ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກິມຈົງອຸນ ຜູ້ນໍາໃນອະນາຄົດ ຂອງເກົາຫລີເໜືອ


ຊາວເກົາຫລີໃຕ້ພາກັນເບິ່ງຂ່າວໂທລະພາບ ກ່ຽວກັບຄິມຈົງອຸນ ຢູ່ສະຖານີລົດໄຟ ໃນນະຄອນຫລວງໂຊລ, ເກົາຫລີໃຕ້, ວັນທີ 28 ກັນຍາ 2010.
ຊາວເກົາຫລີໃຕ້ພາກັນເບິ່ງຂ່າວໂທລະພາບ ກ່ຽວກັບຄິມຈົງອຸນ ຢູ່ສະຖານີລົດໄຟ ໃນນະຄອນຫລວງໂຊລ, ເກົາຫລີໃຕ້, ວັນທີ 28 ກັນຍາ 2010.

ອັນ​ດັບ​ຕໍ່​ໄປ ທອງ​ປານ​ມີ​ຊີວະ​ປະວັດ​ຫຍໍ້ຂອງ ກິມຈົງ​ອຸນ ລູກ​ຊາຍ​ຫລ້າ​ຂອງ​ທ່ານ​ກິມຈົງ​ອິລ ຜູ້ນໍາເກົາຫລີເໜືອ ມາສະ​ເໜີ​ທ່ານ.

ເວລານີ້ ຍັງບໍ່ເຫັນຮ່ອງຮອຍໃດໆກ່ຽວກັບວ່າ ກິມຈົງອຸນ ລູກຊາຍຫລ້າ ຂອງ​ທ່ານ​ກິມຈົງ​ອິລ ທີ່​ໃຜໆ​ກໍ​ສັນນິຖານ​ກັນວ່າ ຈະ​ເປັນຜູ້ສຶບຕໍ່ຕໍາແໜ່ງ ຜູ້ນໍາເກົາຫລີເໜືອແທນ ບິດາ​ນັ້ນ ຈະ​ໄດ້​ຂຶ້ນ​ກໍາ​ອໍານາດໃນ​ໄວໆ​ນີ້. ທ່ານກິມຈຸງອຸນ ຊຶ່ງ​ມີອາຍຸ 27 ປີ ນັ້ນ ຖືວ່າຍັງໜຸ່ມຫລາຍ ແລະຂາດປະ ສົບປະການ ​ເຖິງ​ແມ່ນ​ຈະໄດ້​ຮັບ​ການແຕ່ງ​ຕັ້ງ​ຈາກ​ບິດາ​ ໃຫ້ເປັນນາຍ​ພົນ ​ໃນ​ມື້​ນີ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ກ່ອນກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄອມ​ມິວນິສຕ໌​ ທີ່​ປົກຄອງ​ປະ​ເທດ​ນັ້ນ ກໍ​ຕາມ​.

ແຕ່ຖ້າວ່າລາຍງານຕ່າງໆ ທີ່​ເລັດ​ລອດ​ອອກ​ມາຈາກເກົາ ຫລີເໜືອນັ້ນ ຫາກ​ມີ​ມູນ​ຄວາມ​ຈິງພໍເຊື່ອ​ຖື​ໄດ້ ກໍ​ເບິ່ງ​ຄືວ່າ ກິມຈົງອຸນຈະ​ໄດ້ເປັນຜູ້ສືບຕໍາແໜ່ງແທນພໍ່ ທີ່ມີສຸຂະພາບ ຊຸດໂຊມຢູ່ໃນເວລານີ້ຢ່າງ​ແນ່​ນອນ. ກິມຈົງອຸນ ນັບວ່າມີ ອາຍຸນ້ອຍກວ່າພໍ່ຫລາຍປີ ​ໃນຕອນທີ່ທ່ານ​ກິມຜູ້ພໍ່ ໄດ້ຖືກ ແຕ່ງຕັ້ງໃຫ້ເປັນຜູ້ນໍາເກົາຫລີເໜືອໃນອະນາຄົດນັ້ນ.

ຊຶ່ຂອງກິມຈຸງອຸນໂຜ່ຂຶ້ນມາໃນຕົ້ນປີ 2009 ​ໃນ​ຖານະ​ເປັນທາຍາດຜູ້ທີ່ສາມຂອງວົງຕະກູນ ຄອມມີວນີສ ຕະກູນດຽວຂອງໂລກ ຊຶ່ງນັບຕັ້ງແຕ່ນັ້ນມາ ພວກເຈົ້າໜ້າທີ່ທັງຫລາຍ ກໍ​ໄດ້ ຖືກບອກໃຫ້ສະແດງຄວາມຈົງຮັກພັກດີຕໍ່ໜຸ່ມກິມຈົງອຸນ ແລະໃຫ້ສຶກສາ​ເບິ່ງຄວາມສຳເລັດຜົນ ຕ່າງໆຂອງຜູ້ກ່ຽວ. ພວກເດັກນັກຮຽນທັງຫລາຍ ​ໄດ້​ຮັບ​ການ​ສິດສອນໃຫ້​ເຊື່ອ​ວ່າ ກິມຈົງອຸນ ເປັນຜູ້ເຄື່ອນໄຫວຕົ້ນຕໍທີ່ສຳຄັນຢູ່ເບື້ອງຫລັງຄວາມພະຍາຍາມ ເພື່ອຟື້ນຟູເສດຖະກິດຂອງ ເກົາຫລີເໜືອ. ​ແລະວັນເກີດຂອງກິມຈົງອຸນ ກໍໄດ້ຖືກແຕ່ງຕັ້ງໃຫ້ເປັນວັນພັກແຫ່ງຊາດ.

ພວກນັກວິ​ເຄາະບາງຄົນຄິດວ່າ ກອງປະຊຸມພັກທີ່ປົກຄອງປະເທດທີ່​ໄຂຂຶ້ນໃນວັນອັງຄານ ມື້ນີ້ ແມ່ນຈະຢືນຢັນຢ່າງເປັນທາງການເຖິງສະຖານະພາບຂອງກິມຈົງອຸນ ​ໃນ​ຖານະຜູູ້ນໍາ ຄົນ​ຕໍ່​ໄປ​ຂອງ​ເກົາຫລີ​ເໜືອ.

ເວົ້າກັນວ່າ ກິມຈົງອຸນ ເຄີຍໄດ້ໄປເຂົ້າໂຮງຮຽນກິນນອນຢູ່ໃນປະເທດສວີສ ​ບໍ່​ໄກຈາກສະ ຖານທູດເກົາຫລີເໜືອໃນນະຄອນຫລວງເບີນພໍປາ​ນ​ໃດ. ທີ່ໂຮງຮຽນ​ແຫ່ງນັ້ນ ກິມຈົງອຸນໄດ້ ຮຽນປາກພາສາອັງກິດ ຝ​ະລັ່ງ ​ແລະເຢຍລະມັນ. ພວກໝູ່ນັກຮຽນແລະ​ເຈົ້າ​ໜ້າ​ທີ່ໂຮງຮຽນ ຈື່​ໄດ້ວ່າ ກິມຈົງອຸນມັກຫລີ້ນສະກີ ແລະບານບ້ວງຫລືບາສເກັດບອລ ຊຶ່ງພວກເຂົາເຈົ້າກ່າວ ວ່າ ຜູ້ກ່ຽວນິຍົມນາຍ Michael Jordan ນັກຫລິ້ນບານບ້ວງຜູ້ຍິ່ງໃຫຍ່ຂອງສະຫະລັດ ​ເປັນ​ພິ​ເສດ.

ທ່ານກິມຈົງອິລ ປະທານປະ​ເທດ​ເກົາຫລີ​ເໜືອ ມີລູກຊາຍສາມຄົນ. ກິມຈົງອຸນເປັນລູກ ຊາຍຜູ້ທີ່ສອງຂອງເມຍຄົນທີ່ສາມຂອງທ່ານກິມ ທ່ານ ນາງໂຄຢົງຮີ ທີ່ເສຍຊີວິດ​ໄປໃນປີ 2004 ຍ້ອນມະເຮັງເຕົ້ານົມ.

ໄດ້​ມີ​ການ​ຄາດ​ຄະ​ເນ​ກັນ​ວ່າ ປະທານ ກິມຈົງອິລ ຈະແຕ່ງຕັ້ງນາຍ ກິມຈົງນໍາ ລູກຊາຍກົກ ໃຫ້ເປັນຜູ້ສືບຕໍ່ແທນຕົນ ແຕ່ກິມຈົງນໍາ​ໄດ້ສູນເສຍຄວາມນິຍົມໄປໃນປີ 2001 ເມື່ອຖືກຈັບໄດ້ ວ່າ ພະຍາຍາມເຂົ້າໄປຍີ່ປຸ່ນ ດ້ວຍໜັງສືຜ່ານແດນຫລືພາສປອດປອມ.

ສ່ວນລູກຊາຍຜູ້ທີ່ສອງ ກິມຈົງຈົລ ນັ້ນ ເວົ້າກັນວ່າ ມີ​ລັກສະນະ​ທ່າ​ທາງ​ຄື​ກັນ​ແມ່ຍິງເກີນໄປ ແລະບໍ່ເໝາະສົມທີ່ຈະເປັນຜູ້ນໍາໄດ້.

ໃນປີກາຍນີ້ ທ່ານກິມຈົງອິລ ໄດ້ເລື່ອນຊັ້ນທ່ານ Jang Song Thaek ຜູ້​ເປັນນ້ອງເຂີຍ ຂຶ້ນເປັນສະມາຊິກ​ໃນຄະນະກໍາມາທິການປ້ອງກັນຊາດ ທີ່ມີອໍານາດຫລາຍ​ນັ້ນ ຊຶ່ງ​ເທົ່າ​ກັບ ເຮັດໃຫ້ຜູ້ກ່ຽວກາຍເປັນຜູ້ບັງຄັບບັນຊາອັນ​ດັບ​ສອງ​ຂອງ​ປະ​ເທດ. ພວກນັກວິ​ເຄາະ​ຂ່າວ​ເວົ້າ ວ່າ ທ່ານ Jang Song Thaek ຈະເປັນຜູ້ນໍາທີ່​ຮັກສາ​ການ​ຊົ່ວຄາວ ໃນກໍລະນີທີ່ທ່ານ ກິມຈົງອິລເສຍຊີວິດໄປ ກ່ອນທີ່ລູກຊາຍຫລ້າ ກິມຈົງອຸນ ພ້ອມທີ່ຈະກໍາອໍານາດໄດ້ນັ້ນ.

XS
SM
MD
LG