ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຕາຍຂອງ ທ່ານ ຄິມ ຈອງ ນາມ ເປັນໄປ ໄດ້ສູງວ່າ ເກົາຫຼີເໜືອ ສັ່ງໃຫ້ລອບສັງຫານ

ພາບນີ້ສະໜອງໂດຍ Star TV ທີ່ມາຈາກກ້ອງວົງຈອນປິດ ເມື່ອວັນທີ 13 ກຸມພາ 2017, ສະແດງໃຫ້ເຫັນແມ່ຍິງຄົນນຶ່ງ, ຊ້າຍ, ຢູ່ທີ່ສະໜາມບິນສາກົນ Kuala Lumpur ໃນເມືອງ Sepang ຂອງມາເລເຊຍ.
ພາບນີ້ສະໜອງໂດຍ Star TV ທີ່ມາຈາກກ້ອງວົງຈອນປິດ ເມື່ອວັນທີ 13 ກຸມພາ 2017, ສະແດງໃຫ້ເຫັນແມ່ຍິງຄົນນຶ່ງ, ຊ້າຍ, ຢູ່ທີ່ສະໜາມບິນສາກົນ Kuala Lumpur ໃນເມືອງ Sepang ຂອງມາເລເຊຍ.

ລາຍລະອຽດຕ່າງໆ ກ່ຽວ​ກັບການລອບສັງຫານ ທ່ານ Kim Jong Nam ຜູ້ເປັນອ້າຍ
ຕ່າງບິດາ ຂອງຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ຈະປາກົດອອກມາຕື່ມອີກ ຊຶ່ງ
ຜູ້ກ່ຽວໄດ້ຖືກຂ້າຕາຍ ເມື່ອຕົ້ນສັບປະດານີ້ ໃນປະເທດມາເລເຊຍ.

ເກົາຫຼີໃຕ້ ໃນວັນພຸດມື້ນີ້ ໄດ້​ໃຫ້ການຢືນຢັນວ່າ ຜູ້ເຄາະຮ້າຍນັ້ນແມ່ນເປັນອ້າຍຕ່າງ
ບິດາ ຂອງຜູ້ນຳເກົາຫຼີເໜືອ​ແທ້ ຜູ້ຊຶ່ງໃນຄັ້ງນຶ່ງ ໄດ້ຢູ່ໃນຖັນແຖວ ທີ່ຈະໄດ້ເປັນຜູ້ນຳຂອງ
ປະເທດ ແຕ່ຂາດຄວາມນິຍົມຊົມຊອບ ຈາກຜູ້ເປັນພໍ່ ທ່ານ Kim Jong Il ຫຼັງຈາກທີ່
ຜູ້ກ່ຽວ ໄດ້ພະຍາຍາມ ເດີນທາງເຂົ້າໄປຍີ່ປຸ່ນ ດ້ວຍໜັງສືຜ່ານແດນປອມ ເພື່ອໄປທ່ຽວ
ຊົມສວນສະນຸກ Disneyland ຢູ່ທີ່ໂຕກຽວ ໃນປີ 2001.

ພາບຖ່າຍຈາກຈໍໂທລະພາບ ສະແດງໃຫ້ເຫັນ ທ່ານ Kim Jong Un ຜູ້ນຳເກົາຫຼີເໜືອ ແລະ ອ້າຍຕ່າງບິດາຂອງທ່ານ ຄືທ່ານ Kim Jong Nam, ຊ້າຍ, ຢູ່ທີ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ , ວັນທີ 14 ກຸມພາ 2017.
ພາບຖ່າຍຈາກຈໍໂທລະພາບ ສະແດງໃຫ້ເຫັນ ທ່ານ Kim Jong Un ຜູ້ນຳເກົາຫຼີເໜືອ ແລະ ອ້າຍຕ່າງບິດາຂອງທ່ານ ຄືທ່ານ Kim Jong Nam, ຊ້າຍ, ຢູ່ທີ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ , ວັນທີ 14 ກຸມພາ 2017.

ໂຄສົກຂອງກະຊວງທ້ອນ​ໂຮມຊາດຂອງເກົາຫຼີໃຕ້ ທ່ານ Jeong Joon-hee ກ່າວວ່າ
“ມັນປາກົດວ່າ ເປັນທີ່ໝັ້ນໃຈ ວ່າ ບຸກຄົນ ຜູ້ທີ່ຖືກຂ້າຕາຍ ນັ້ນ ແມ່ນ ທ່ານ Kim
Jong Nam ​ແທ້.”

ລາຍງານຂອງ​ຕຳຫຼວດມາ​ເລ​ເຊຍ ທີ່ນຳ​ອອກ​ເຜີຍ​ແຜ່ ໃນຕອນແລງວັນອັງຄານວານນີ້ ​
ໃຫ້ການຢັ້ງຢືນວ່າ ຜູ້ຊາຍອາຍຸ 46 ປີ ຊາວເກົາຫຼີເໜືອ ຜູ້ທີ່ໄດ້ເດີນ ທາງດ້ວຍໜັງສື
ຜ່ານແດນ ພາຍໃຕ້ຊື່ຂອງ Kim Chol ນັ້ນ ໄດ້ເສຍຊີວິດ ໃນລະຫວ່າງ ຖືກສົ່ງໄປຍັງ
ໂຮງໝໍ ຫຼັງຈາກທີ່ໄດ້ຂໍຄວາມຊ່ອຍເຫຼືອດ້ານການແພດຢູ່​ທີ່ ສະໜາມບິນສາກົນ ​ໃນ
ນະຄອນ Kuala Lumpur. ຈຸດໝາຍການເດີນທາງຂອງຜູ້ກ່ຽວ ໃນວັນອັງຄານວານນີ້
ກໍແມ່ນ Macau ບ່ອນທີ່ຜູ້ກ່ຽວ ໄດ້ອາໄສຢູ່ ດັ່ງທີ່ເຈົ້າໜ້າທີ່ຕຳຫຼວດມາເລເຊຍ ໄດ້ກ່າວ
ໄປນັ້ນ.

ບັນດາເຈົ້າໜ້າທີ່ຂອງສະຖາທູດເກົາຫຼີເໜືອ ຍ່າງອອກມາຈາກ ສະຖານທີ່ເກັບສົບ ຢູ່ທີ່ໂຮງໝໍໃຫຍ່ນະຄອນ Kuala Lumpur ບ່ອນທີ່ສົບຂອງທ່ານ Kim Jong Nam ຖືກເກັບຮັກສາໄວ້ ເພື່ອການສັນລະສູດສົບ ໃນປະເທດມາເລເຊຍ, ວັນທີ 15 ກຸມພາ 2017.

ໃນວັນອັງຄານວານນີ້ ແຫລ່ງຂ່າວ ຂອງລັດຖະບານສະຫະລັດ ທີ່ບໍ່ລະບຸຊື່ ໄດ້ກ່າວວ່າ
ສະຫະລັດ ເຊື່ອໝັ້ນວ່າ ທ່ານ Kim Jong Nam ໄດ້ຖືກຄາດຕະກຳ ໂດຍ ພວກສາຍລັບ
ຂອງເກົາຫຼີເໜືອ.

ອົງການສືບລັບແຫ່ງຊາດຂອງເກົາຫຼີໃຕ້ ຫຼື NIS ໄດ້ຢືນຢັນ ໃນວັນພຸດມື້ນີ້ ວ່າ ທ່ານ
Kim Jong Nam ໄດ້ຖືກວາງຢາພິດ ໂດຍແມ່ຍິງສອງຄົນທີ່ສົງ​ໄສເປັນສາຍລົບຂອງ
ເກົາຫຼີເໜືອ ດ້ວຍ​ການ​ນຳ​ໃຊ້​ເຂັມ​ພິດ ​ຫຼື ສີດ​ສານ​ຜິດ​ໃສ່​ໜ້າ​ຂອງ​ຜູ້ກ່ຽວ ຫລື​ ບໍ່​ກໍ​ໃຊ້​
ສານ​ເຄມີ​ໃສ່​ເຄື່ອງ​ນຸ່ງ. ພວກ​ຜູ້​ຕ້ອງ​ສົງ​ໄສ​ດັ່ງກ່າວ ​ມີ​ລາຍ​ງານ​ວ່າ​ໄດ້​ຫລົບໜີ​ໄປ​ດ້ວຍ
​ລົດແທັກ​ຊີ​ ແລະ ​ເວລາ​ນີ້ ຍັງ​ຈັບ​ໂຕ​ພວກ​ກ່ຽວ​ບໍ່​ໄດ້​ເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG