ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳຂະເໝນແດງ ຈະຖືກສືບສວນ ໃນຂະນະທີ່ຄະດີ ກຳລັງ ດຳເນີນຢູ່


ທ້າວ Ta An ອະດີດຜູ້ບັນຊາການຂະເໝນແດງ ກ່າວຕໍ່ການໃຫ້ ສຳພາດກັບ ວີໂອເອ ພາສາຂະເໝນ ຢູ່ທີ່ບ້ານພັກ.
ທ້າວ Ta An ອະດີດຜູ້ບັນຊາການຂະເໝນແດງ ກ່າວຕໍ່ການໃຫ້ ສຳພາດກັບ ວີໂອເອ ພາສາຂະເໝນ ຢູ່ທີ່ບ້ານພັກ.

ສານທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ໂດຍສະຫະ​ປະຊາ​ຊາດ ກ່າວ​ໃນ​
ວັນ​ອັງຄານ​ວານ​ນີ້​ວ່າ ມີຜູ້​ຕ້ອງ​ສົງ​ໄສ​ອີກ​ຄົນ​ໜຶ່ງ​ ຈະຖືກ​ສື​ບ
ສວນ​ສອບ​ສວນ ​ກ່ຽວ​ກັບການ​ກະທຳ​ຜິດຂອງ​ພວກ​ຂະ​ເໝນ​
ແດງ.

ຜູ້​ພິພາກສາ​ສານສາ​ກົນ ທ່ານ Micheal Bohlander ​ໄດ້​ນຳ
​ທ້າວ Ao An ທີ່ຮູ້​ກັນໃນອີກຊື່​ນຶ່ງ​ວ່າ Ta An ມາ​ທຳການ​ສືບ
ສວນທັງໆ​ທີ່ການ​ຕັດສິນ​ໃຈ​ດັ່ງກ່າວ ​ບໍ່​ໄດ້​ຮັບສະໜັບສະໜູນ
​ຈາກຄູ່​ຕຳແໜ່​ງຝ່າຍກຳປູ​ເຈຍ. ​ໂຄສົກຂອງ​ສານ​ບໍ່​ໄດ້​ໃຫ້ການ
​ຢືນຢັນ​ວ່າມີ​ການ​ແຍ່ງ​ແຍກເກີດ​ຂຶ້ນລະຫວ່າງ​ສອງ​ຜູ້​ພິພາກສາ
ກ່ຽວ​ກັບ​ຄະດີ​ທີສີ່ ທີ່​ຕ້ອງ​ສື​ບສວນ ຄືນ້ຳ​ເບີ 004.

ຜູ້​ຕິຕຽນ​ສານ​ກ່າວ​ວ່າ ​ເຂົາ​ເຈົ້າ​ສົງ​ໄສວ່າ​ຄະດີ​ນ້ຳ​ເບີ 003 ​ແລະ​ນ້ຳ​ເບີ 004 ຈະ​ໄດ້​ຮັບ​ການ
ດຳ​ເນີນ​ຄະດີຍ້ອນໄດ້​ຮັບ​ການຄັດຄ້ານ​ຕ້ານຢ່າງ​ແຮງໂດຍນາຍົກລັດຖະມົນຕີ Hun Sen
​ແລະ​ບັນດາ​ຜູ້ນຳ​ຂັ້ນ​ສູງ​ຂອງ​ລັດຖະບານ.

ສານ​ກ່າວ​ໃນ​ວັນ​ຈັນ​ທີ່​ຜ່າ​ນມານີ້​ວ່າ ທ້າວ Ta An ​ໄດ້​ໄປ​ປາກົດ​ໂຕ​ຢູ່​ສານ​ໃນ​ເດືອນ​ມີນາ
ປີ 2015 ​ແຕ່​ລາວ​ຈະ​ປະ​ເຊີ​ນໜ້າກັບຫລາຍຂໍ້​ຫາ​ເພີ້ມ​ຂຶ້ນ ​ພາຍ​ໃຕ້​ການ​ສືບສວນ​ໃນ​ປັດຈຸ
ບັນ.

ການ​ປະກາດ​ໄດ້​ມີ​ຂື້ນ ​ຫລັງ​ຈາກ​ການ​ຕັດສິນ​ຂອງ​ສານ ​ໃຫ້ແຍກ​ຄະດີ​ຂອງຜູ້ ນຳຂະ​ເໝນ
​ແດງທ່ານ Im Chaem ອອກ​ຈາກ​ຄະດີ​ນ້ຳ​ເບີ 004 ທີ່​ຮວມທັງ​ຜູ້​ຕ້ອງ​ສົງ​ໄສ Ta An ແລະ
​ຜູ້ນຳ​ອີກ​ຄົນ​ໜຶ່ງ ທ້າວ Ta Tith.

ບັນດາ​ໄອ​ຍະ​ການ ກ່າວ​ວ່າ ທ້າວ Ta An ​ໄດ້​ເປັນ​ຜູ້​ກຳກັບຈຳນວນໜຶ່ງ​ໃນ ການ​ກໍ່​ໂທດ​ກຳ
​ຂອງຂະ​ເໝນ​ແດງ​ ໃນ​ຂະນະ​ທີ່​ລາວ​ໄດ້ເລື່ອນ​ຂື້ນ​ມາ​ເປັນ​ຮ​ອງ​ເລຂາທິການ​ຂອງສູນ​ກາງ​
ເຂດ ພາຍ​ໃຕ້ໂຄງ​ສ້າງ​ທາງ​ການ​ເມືອງຂອງ​ລະບອບ ການ​ປົກຄອງ​ຂະ​ເໝນ​ແດງ.

​ເພາະສະ​ນັ້ນລາວ​ໄດ້ເປັນ​ຮອງຜູ້ບັນຊາ​ການ​ຂົງ​ເຂດທີ່​ຕັ້ງ​ຢູ່ໃນແຂວງ Kampong Cham ບ່ອນ​ທີ່​ມີ​ເຖິງ 150,000 ຄົນ​ ໄດ້​ເສຍ​ຊີວິດ​ ພາຍ​ໃຕ້​ລະບອບ​ການປົກຄອງ​ ຂອງ​ຂະ​ເໝນ​
ແດງ ຮວມທັງ​ຊາວຈາມຈຳນວນຫລວງ​ຫລາຍ​ທີ່ເປັນຊົນ​ກຸ່ມນ້ອຍ.

XS
SM
MD
LG