ລິ້ງ ສຳຫລັບເຂົ້າຫາ

ພວກລອດຊີວິດຈາກຄຸກ Tuol Sleng ສອງຄົນ ຫາລາຍໄດ້ ຈາກປະສົບປະການຂອງຕົນ (ເບິ່ງວີດີໂອລາວ/ອັງກິດ)

  • ທອງປານ ເທບວົງສາ

ພວກລອດຊີວິດຈາກຄຸກ Tuol Sleng ສອງຄົນ ຫາລາຍໄດ້ ຈາກປະສົບປະການຂອງຕົນ (ເບິ່ງວີດີໂອລາວ/ອັງກິດ)

ສານ​ອາຊະຍາ​ກໍາ​ສົງຄາ​ມ​ໃນ​ກໍາປູ​ເຈຍ​ ທີ່ໜຸນ​ຫລັງ​ໂດຍ​ອົງການສະຫະ​ປະຊາ​ຊາດ ​ໄດ້​ຕັດສິນ​ຈໍາ​ຄຸກ​ຕະຫລອດ​ຊີວິດ​ ຕໍ່​ຫົວໜ້າຄຸກຂອງ​ພວກ​ຂະ​ເໝນ​ແດງ ໃນ​ຂໍ້​ຫາ​ກໍ່ອາຊະ​ຍາ​ກໍາ ທີ່​ສານ​ກ່າວ​ວ່າ​ເປັນອາ​ຊະ​ຍາ​ກໍາ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ທີ່​ໄດ້​ບັນທຶກ​ ໄວ້​ໃນ​ປະວັດ​ສາດ. ສານ​​ດັ່ງກ່າວ​ເວົ້າ​ວ່າ ນາຍ Kaing Guek Eav ຫລືທີ່​ຮູ້ຈັກ​ກັນ​ດີກ່ວາ​ໃນ​ຊື່ ນາຍ ດ໊ອຍຄ໌ ນັ້ນ ​ເປັນ​ຜູ້​ກໍາກັບ​ດູ​ແລ “​ໂຮງງານ​ແຫ່ງ​ຄວາມ​ຕາຍ” ​ໃນ​ຊຸມ​ປີ 1970 ຢູ່​ທີ່​ຄຸກ Tuol Sleng ທີ່​ໜ້າ​ຢ້ານ​ກົວ​ທີ່​ສຸດນັ້ນ ບ່ອນ​ທີ່​ໄດ້ມີ​ປະມານ 14,000 ​ເສຍ​ຊີວິດ​ຢູ່​ທີ່​ນັ້ນ. ຄຸກ​ດັ່ງກ່າວ ຊຶ່ງ​ພວກ​ຂະ​ເໝນແດງ​ເອີ້ນ​ວ່າ ຄຸກ S-21 ​ບັດ​ນີ້​ໄດ້​ກາຍມາ​ເປັນ​ຫໍພິພິທະ​ພັນ​ໄປ​ແລ້ວ. ພວກ​ທີ່ລອດ​ຕາຍ​ຈາກ​ຄຸກ​ດັ່ງກ່າວ​ສອງ​ຄົນ​ໃນຈໍານວນ​ບໍ່​ເທົ່າ​ໃນ​ຄົນ​ທີ່​ ລອດ​ຕາຍມານັ້ນ ​ປັດຈຸບັນນີ້​ ​ໄດ້​ໃຊ້​​ເວລາ​​ໃນ​ແຕ່​ລະ​ມື້​ຢູ່​ທາງ​ໜ້າ​ຄຸກ​ແຫ່ງ​ນັ້ນ ​ເພື່ອຂາຍ​ປື້​ມກ່ຽວ​ກັບ​ຊີວິດຂອງ​ພວກ​ເຂົາ​ເຈົ້າ​ທອງ​ປານມີ​ເລຶ່ອງນີ້​ມາສະ ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ເບິ່ງວີດີໂອພາສາລາວ:

ນາຍ ບູ​ ​ເມັງ ບໍ່​ໄດ້​ໃຊ້​ເວລາໄປ​ເບິ່ງ ຫລື​ຕິດຕາມ​ກາ​ນດໍາ​ເນີນ​ຄະດີອະດີດ ພວກຜູ້​ນໍາ​ຂະ​ເໝນ​ແດງ​ ທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້​ແຕ່​ຢ່າງ​ໃດ ​ແຕ່​ກົງກັນຂ້າມ ຜູ້ກ່ຽວ​ໃຊ້​ເວລາ​ນັ່ງ​ຢູ່​ນອກ​ຫໍພິພິທະ​ພັນ Tuol Sleng ຂາຍ ​ປື້​ມກ່ຽວ​ກັບ​ຊີວະປະວັດ​ຂອງ​ຕົນ ທີ່​ລາວ​ໃສ່ຊື່ວ່າ ຜູ້​ລອດ​ຕາຍ​ຄົນ​ນຶ່ງ​ຈາກ​ຄຸກ S-21 ຂອງ​ຂະ​ເໝນ​ແດງ.”

ນາຍ ບູ ​ເມັງ ຂາຍ​ປື້​ມ​ໄດ້​ມື້​ລະ 70 ຫາ 80 ​ໂດ​ລາ. ບາງ​ມື້​ໂຊກ​ດີ​ແດ່​ ກໍ ຂາຍ​ໄດ້ຫລາຍ​ເຖິງ 200 ຫາ 300 ​ໂດ​ລາ.

ນາຍ ບູ ​ເມັງ ​ເວົ້າ​ວ່າ: “ຖ້າຂ້ອຍ​ຂາຍ​ປື້​ມຫົວ​ລະ 10 ​ໂດ​ລາ ຜູ້​ຊື້​ຈະ​ເອົາ​ເງິນໃບຊາວໂດ​ລາ ໃຫ້​ຂ້ອຍ ແລະບອກ​ຂ້ອຍ​ວ່າບໍ່​ຕ້ອງ​ທອນ. ​ເຂົາ​ເຈົ້າ​ແກ່ວ​ງ​ມືແບບ​ນີ້​ແລະ​ເວົ້າວ່າບໍ່​ຕ້ອງ​ທອນດອກ. ຂ້ອຍ​ຂອບ​ໃຈ​ພວກ​ເຂົາ​ເຈົ້າ ​ໂດຍ​ຈັບ​ມື​ເຂົາ​ເຈົ້າມາ​ກົ້ມ​ຈູບ ​ເພື່ອ​ເປັນ​ການສະ​ແດງ​ໃຫ້​ເຂົາ​ເຈົ້າ​ເຫັນວ່າ ຂ້ອຍ​ຊາບ​ຊຶ້ງ​ດີ​ວ່າ ​ແມ່ນມື​ເຫລົ່າ​ນີ້​ຫລະ​ທີ່ເຮັດ​ວຽກ ​ໄດ້​ເງິນມາຊື້​ປື້​ມຂອງ​ຂ້ອຍ ​ແລະເຮັດໃຫ້​ຂ້ອຍ​ມີ ວິຊາ​ຫາກິນ.”

ພາບວາດກ່ຽວກັບການທໍລະມານນັກໂທດ ຂອງພວກຂະເໝນແດງ ຢູ່ທີ່ຄຸກ ຕວລ ສະເລັງ ທີ່ເວລານີ້ ກາຍເປັນພິພິທະພັນໄປແລ້ວ.
ພາບວາດກ່ຽວກັບການທໍລະມານນັກໂທດ ຂອງພວກຂະເໝນແດງ ຢູ່ທີ່ຄຸກ ຕວລ ສະເລັງ ທີ່ເວລານີ້ ກາຍເປັນພິພິທະພັນໄປແລ້ວ.

ນາຍ ບູ ​ເມັງ ​ໄດ້ທົນ​ທຸກກັບ​ການ​ຖືກທໍລະ​ມານ​ຢ່າງ​ແສນ​ສາຫັດ​ຢູ່ທີ່​ຄຸກ Tuol Sleng. ດັ່ງ​ນັ້ນ​ມັນເປັນ​ເລື່ອງ​ທີ່​ທໍລະມານ​ໃຈຫລາຍ​ສໍາຫລັບ​ລາວ ທີ່​ຈະ​ມາ​ທີ່​ນີ້​ທຸກໆ​ມື້​ໄດ້​ ເພື່ອ​ນັ່ງ​ຂາຍ​ປື້​ມຂອງລາວນັ້ນ.

ລາວ​ອະທິບາຍວ່າ: “ເວລາ​ໃດ​ຂ້ອຍເຂົ້າ​ໄປ​ໃນ​ຄຸກແຫ່ງ​ນີ້ ຂ້ອຍຈະ​ຮູ້ສຶກ​ເຄ່ງ​ຄຽດ​ສະ​ລົດໃຈ​ຫລາຍ ​ແຕ່​ກໍ​ຕ້ອງ​ທໍາໃຈ​ເພື່ອ​ຫາ​ເງິນ​ມາ​ລ້ຽງ​ຄອບຄົວ​ຂອງ​ຂ້ອຍ ເພາະວ່າ​ເງິນ​ສົງ​ເຄາະ​ຈາກລັດຖະບານ​ນັ້ນ​ບໍ່​ພໍ​ກິນ ຂ້ອຍ​ຈຶ່ງ​ຕ້ອງ ມາ​ນັ່ງ​ຂາຍ​ປື້​ມຢູ່​ທີ່​ນີ້.”

ນາຍ ຮຸຍ ວັນ​ນັກ ​ເປັນ​ຜູ້​ຂຽນ​ປື້​ມ​ເຫລ້ມນີ້ ​ແລະ​ເວລາ​ນີ້ ເປັນ​ເຈົ້າໜ້າ​ທີ່​ກິດຈະ​ກໍາ​ສາ ທາລະນະ​ ຂອງ​ສານ​ດໍາ​ເນີນ​ຄະດີພວກ​ຂະ​ເໝນ​ແດງ.

ນາຍ ຮຸຍ ວັນ​ນັກ ​ເວົ້າ​ວ່າ: “ຂ້ອຍ​ຂຽນ​ປື້​ມກ່ຽວ​ກັບ​ນາຍ​ບູ ​ເມັງ ​ໃນ​ຄວາ​ມຫວັງ​ວ່າ ​ຢາກ​ເຮັດ​ໃຫ້ຊີວິດ​ຂອງ​ລາວ​ມີ​ຄວາມ​ໝາຍ ​ແລະ​ເພື່ອ​ຊ່ວຍ​ລາວໃນ​ດ້ານ​ຕ່າງໆ ທັງດ້ານການ​ເງິນ​ແລະ​ດ້ານ​ກໍາລັງ​ໃຈ”

ນາບໂກລດ ບລາ​ລ (Claude Brale) ນັກ​ທ່ອງ​ທ່ຽວຊາວ​ກາ​ນາ​ດາ ທີ່​ໄດ້ ໂອ້​ລົມ​ກັບ​ນາຍ ບູ ​ເມັງ ແລະຊື້​ປື້​ມຈາກ​ນາຍ ບູ ​ເມັງ​ ຫົວນຶ່ງ ຫລັງ​ຈາກເຂົ້າຊົມ​ຫໍພິພິທະ​ພັນ​ແລ້ວນັ້ນ ກ່າ​ວວ່າ.

“ຂ້ອຍ​ໄດ້ເຫັນ​ຄວາມ​ທໍລະມານ​ເລິກ​ໆ ຢູ່​ໃບ​ໜ້າ​ແລະ​ດວງ​ຕາ​ຂອງ​ລາວ ​ແລະ​ຈາກ​ຈຸດນັ້ນ​ຫລະ​ ຂ້ອຍ​ຈຶ່ງ​ຢາກ​ອ່ານ​ປະວັດ​ຂອງ​ລາວ​ຫລາຍ​ຂຶ້ນ”

ນາຍ ບູ ເມງ (ຊ້າຍ) ກັບນາຍ ຈໍາ ເມ ທີ່ລອດຊີວິດຈາກຄຸກ ຕວລ ສະເລັງ
ນາຍ ບູ ເມງ (ຊ້າຍ) ກັບນາຍ ຈໍາ ເມ ທີ່ລອດຊີວິດຈາກຄຸກ ຕວລ ສະເລັງ

ຢູ່​ອີກ​ແຈ​ນຶ່ງ​ຂອງບໍລິ​ເວນ​ຫໍພິພິທະ​ພັນ ກໍ​ມີນາ​ຍ ຈໍາ ​ເມ ຜູ້​ລອດ​ຊີ ວິດອີກ​ຄົນ​ນຶ່ງ​ຈາກ​ຄຸກດຽວ​ກັນ​ນີ້ ຂາຍ​ປື້​ມກ່ຽວ​ກັບ​ຂະເໝນ​ແດງ ​ແລະ​ວາລະສານ​ຕ່າງໆ​ກ່ຽວກັບ​ການ​ລອດ​ຊີວິດມາ​ໄດ້​ຂອງ​ລາວ. ​ທັງນາຍ ຈໍາ ​ເມ ​ແລະ​ນາຍ ບູ ​ເມັງ ຕ່າງ​ກໍ​ມີ​ຄວາມ​ຕ້ອງ​ຕິ​ຕໍ່​ສານ​ດໍາ​ເນີນ​ຄະດີ​ພວກ​ຂະ​ເໝນ​ແດງ​ ທີ່​ໜຸນ​ຫລັງ​ໂດຍ​ອົງການສະຫະ​ປະຊາ​ຊາດນັ້ນ​ ​.

ນາຍ ຈໍາ ​ເມ ​ເວົ້າ​ວ່າ “ຄື​ທີ່​ທ່ານຮູ້​ຫັ້ນ​ແຫລະ ນັບ​ຕັ້ງ​ແຕ່ເລີ່​ມຕັ້ງ​ຂຶ້ນ​ມາແລ້ວ​ ສານ​ນີ້ບໍ່​ເຄີຍ​ຊ່ວຍ​ເຫລືອ​ຫຍັງ​ແກ່​ພວກ​ເຄາະ​ຮ້າຍ​ເລີຍ ຄື​ມີ​ຜູ້​ລອດ​ຊີວິດ​ຈາກ ຄຸກ​ Tuol Sleng ທັງ​ໝົດພຽງ​ສາມ​ຄົນ​ເທົ່າ​ນັ້ນ. ​ຄົນ​ນຶ່ງ​ຄື​ນາຍ ວັນ ນາດ ກໍ​ຕາຍ​ໄປ​ແລ້ວ ກໍ​ຍັງ​ເຫລືອ​ແຕ່​ພວກ​ຂ້ອຍ​ສອງ​ຄົນ​ເທົ່າ​ນັ້ນ ຊຶ່ງ​ເທົ່າ​ເຖິງ​ດຽວ​ນີ້ ກໍ​ບໍ່​ເຫັນ​ມີ​ໝາກຜົນ​ອັນ​ໃດເລີຍ​ ສໍາ​ລັບ​ພວກ​ເຄາະ​ຮ້າຍ.”

ສ່ວນ​ນາຍ ບູ ​ເມັງ ​ເວົ້າ​ວ່າ: “ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ບໍ່​ໄປ​ຢູ່​ສານວະ? ​ເປັນ​ຫຍັງ​ສານ​ຈຶ່ງ​ບໍ່​ເມດ​ຕາ​ພວກ​ທີ່ ລອດ​ຊີວິດ​ສອງ​ຄົນ​ນີ້​ແດ່ ທີ່ນັ່ງ​ຂາຍ​ປື້​ມ​ຫາ​ເງິນ​ມາ​ລ້ຽງ​ປາກ​ລ້ຽງ​ທ້ອງເອງ ນັ້ນ? ​ເປັນ​ຫຍັງ​ສານ​ຈຶ່ງເອັນດູ​ ສົນ​ໃຈ​ນໍາແຕ່​ພວກ​ຖືກ​ກ່າວ​ຫາ​ນັ້ນເອົາ​ແທ້​ເອົາ​ວ່າ? ມັນແມ່ນ​ສານ​ແນວ​ໃດກັນ? ຂ້ອຍຜິດ​ຫວັງ​ແລະ​ເຫລືອ​ໃຈ​ຫລາຍ​ແທ້ໆ.”

ແຕ່ນາຍ ຮຸຍ ວັນ​ນັກ ຊີ້ແຈງ​ວ່າ: “ທາງ​ສານ​ບໍ່​ໄດ້​ຈໍາ​ແນ​ກດອກວ່າ​ ພວກ​ເຄາະ​ຮ້າຍ​ຄົນ​ໃດ ສໍາຄັນ​ກວ່າ​ກັນ ບໍ່​ວ່າ​ຈະເປັນ​ພວກ​ນັກ​ໂທດ​ຈາກ​ຄຸກ Tuol Sleng ຫລື​ຈາກ​ຄຸກແຫ່ງ​ອື່ນ​ກໍ​ຕາມ. ພວກ​ເຄາະ​ຮ້າຍ​ສາມາດ​ເຂົ້າມາ​ປະກອບສ່ວນ​ໃນການ​ດໍາ​ເນີນ​ຄະດີ​ທາງ​ກົງ ຫລື​ທາງ​ອ້ອມ​ກໍ​ໄດ້. ສານ​ຍິນ​ດີ​ໃຫ້​ພວກ​ເຂົາ​ເຈົ້າ​ເຂົ້າມາປະກອບ ສ່ວນ​ໂດຍ​ກົງ​ຢູ່​ສະ​ເໝີ ​ແລະ​ພວກ​ເຮົາ​ກໍ​ບໍ່​ຄິດ​ວ່າ ຄວນມີ​ການ​ປະຕິບັດ​ຕໍ່​ ຝ່າຍ​ໃດຝ່າຍ​ນຶ່ງເປັນ​ພິ​ເສດ​.”

ພວກ​ມາ​ທ່ຽວ​ຊົມຫໍ​ພິພິທະ​ພັນ Tuol Sleng ກ່າວ​ວ່າ ​ໂດຍ​ການ​ອຸດໜຸນ ຊື້​ປື້​ມຈາກ​ພວກ​ລອດ​ຕາຍ​ຈາກ​ຄຸ​ກນີ້ ພວກ​ເຂົາ​ເຈົ້າກໍ​ຫວັງ​ວ່າ ​ຈະ​ຊ່ວຍ​ເຫລືອເຂົາ​ເຈົ້າ​ໃນ​ທາງ​ໃດ​ທາງ​ນຶ່ງ​ໄດ້​.

ນາຍ Adam Marris ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ອອສ​ເຕຣ​ເລຍ ກ່າວ​ວ່າ​: "ຂ້າພະ​ເຈົ້າຫວັງ​ວ່າ ເຂົາ​ເຈົ້າ​ໄດ້​ຮັບ​ຄວາມພໍ​ໃຈ​ຈາກ​ການ​ທີ່​ສາມາດ​ໄດ້ເລົ່າ​ເລຶ່ອງລາວ​ຂອງ​ຕົນ ​ແລະ​ບາງທີ​ ​ເຮັດ​ໃຫ້​ໂລກ​ເປັນ​ໜ້າ​ຢູ່​ອາ​ໃສ​ຫລາຍ​ຂຶ້ນ."

ເບິ່ງວີດີໄອພາສາອັງກິດ:

XS
SM
MD
LG