ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສານອາຊະຍາກໍາສົງຄາມ ກໍາປູເຈຍ ສັ່ງໃຫ້ປ່ອຍ ແມ່ຕູ້ອຽງ ທີຣິດ


ຮູບຂອງແມ່ຕູ້ Ieng Thirith ທີ່ຖ່າຍໃນວັນທີ 19 ກັນຍາ, 2011 ໃນການໄປປະກົດຕົວ ທີ່ສານໃນກໍາປູເຈຍ.
ຮູບຂອງແມ່ຕູ້ Ieng Thirith ທີ່ຖ່າຍໃນວັນທີ 19 ກັນຍາ, 2011 ໃນການໄປປະກົດຕົວ ທີ່ສານໃນກໍາປູເຈຍ.
ສານອາຊະຍາກໍາສົງຄາມຂອງກໍາປູເຈຍ ທີ່ໜຸນຫລັງໂດຍ
ສະຫະປະຊາຊາດໄດ້ອອກ ຄໍາສັ່ງໃຫ້ປ່ອຍຕົວແມ່ຕູ້ ອຽງ
ທິຣິດ ນ້ອງໃພ້ທີ່ແກ່ຊະລາຂອງໂປນ ປົດ ມື້ລາງ ຜູ້ນໍາ
ຂະເໝນແດງ ນັ້ນ.

ໃນວັນພະຫັດມື້ນີ້ ສານເວົ້າວ່າ ຍິງໄວ 80 ປີ ຊຶ່ງຄັ້ງນຶ່ງເຄີຍ
ຖືກຂະໜານນາມວ່າ “ສັດຕີ ໝາຍເລກນຶ່ງ” ຂອງຂະເໝນແດງ ບໍ່ເໝາະສົມທີ່ຈະຖືກດຳເນີນຄະດີກ່ຽວກັບການຂ້າລ້າງ ເຜົ່າ
ພັນ ຍ້ອນສຸຂະພາບຊຸດໂຊມ ທີ່ຄ້າຍກັບວ່າເປັນພະຍາດຫລົງ
ລືມຫລື Alzheimer’s.

ການຕັດສິນໃນມື້ນີ້ ທີ່ເຫັນພ້ອມກັບຄໍາພິພາກສາໃນເມື່ອກ່ອນ
ໄດ້ພົບວ່າທຸກທາງເລືອກ ໃນການປິ່ນປົວ ກໍໄດ້ເຮັດໝົດແລ້ວ ແລະອາການປ່ວຍຂອງແມ່ຕູ້ Thirith “ເບິ່ງຊົງວ່າ ຈະບໍ່ຫາຍດີໄດ້.”

ຍິງຊະລາຜູ້ນີ້ ໄດ້ຖືກກ່າວຫາວ່າກໍ່ອາຊະຍາກໍາຕ້ານມະນຸດຊາດ, ຂ້າລ້າງເຜົ່າພັນ, ຄາດ ຕະກໍາ, ທໍລະມານ, ແລະປະຫັດປະຫານການເຊື່ອຖືສາສະໜາ ທີ່ກ່ຽວຂ້ອງກັບການປົກ ຄອງຂອງຂະເໝນແດງ ໃນຊ່ວງປີ 1975 ຫາ 1979 ຊຶ່ງໄດ້ເຮັດໃຫ້ຊາວກໍາປູເຈຍປະມານ
1 ລ້ານ 7 ແສນຄົນ ເສຍຊີວິດ.
XS
SM
MD
LG