດ​ເພງ …“ຂ້ອຍ​ເປັນ​ລາວ”

ລິງໂດຍກົງ
XS
SM
MD
LG