ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫລີໃຕ້ ກ່າວວ່າ ຜູ້ນຳເກົາຫລີເໜືອ ປະຫານຊີວິດ ບັນດາຜູ້ນຳອະວຸໂສ 15 ຄົນ


ທ່ານ Kim Jong Un ຜູ້ນຳທີ່ໜຸ່ມນ້ອຍ ຂອງ ເກົາຫລີເໜືອ
ທ່ານ Kim Jong Un ຜູ້ນຳທີ່ໜຸ່ມນ້ອຍ ຂອງ ເກົາຫລີເໜືອ

ອົງການ​ສືບລັບ ເກົາຫລີ​ໃຕ້ ກ່າວ​ວ່າ ​ຜູ້ນຳ​ທີ່ໜຸ່ມນ້ອຍ ຂອງ
​ເກົາຫລີ​ເໜືອທ່ານ Kim Jong Un ​ໄດ້​ສັ່ງ​ປະຫານ​ຊີວິດພວກ
ຜູ້ນຳ​ອະ​ວຸ​ໂສ 15 ຄົນໃນປີ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ເກົາຫຼີໃຕ້ ​ໄດ້ເປີດເຜີຍຂໍ້ມູນດັ່ງກ່າວ
​ໃຫ້​ແກ່​ບັນດາຜູ້​ແທນ​ສະພາ ​ໃນ​ລະຫວ່າງກອງປະຊຸມ ທີ່ປິດ
ລັບຂອງສະພາ ​ໃນ​ວັນ​ພຸດ​ມື້​ນີ້ ​ອີງ​ຕາມ​ຜູ້​ແທນ​ Shin Kyung-
min.

ກ່າວກັນວ່າ ນຶ່ງ​ໃນບັນດາເຈົ້າ​ໜ້​າທີ່ໆຖືກ​ປະຫານ​ຊີວິດ​ ​ເປັນ
ຮອງ​ລັດຖະມົນຕີ​ກະຊວງປ່າ​ໄມ້ ທີ່​ຖືກ​ປະຫານ​ຊີວິດ ຫຼັງ​ຈາກ
​ໄດ້ຕິຕຽນ​ແຜນປູກປ່າຂອງທ່ານ Kim.

ຂໍ້​ມູນ​ດັ່ງກ່າວ​ບໍ່​ສາມາດໄດ້ຮັບການຢືນຢັນເທື່ອ. ​ລັດຖະບານເກົາຫລີ​ເໜືອທີ່​ລີ້​ລັບມີຊື່
ສຽງໃນທາງບໍ່ດີນັ້ນ ຍັງ​ບໍ່ທັນ​ໄດ້​ກ່າວ​ເຖິງ​ການ​ປະຫານ​ຊີວິດໃດໆ.

ທ່ານ King Jong Un ​ເທົ່າ​ທີ່​ຜ່ານ​ມາ​ໄດ້​ສັ່ງ​ໃຫ້​ປະຫານ​ຊີວິດ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ແມ່ນ​ແຕ່​ຜູ້​ໃກ້​ຊິດ​ກັບທ່ານ.

​ໃນ​ທ້າຍປີ 2013 ທ່ານ Kim ​ໄດ້​ສັ່ງໃຫ້ປະຫານ​ຊີວິດອາວ​ຂອງ​ລາວ ​ແລະ​ທີ​ປຶກສາ​ຜູ້​ໃກ້
ຊິດ ທ່ານ Jang Song Thaek ​ຫລັງ​ຈາກ​ກ່າ​ວຫາ​ທ່ານວ່າ ທໍ ລະຍົດຕໍ່ຊາດ ​ແລະ​ເຮັດ
ກິດຈະກຳຕ່າງໆ​ຕໍ່ຕ້ານລັດຖະບານ.

ທ່ານ Kim ທີ່​ຄິດ​ກັນ​ວ່າ ມີອາຍຸ​ຢູ່​ໃນ​ໄວ​ຕົ້ນ​ 30 ປີນັ້ນ ​ໄດ້​ເຂົ້າກຳ​ອຳນາດ​ຫລັງ​ຈາກ​ເຖິງ
ແກ່ອະສັນຍະກຳຢ່າງ​ກະທັນຫັນ ​ແລະ​ບໍ່​ຄາດ​ຝັນ​ຂອງມື້ລາງ​ບິດາ​ຂອງ ທ່ານ ຄື​ທ່ານ Kimg Jong Il ​ໃນ​ທ້າຍ​ປີ 2011.

ນັບ​ແຕ່​ນັ້ນ​ມາ ທ່ານ​ໄດ້ທຳການຊັບຊ້ອນພວກຜູ້ນຳຫຼາຍໆຄົນ ທີ່​ບັນດາ​ນັກ​ສັງ​ເກດ​
ການ​ເຫັນ​ວ່າ ​ເປັນ​ການ​ພະຍາຍາມ​ເພື່ອ​ເຂົ້າກຳ​ອຳນາດ​ຂອງ​ທານໃຫ້ເຂັ້ມ ແຂງຕື່ມຂຶ້ນ.

XS
SM
MD
LG