ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳຫຼວດ ໄດ້ສົ່ງກຳລັງ ອອກໄປທົ່ວ ນະຄອນ ຫຼວງ ລອນດອນ ຫຼັງການມີການໂຈມຕີດ້ວຍມີດ


London Attack
please wait
Embed

No media source currently available

0:00 0:01:15 0:00

ປະຊາຊົນນະຄອນຫຼວງ ລອນດອນ ຂອງປະເທດ ອັງກິດ ໄດ້ຕື່ນນອນຂຶ້ນມາໃນຕອນ ເຊົ້າ ຂອງວັນພະຫັດມື້ນີ້ ຍ້ອນມີຕຳຫຼວດໄປປະກົດຕົວຕາມ ຖະໜົນເສັ້ນຕ່າງໆ ໃນທົ່ວ ເມືອງ ຫຼັງຈາກຜູ້ຊາຍຄົນໜຶ່ງໄດ້ແທງແມ່ຍິງຄົນໜຶ່ງຈົນຕາຍ ແລະ ຄົນອື່ນໆອີກ 5 ຄົນ ໄດ້ຮັບບາດເຈັບ ໃນສິ່ງທີ່ຕຳຫຼວດເຊື່ອວ່າອາດເປັນການກະທຳກໍ່ການຮ້າຍ.

ຕຳຫຼວດໄດ້ຈັບກຸມຜູ້ຊາຍອາຍຸ 19 ປີໃນຈະຕຸລັດ Russell, ໃກ້ກັບມະຫາວິທະຍາໄລ London, ຫຼັງຈາກໄດ້ຕັດກຳລັງຂອງລາວລົງດ້ວຍປືນໄຟຟ້າຊັອດ. ຜູ້ຊາຍຄົນດັ່ງກ່າວ ທີ່ຍັງບໍ່ໄດ້ຖືກເປີດເຜີຍຕໍ່ສາທາລະນະຕອນນີ້ ແມ່ນໄດ້ຖືກຕຳຫຼວດຄວບຄຸມ ຕົວໄວ້ໃນ ໂຮງໝໍແຫ່ງໜຶ່ງທີ່ຢູ່ໃກ້ຄຽງ.

ຫົວໜ້າຕຳຫຼວດນະຄອນບານ ທ່ານ Bernard Hogan-Howe ໄດ້ກ່າວໃນວັນພະຫັດ ມື້ນີ້ວ່າ “ໃນສະຖານທີ່ທີ່ເປັນສັນຍາລັກຂອງພວກເຮົາບາງແຫ່ງ, ພວກເຮົາມີຕຳຫຼວດ ຕິດອາວຸດລາດຕະເວນຢູ່ແລ້ວ ຖ້າທ່ານແນມໄປເບິ່ງສະພາແຫ່ງຊາດ, ທີ່ຖະໜົນ Downing ດັ່ງນັ້ນມັນບໍ່ແມ່ນສິ່ງແປກໃໝ່ທັງໝົດ. ຂ້າພະເຈົ້າຄິດວ່າ ປະຊາຊົນ ຈະເຂົ້າໃຈວ່າບ່ອນທີ່ມີຄົນເປັນສັດຕູ ຜູ້ມີປືນ, ພວກເຮົາກໍຕ້ອງມີປືນ.”

ການຕັດສິນໃຈສົ່ງຕຳຫຼວດໄປຍາມຖະໜົນແຫ່ງຕ່າງໆໃນນະຄອນຫຼວງ ລອນດອນ ແມ່ນມີຄວາມສຳຄັນຫຼາຍ ເພາະວ່າບັນດາເຈົ້າໜ້າທີ່ສ່ວນໃຫຍ່ໃນ ອັງກິດ ແມ່ນບໍ່ໄດ້ ພົກພາອາວຸດປືນ. ເຊິ່ງເປັນມາດຕະຖານໜຶ່ງທີ່ຍັງຄົງບໍ່ຖືກແຕະຕ້ອງ ສຳລັບເຈົ້າໜ້າທີ່ ຕຳຫຼວດສ່ວນໃຫຍ່ຂອງ ລອນດອນ ທີ່ມີຈຳນວນ 31,000 ຄົນນັ້ນ.

ແມ່ຍິງອາຍຸ 60 ປີຄົນໜຶ່ງໄດ້ຖືກປິ່ນປົວຢູ່ຈຸດເກີດເຫດໂດຍແພດໝໍຫຼາຍຄົນ, ແຕ່ໃນ ເວລາບໍ່ດົນຕໍ່ມາ ໄດ້ຖືກປະກາດວ່າເສຍຊີວິດ. ຜູ້ເຄາະຮ້າຍ 3 ຄົນ ໄດ້ຖືກປ່ອຍອອກ ຈາກໂຮງໝໍ ໃນຕອນເຊົ້າຂອງວັນພະຫັດມື້ນີ້. ແລະ ອາການຂອງ ອີກ 2 ຄົນ ແມ່ນຍັງບໍ່ ທັນຮັບຮູ້ເທື່ອ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG