ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສວນສັດ Cincinnati ອອກມາປ້ອງກັນ ການຕັດສິນໃຈ ຍິງລີງ ໂກຣີລາ ຕາຍ

ຮູບພາບທີ່ຖືກຖ່າຍໂດຍຜູ້ບໍ່ລະບຸມື້ ແມ່ນໄດ້ຮັບມາໃນວັນທີ 30 ພຶດສະພາ 2016 ໂດຍການເອື້ອເຟື້ອ ຂອງສວນສັດນະຄອນ Cincinnati ສະແດງໃຫ້ເຫັນລີງ ໂກຣີລາ ຊື່ວ່າ Harambe. ພະນັກງານທີ່ສວນສັດ Cincinnati ໃນລັດ Ohio ຂອງ ສະຫະລັດ ໄດ້ຍິງລີງໂຕນີ້ ຕາຍໃນວັນທີ 28 ພຶດສະພາ, 2016 ຫຼັງຈາກເດັກນ້ອຍ ໄດ້ຕົກລົງໄປໃນຄອກຂອງມັນ.

ສວນສັດນະຄອນ Cincinnati ແມ່ນກຳລັງປ້ອງກັນການຕັດສິນໃຈທີ່ກຳລັງເປັນບັນຫາ ຂອງພວກເຂົາເຈົ້າ ໃນການຍິງແລະຂ້າລີງໂກຣີລາ ເຂດທົ່ງພຽງໂຕຜູ້ ເຊິ່ງໃກ້ຈະສູນພັນ ຫຼັງຈາກເດັກຊາຍອາຍຸ 4 ປີໄດ້ຕົກເຂົ້າໄປໃນກົງຂອງມັນໃນວັນເສົາທີ່ຜ່ານມາ, ເຊິ່ງເຮັດ ໃຫ້​ເດັກ​ຊາຍ​ຄົນ​ນີ້ຕົກຢູ່ໃນອັນຕະລາຍຢ່າງແຮງ.

ເຫດການດັ່ງກ່າວໄດ້ຖືກຖ່າຍວິດີໂອເອົາໄວ້ ແລະ ໄດ້ເຮັດໃຫ້ຄົນຮັກສັດໃນທົ່ວໂລກເກີດ ມີຄວາມຄຽດແຄ້ນ.

ວິດີໂອໄດ້ສະແດງໃຫ້ເຫັນລີງ ໂກຣີລາ ຊື່ວ່າ Harambe ລາກແກ່ເດັກຊາຍ ຢູ່​ໃນ​ອ່າງນ້ຳ ຕື້ນ. ມີຫຼາຍເທື່ອ, ລີງເບິ່ງຄືວ່າ ຈະມີຄວາມອ່ອນໂຍນກັບເດັກຊາຍ ແລະຍົກລາວຢືນຂຶ້ນ ຄືກັບວ່າລີງໂຕນັ້ນກຳລັງພະຍາຍາມປົກປ້ອງເດັກຊາຍຄົນດັ່ງກ່າວ.

ແຕ່ໃນທັນໃດນັ້ນ, ລີງໄດ້ລາກດຶງເດັກຊາຍຕາມ​ອ່າງ​ນ້ຳໄປຫາບ່ອນອື່ນຂອງກົງ ພ້ອມກັບ ຫົວຂອງເດັກນ້ອຍກະທົບກັບພື້ນຄອນກີດ. ລີງ Harambe ໄດ້ຄວບຄຸມຕົວເດັກນ້ອຍ ເປັນເວລາຢ່າງໜ້ອຍ 10 ນາທີ ກ່ອນທີ່ໜ່ວຍງານຮັບ​ມື​ກັບສັດຮ້າຍຂອງສວນສັດໄດ້ຍິງ ມັນຈົນຕາຍ.

ພວກຄົນຮັກສັດຫຼາຍໆ​ຄົນກ່າວວ່າ ການຂ້າລີງໃຫຍ່ອາຍຸ 17 ປີແມ່ນບໍ່ມີຄວາມຈຳເປັນ. ແຕ່ຜູ້ອຳນວຍການສວນສັດທ່ານ Thane Maynard ໄດ້ກ່າວໃນວັນຈັນວານນີ້ວ່າບັນດາ ເຈົ້າໜ້າທີ່ເຊື່ອວ່າພວກເຂົາເຈົ້າບໍ່ມີທາງເລືອກ. ດ້ວຍຄອກຂອງລີງຖືກຫຸ້ມອ້ອມໂດຍຄົນ ທີ່ມີຄວາມຕື່ນເຕັ້ນ ແລະສົ່ງສຽງຮ້ອງ, ທ່ານ Maynard ໄດ້ກ່າວວ່າ ລີງໂກຣີລາ ໄດ້ມີ ຄວາມກະວົນກະວາຍຢ່າງເຫັນໄດ້ຊັດ, ສັບສົນ ແລະ ມີການປະພຶດທີ່ບໍ່ສາມາດຄາດເດົາ ໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG