ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວຍີ່ປຸ່ນ ທີ່ຮັກສະຫງົບ ຕື່ນຕົກໃຈ ຕໍ່ການ ສັງຫານໝູ່ ຄົນພິການ 19 ຄົນ


Japan Fatal Knife Attack
please wait

No media source currently available

0:00 0:00:55 0:00

ການສັງຫານໝູ່​ທີ່ໂຫດຮ້າຍໃນສະຖານທີ່ຄົນເສຍອົງຄະໃນຍີ່ປຸ່ນ ສະແດງໃຫ້ເຫັນວ່າ ເຖິງ ຄວາມຫຍຸ້ງຍາກຂອງປະເທດຕ່າງໆ ທີ່​ເຖິງ​ແມ່ນ​ວ່າມີສະຖິຕິໃນການຄາດຕະກຳຕ່ຳ ມີ​ການ ຄວບ​ຄຸມ​ປືນທີ່ເຂັ້ມງວດ ແລະນະໂຍບາຍຈຳກັດພວກຄົນເຂົ້າເມືອງທີ່ເຄັ່ງຄັດນັ້ນ ຍັງປະ ເຊີນ ໜ້າກັບຄວາມພະຍາຍາມ​ເພື່ອຈະປ້ອງກັນການໂຈມຕີຈາກພວກທີ່ເບິ່ງຄືວ່າ ເປັນສ່ວນບຸກຄົນທີ່​ສະຕິ​ບໍ່​ສົມປະກອບ​ນັ້ນ.

ບັນດາເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າ ພວກເຂົາເຈົ້າກຳລັງທຳການສືບສວນ ສອບສວນ ເຖິງສາ ເຫດຂອງການສັງຫານດ້ວຍມີດ ທີ່ໄດ້ບຸກເຂົ້າໄປ​ໃນສະຖານທີ່​ເບິ່ງ​ແຍງ ຄົນ​ພິການ Tsukui Yamayuri-En ໃນເຊົ້າວັນອັງຄານມື້ນີ້ ທີ່ໄດ້ສັງຫານ 19 ຄົນ ແລະບາດເຈັບອີກ ສິບກ່ວາ ຄົນ ແຕ່ວ່າ ພວກເຂົາເຈົ້າ ໄດ້​ປະ​ຕິ​ເສດເຖິງ​ຄວາມ ​ເປັນ​ໄປ​ໄດ້​ທີ່​ວ່າ ການສັງຫານນີ້ບໍ່​ແມ່ນ ການກໍ່ການຮ້າຍ.

“ພວກເຮົາໄດ້ຮັບຂໍ້ມູນຈາກຕຳຫຼວດ ແລະຍັງບໍ່ທັນມີຫຼັກຖານໃດໆສະ​ແດງ​ໃຫ້​ເຫັນ​ວ່າການໂຈມຕີນີ້ ມີ​ສ່ວນພົວພັນກັບລັດ​ອິສລາມ,” ນັ້ນແມ່ນຖ້ອຍຖະແຫຼງຂອງທ່ານ Yoshihida Suga ໂຄສົກຂອງລັດຖະບານຍີ່ປຸ່ນແລະຫົວໜ້າ​ກອງເລຂາ​ປະຈຳ​ຄະນະ​ລັດຖະບານ​ຍີ່ປຸ່ນ.

ພວກຕຳຫຼວດ ຢືນລາດຕະເວນ ຢູ່ຖະນົນທີ່ສະຖານທີ່ພະຍາບານພວກເສຍອົງຄະ Tsukui Yamayuri-en, ຂ້າງນອກ Tokyo, ຍີ່ປຸ່ນ, 26 ກໍລະປຸ່ນ 2016.
ພວກຕຳຫຼວດ ຢືນລາດຕະເວນ ຢູ່ຖະນົນທີ່ສະຖານທີ່ພະຍາບານພວກເສຍອົງຄະ Tsukui Yamayuri-en, ຂ້າງນອກ Tokyo, ຍີ່ປຸ່ນ, 26 ກໍລະປຸ່ນ 2016.

ຕຳຫຼວດໃນເມືອງ Sagamihara ​ໃນ​ເຂດ Kanagawa ທີ່ຕັ້ງຢູ່ປະມານ 40 ຫຼັກກິໂລແມັດ ທາງພາກຕາເວັນຕົກສຽງໃຕ້ຂອງນະຄອນໂຕກຽວ ໄດ້ຈັບກຸມ ທ້າວ Satoshi Uematsu ໄວ 26 ປີ ອະດີດພະນັກງານຂອງສະຖານທີ່ດັ່ງກ່າວ ອິງຕາມລາຍງານຂອງສື່​ມວນ​ຊົນ ຍີ່ປຸ່ນ.

ທ້າວ Uematsu ໃສ່ເສື້ອຍືດສີດຳ ແລະໄດ້ເຂົ້າສະເໜີຕົວກັບພວກຕຳຫຼວດ ນັ້ນແມ່ນ ຂໍ້ຄວາມທີ່ໜັງສືພິມ Asahi Shimbun ໄດ້ລະບຸວ່າ ລາວໄດ້ບອກກັບພວກຕຳຫຼວດ, “ຂ້ອຍຕ້ອງການທີ່ຈະກຳຈັດພວກຄົນ​ພິການອອກໄປຈາກໂລກນີ້.” ອົງການ​ອອກ ​ອາກາດ NHK ຂອງ​ຍີ່​ປຸ່ນ ໄດ້ລາຍງານວ່າ ພວກຕຳຫຼວດໄດ້ຄົ້ນພົບຖົງທີ່ບັນຈຸມີດຂ້າງ ໃນຫຼາຍດວງ ແລະມີຢ່າງນ້ອຍມີດດວງນຶ່ງມີເລືອດຕິດຢູ່.

ຂ່າວການສັງຫານໝູ່ ໄດ້ສ້າງ​ຄວາມ​ສັ່ນສະເທືອນຕໍ່ປະເທດຊາດ. ສະຖານທີ່ດັ່ງກ່າວນີ້ ແມ່ນ ໄດ້ລ້ຽງດູຮັກສາພະຍາບານພວກຄົນ​ພິການຫຼາຍກ່ວາ 150 ຄົນ ທີ່ປະປົນດ້ວຍ ພວກທີ່ເສຍ ອົງ ຄະຫຼາຍໆປະ​ເພດ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG