ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລູກຊາຍນາຍົກ ປາກິສຖານ ທີ່ຖືກລັກພາຕົວ ເມື່ອ 3 ປີກ່ອນ ໄດ້ພົບເຫັນແລ້ວ


ທ້າວ Ali Haider Gilani, ລູກຊາຍ ນາຍົກລັດຖະມົນຕີ ປາກິສຖານ ທ່ານ Yusuf Raza Gilani, ໃນ Multan, 9 ພຶດສະພາ, 2013, ກ່ອນທີ່ ລາວຖືກລັກພາຕົວ.
ທ້າວ Ali Haider Gilani, ລູກຊາຍ ນາຍົກລັດຖະມົນຕີ ປາກິສຖານ ທ່ານ Yusuf Raza Gilani, ໃນ Multan, 9 ພຶດສະພາ, 2013, ກ່ອນທີ່ ລາວຖືກລັກພາຕົວ.

ກຳລັງ​ທະຫານ​ສະຫະລັດ​ແລະ​ອັຟກາ​ນິສຖານ ​ໄດ້​ພົບ​ເຫັນ​ລູກ​ຊາຍ​ຂອງ​ອະດີດ ນາຍົກ ລັດຖະມົນຕີປາກິສຖານ ​ໃນ​ວັນ​ອັງຄານ​ມື້ນີ້ ​3 ປີ​ຫລັງ​ຈາກ​ມື​ປືນ​ໄດ້​ລັກ ພາ​ຕົວ​ຜູ້ກ່ຽວ​ໄປ.

ປະທານ​ພັກ​ປະຊາຊົນ​ປາ​ກິ​ສຖານທ່ານ Bilawal Bhutto ​ໄດ້​ສົ່ງ​ຂໍ້ຄວາມ​ຜ່ານ ທາງ Tweeter ​ໃນ​ວັນ​ອັງຄານ​ມື້ນີ້ວ່າ ນາຍົກລັດຖະມົນຕີ Gilani ​ໄດ້​ຮັບ​ໂທລະ​ສັບ​ຈາກ​ເອກ​ອັກ ຄະ​ລັດຖະທູດ​ອັຟກາ​ນິສຖານ. ​ໄດ້​ມີ​ການ​ພົບ​ເຫັນ​ລູກ​ຊາຍ ຂອງ​ທ່ານ​ແລ້ວ​ໃນ​ການ​ປະຕິບັດ​ງານ​ທີ່​ປະສົບ​ຜົນສຳ​ເລັດ. ຂໍ​ຂອບຄຸນ​ພະ​ເຈົ້າ.

ຂົງເຂດ ປັກຕິກາ ໃນ ອັຟການິສຖານ
ຂົງເຂດ ປັກຕິກາ ໃນ ອັຟການິສຖານ

ຖະ​ແຫລ​ງການ​ສະບັບ​ນຶ່ງ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ປາ​ກິ​ສຖານ ​ໃຫ້ ການ​ຢືນຢັນວ່າ ທ້າວ Ali Haider Gilani ລູກ​ຊາຍ​ຂອງ​ທ່ານ Yousaf Raza Gilani ​ໄດ້ ຖືກ ​ພົບ​ເຫັນ​ໃນ​ມື້ນີ້​ໃນ​ການ​ປະຕິບັດ​ງານ​ຮ່ວມ​ໂດຍ ກຳລັງ​ອັຟກາ​ນິສຖານ​ແລະ​ສະຫະລັດ ທີ່​ແຂວງ Ghazni ​ໃນ​ປະ​ເທດ​ອັຟກາ​ນິສຖານ.

ທ້າວ Ali Haider Gilani ​ໄດ້​ຖືກ​ລັກ​ພາ​ຕົວ​ໄປ​ຈາກ​ເມືອງ Multan ຊຶ່ງ​ເປັນ ບ້ານ​ເກີດ​ຂອງ​ລາວເມື່ອ​ວັນ​ທີ່ 9 ພຶດສະພາ ປີ 2013​ ສອງ​ມື້ ຫລັງ​ຈາກ​ການ ເລືອກ​ຕັ້ງທົ່ວ​ໄ​ປ​ໃນ​ປາ​ກິ​ສ ຖານ.

ເອກອັກຄະລັດຖະທູດອັຟການິສຖານ ປະຈຳ ປາກິສຖານ ທ່ານ Omar Zakhilwal. (W. Asad/VOA)
ເອກອັກຄະລັດຖະທູດອັຟການິສຖານ ປະຈຳ ປາກິສຖານ ທ່ານ Omar Zakhilwal. (W. Asad/VOA)

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG