ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິສຣາແອລ 2 ຄົນ ຖືກຍິງຕາຍ ໃນ ພິພິດທະພັນ ຊາວຢິວ ຢູ່ແບລຢ້ຽມ (ວີດີໂອ)


ວິວຂອງພິພິດທະພັນຊາວຢິວ ບ່ອນທີ່ມີການຍິງກັນເກີດຂຶ້ນ ໃນເຂດໃຈກາງນະຄອນຫລວງ Brussels ປະເທດແບລຢ້ຽມ (25 ພຶດສະພາ 2014)
ວິວຂອງພິພິດທະພັນຊາວຢິວ ບ່ອນທີ່ມີການຍິງກັນເກີດຂຶ້ນ ໃນເຂດໃຈກາງນະຄອນຫລວງ Brussels ປະເທດແບລຢ້ຽມ (25 ພຶດສະພາ 2014)
2 ​ໃນ​ຈຳນວນ 3 ຄົນ​ ທີ່​ຖືກສັງຫານ ​ໂດຍ​ມື​ປືນ ໃນວັນເສົາ ວານ
ນີ້ ຢູ່​ທີ່ ພິພິດທະ​ພັນ​ຊາວ​ຢິວ​ ໃນ​ປະ​ເທດແບລຢ້ຽມ ​ແມ່ນເປັນຄົນ
ອິສຣາ​ແອ​ລ.

​ວັນ​ອາທິດ​ມື້​ນີ້ ໂຄສົກ​ຂອງ ກະຊວງ​ການ​ຕ່າງປະ​ເທດ ອິສຣາ​ແອ​ລ
​ເວົ້າວ່າ 2 ຄົນ​ດັ່ງກ່າວ ແມ່ນ​ຄູ່​ຜົວ​ເມຍ ອາຍຸປະມານ 50 ກວ່າປີ ​ຈາກ ນະຄອນຫຼວງ Tel Aviv ​ໄດ້​ພາກັນເດີນ​ທາງ ໄປຢ້ຽມຢາມ ນະຄອນຫຼວງ Brussels ​ໃນ​ນາມ​ນັກ​ທ່ອງ​ທ່ຽວ.

​ບັນດາເຈົ້າໜ້າ​ທີ່ ແບລຢ້ຽມ ກ່າວ​ວ່າ​ ໄດ້​ມີ ​3 ຄົນ ​ເສຍ​ຊີວິດ​ ໃນ​ການ​ໂຈມ​ຕີຄັ້ງນີ້.

ຜູ້​ຕ້ອງສົງໄສຄົນ​ໜຶ່ງ​ ໄດ້​ຖືກ​ກັກ​ໂຕ​ໄວ້​ ເພື່ອ​ສອບ​ສວນ​ ໃນ​ການໂຈມຕີດັ່ງ ກ່າວ. ບັນດາ
ເຈົ້າໜ້າທີ່​ກ່າວ​ຕື່ມ​ວ່າ ບຸກຄົນ​ທີສອງ ທີ່ເຫັນ​ວ່າ ພວມຍ່າງ​ອອກ​ຈາກ​ ບ່ອນເກີດເຫດນັ້ນ
ກຳລັງ​ຊອກ​ຫາ​ຜູ້ກ່ຽວຢູ່​ ເພື່ອ​ສອບ​ຖາມ​ ໃນ​ການ​ຍິງ​ປືນ​ຄັ້ງນີ້​ດ້ວຍ ຊຶ່ງເຮັດ​ໃຫ້​ຄົນ​ທີ 4 ໄດ້
ຮັບ​ບາດ​ເຈັບ​ສາຫັດ.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ຜູ້​ໂຈມ​ຕີ ໄດ້​ຂັບລົດ​ໄປຈອດ​ ຢູ່​ໜ້າ​ພິພິດທະ​ພັນ ຍ່າງເຂົ້າ​ໄປ​ທາງໃນ ໃນ​ທັນ​ໃດ ກໍ​ເລີ້ມ​ຍິງ​ທັນທີ ຫຼາຍນັດ​ ໃສ່​ບັນດາຄົນ​ທີ່​ເຂົ້າຊົມ​ຢູ່​ນັ້ນ ​ແລ້ວແລ່ນ​
ໜີ​ອອກຈາກ​ສະຖານ​ທີ່​ດັ່ງກ່າວໄປ.

ຄວາມ​ຮູ້​ສຶກ​ຕໍ່ຕ້ານ​ຊາວ​ຢິວ ​ແມ່ນສົງໄສວ່າ ມີຄວາມເປັນໄປໄດ້ສູງ ທີ່ອາດຈະເປັນຈຸດປະສົງ
ໃນການ​ໂຈມ​ຕີ​ຄັ້ງນີ້.
ເບິ່ງວີດີໂອເລື້ອງນີ້.
please wait

No media source currently available

0:00 0:00:39 0:00
XS
SM
MD
LG